ສະເໜີສ້າງຕັ້ງສະຫະພັນນະວັດຕະກໍາ
ນະຄອນຮ່າໂນ້ຍ ວາງເປົ້າໝາຍຮອດປີ 2030 ຈະກາຍເປັນສູນກາງດ້ານວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກຳແຖວໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສ້າງກຳລັງໜູນໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງ ແລະທົ່ວປະເທດ; ຍົກສູງອັດຕາສ່ວນເສດຖະກິດດີຈີຕອນ, ສູ້ຊົນໃຫ້ບັນລຸຢ່າງໜ້ອຍແມ່ນ 40% ຍອດຜະລິດຕະພັນໃນບໍລິເວນ (GRDP); ວາງເປົ້າໝາຍໃຫ້ວິສາຫະກິດຂອງນະຄອນກວ່າ 50% ມີການເຄື່ອນໄຫວປ່ຽນແປງໃໝ່ປະດິດສ້າງ; ຮັບປະກັນການເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງວິສາຫະກິດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະອົງການຄຸ້ມຄອງລັດ...
    |
 |
ນັກສຶກສາມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ເຂົ້າຮ່ວມການຄົ້ນຄວ້າເຕັກໂນໂລຢີເໝືອນຈິງ virtual. ພາບ: ຮວ່າງຈູງ |
ໃນຂົງເຂດບໍາລຸງສ້າງ, ນະຄອນຮ່າໂນ້ຍ ແມ່ນບ່ອນເຕົ້າໂຮມບັນດານັກວິທະຍາສາດ ແລະຮາກຖານການສຶກສາມະຫາວິທະຍາໄລ ແລະຄົ້ນຄວ້າເປັນຈຳນວນຫຼວງຫຼາຍ. ສະນັ້ນ, ຕາມທ່ານ ສຈ, ປອ ເລແອັງຕ໊ວນ, ເລຂາຄະນະພັກ, ປະທານສະພາມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ແລ້ວ, ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕທີ່ໄດ້ວາງອອກ, ນະຄອນ ຄວນມີຮູບແບບພັດທະນາໃໝ່, ໃນນັ້ນຖືເອົາຄວາມຮູ້ເປັນທິດນຳ, ເຕັກໂນໂລຢີເປັນພື້ນຖານ, ປະຊາຊົນເປັນກົກ ແລະນະໂຍບາຍເປັນໄມ້ງັດ. ຕາມນັ້ນແລ້ວ, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ໄດ້ສະເໜີ 4 ກົນໄກຍຸດທະສາດ ເພື່ອຕິດພັນການພັດທະນາວິທະຍາສາດ-ເຕັກໂນໂລຢີກັບການຊຸກຍູ້ການເຕີບໂຕເສດຖະກິດ, ລວມມີ: ກົນໄກສັ່ງຊື້ສິນຄ້າສໍາລັບໂຄງການຄົ້ນຄວ້າຍຸດທະສາດ, ຈຸດສຸມຂອງນະຄອນຫຼວງ; ສ້າງຕັ້ງສະຫະພັນນະວັດຕະກໍາເພື່ອແນໃສ່ເສີມຂະຫຍາຍກຳລັງແຮງໝູ່ຄະນະຂອງຮາກຖານການສຶກສາມະຫາວິທະຍາໄລໃນບໍລິເວນນະຄອນ; ກໍ່ສ້າງກົນໄກທົດລອງເຕັກໂນໂລຢີຕົວເມືອງຢູ່ເຂດເຕັກໂນໂລຢີສູງ, ເຂດອຸດສາຫະກຳຢູ່ຮ່າໂນ້ຍ; ສ້າງຕັ້ງກອງທຶນນະວັດຕະກໍາຂອງຮ່າໂນ້ຍ ຕາມຮູບການລັດລົງທຶນ-ວິສາຫະກິດເຄື່ອນໄຫວ.
ພ້ອມດຽວກັນນັ້ນ, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ປາດຖະໜາຢາກປະສານສົມທົບກັບນະຄອນຮ່າໂນ້ຍ ປະຕິບັດບັນດາໂຄງການຄົ້ນຄວ້າຍຸດທະສາດເພື່ອຮັບໃຊ້ການເຕີບໂຕ GRDP ແລະພັດທະນາແບບຍືນຍົງຂອງນະຄອນຫຼວງ. ສຸມໃສ່ການພັດທະນາອຸດສາຫະກໍາເຕັກໂນໂລຢີສູງຂະໜາດນ້ອຍ, ລວມມີທັງການອອກແບບຫຸ່ນຍົນ, ສາຍພານເຄິ່ງອັດຕະໂນມັດ, ອຸປະກອນເຕັກໂນໂລຢີສູງຄ່າໃຊ້ຈ່າຍຕໍ່າ; ໜູນຊ່ວຍ, ຮັບໃຊ້ວິສາຫະກິດສໍາຮອງ, ຜະລິດຂະໜາດນ້ອຍ. ປະຕິບັດໂຄງການຄົ້ນຄວ້າພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ການສຶກສາອັດສະລິຍະ, ສ້າງຮູບແບບຮໍ່າຮຽນຕະຫຼອດຊີວິດໃນພື້ນຖານດີຈີຕອນ ແລະບໍາລຸງສ້າງຊັບພະຍາກອນມະນຸດດີຈີຕອນ, ຊັບພະຍາກອນມະນຸດປັນຍາປະດິດໃຫ້ອຳນາດການປົກຄອງ ແລະວິສາຫະກິດຢູ່ນະຄອນຫຼວງ.
ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງເຂດເຕັກໂນໂລຢີສູງ
ໃນໄລຍະທາງແຫ່ງການພັດທະນາວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາຂອງນະຄອນຮ່າໂນ້ຍ, ພ້ອມກັບຄວາມພະຍາຍາມຂອງຮາກຖານການສຶກສາໃນການຄົ້ນຄວ້າ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງນັ້ນ, ຕ້ອງມີນະໂຍບາຍສວມບົດບາດເປັນກາງຂອງອຳນາດການປົກຄອງທ້ອງຖິ່ນໃນການຮັບປະກັນການເຊື່ອມຕໍ່ລະຫວ່າງໂຮງຮຽນ ແລະວິສາຫະກິດ.
ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ຫວູຊວນຮຸ່ງ, ຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ແລະເຂດອຸດສາຫະກຳນະຄອນຮ່າໂນ້ຍ ແລ້ວ, ປະຈຸບັນ, ຊ່ອງຫວ່າງລະຫວ່າງໝາກຜົນການບໍາລຸງສ້າງ, ຄົ້ນຄວ້າ ແລະຄວາມຕ້ອງການຕົວຈິງຂອງວິສາຫະກິດ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີສູງຍັງແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່. ໃນໄລຍະຈະມາເຖິງ, ຄະນະຄຸ້ມຄອງ ຈະຕັ້ງໜ້າສົມທົບກັບມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນຄົ້ນຄວ້າ, ພິເສດແມ່ນໃຫ້ບຸລິມະສິດຫົວໜ່ວຍໃນບໍລິເວນນະຄອນຮ່າໂນ້ຍ ເພື່ອໜູນຊ່ວຍ, ດຶງດູດບຸກຄົນ, ວິສາຫະກິດເລີ່ມທຸລະກິດນໍາໃຊ້, ຂຸດຄົ້ນສູນບົ່ມເພາະ, ສູນນະວັດຕະກໍາຂອງນະຄອນ. ພ້ອມທັງເປັນເສນາທິການໃຫ້ນະຄອນມີກົນໄກບຸລິມະສິດ, ໜູນຊ່ວຍດ້ານການເງິນ, ຫຼຸດຜ່ອນຄວາມສ່ຽງໃນການຄົ້ນຄວ້າ ແລະພັດທະນາ, ທົດລອງເຕັກໂນໂລຢີໃໝ່, ຜະລິດຕະພັນໃໝ່, ເປັນຕົ້ນແມ່ນໃນຂົງເຂດເຕັກໂນໂລຢີສູງ, ເຕັກໂນໂລຢີຈຸດສຸມ, ຍຸດທະສາດ.
ເພື່ອແກ້ໄຂບັນຫາວຽກເຮັດງານທຳຂອງນັກສຶກສາຈາກມະຫາວິທະຍາໄລ, ວິທະຍາໄລ, ຮັບປະກັນຕອບສະໜອງຄວາມຕ້ອງການຂອງວິສາຫະກິດ, ທ່ານ ຫວູຊວນຮຸ່ງ ເນັ້ນໜັກວ່າ ຄະນະຄຸ້ມຄອງ ຈະສວມບົດບາດເປັນກາງ, ເປັນຂົວຕໍ່ລະຫວ່າງວິສາຫະກິດກັບໂຮງຮຽນ. ສໍາລັບວິສາຫະກິດ, ຄະນະຄຸ້ມຄອງ ຈະປະຕິບັດການສໍາຫຼວດ, ມີສູນເຂົ້າເຖິງຂໍ້ມູນກ່ຽວກັບຄວາມຕ້ອງການຊັບພະຍາກອນມະນຸດເພື່ອສົ່ງຂໍ້ມູນນີ້ໄປຫາສູນຕິດຕໍ່ຂອງມະຫາວິທະຍາໄລ, ວິທະຍາໄລທີ່ເໝາະສົມເປັນປະຈໍາ ແລະແຕ່ລະໄລຍະ; ຄຽງຂ້າງນັ້ນ, ສະເໜີນະໂຍບາຍຕໍ່ນະຄອນ ເພື່ອໃຫ້ວິສາຫະກິດໄດ້ຮັບການໜູນຊ່ວຍເມື່ອເຂົ້າຮ່ວມການສົມທົບບໍາລຸງສ້າງພ້ອມກັບໂຮງຮຽນ ແລະການບັນຈຸຊັບພະຍາກອນມະນຸດໃນຂະແໜງວິທະຍາສາດເຕັກນິກ.
ສໍາລັບໂຮງຮຽນ, ຄະນະຄຸ້ມຄອງ ສະໜອງຂໍ້ມູນຂ່າວສານອັບເດດຕະຫຼາດແຮງງານ; ຮ່ວມເດີນທາງພ້ອມກັບໂຮງຮຽນສ້າງໂຄງການ, ໜູນຊ່ວຍການຈັດຕັ້ງໃຫ້ນັກສຶກສາເຂົ້າຝຶກງານ, ປະຕິບັດຢູ່ວິສາຫະກິດໃນເຂດອຸດສາຫະກຳ, ເຂດເຕັກໂນໂລຢີສູງ. ພ້ອມທັງສົມທົບກັບໂຮງຮຽນປະຕິບັດໂຄງການເລີ່ມທຸລະກິດປະດິດສ້າງຢູ່ເຂດເຕັກໂນໂລຢີສູງຮວ່າລາກ.
ໂດຍ: ເຈິ່ນຮວ່ຽນ