leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຮຸ່ງຄວາ

ຜ່ານການຮັບຟັງການລາຍງານ ແລະກວດກາຕົວຈິງບາງເຂດຂອງໂຮງໝໍກອງທັບ 175, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ຍ້ອງຍໍໂຮງໝໍທີ່ບັນລຸໄດ້ຜົນງານທີ່ດີເດັ່ນ, ປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງໂຮງໝໍຂອງກອງທັບຢູ່ພາກໃຕ້, ເຮັດໃຫ້ພາບພົດແພດທະຫານລຸງໂຮ່ ສວຍງາມກວ່າ. ທ່ານພົນໂທ ຟ້າມຮວ່າຍນາມ ສະແດງຄວາມພາກພູມໃຈຕໍ່ການພັດທະນາຢ່າງກະໂດດຂັ້ນກ່ຽວກັບພື້ນຖານວັດຖຸກວ້າງຂວາງ ແລະງາມຕາ, ທັນສະໄໝ ແລະລະດັບຄວາມຮູ້ດ້ານວິຊາການຂອງໂຮງໝໍກອງທັບ 175, ເປັນຕົ້ນແມ່ນໂຮງໝໍທີ່ໄດ້ປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດເປັນຢ່າງດີ, ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ...

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ແລະຄະນະປະຕິບັດງານຊອກຮູ້ກ່ຽວກັບກໍານົດທິດພັດທະນາໂຮງໝໍກອງທັບ 175.  ພາບ: ຮຸ່ງຄວາ

ທ່ານພົນໂທ ຟ້າມຮວ່າຍນາມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ໂຮງໝໍກອງທັບ 175 ຄວນຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປະຕິຮູບລະບຽບການບໍລິຫານ, ຫັນເປັນດີຈີຕອນ, ເປັນເຈົ້າການຮ່ວມມືກັບບັນດາສະຖານທີ່ການແພດຢູ່ພາຍໃນປະເທດ ແລະສາກົນ; ເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ, ສູ້ຊົນໃຫ້ກາຍເປັນສະຖານທີ່ແພດສາດການທະການຫຼາຍສັບພະຄຸນ, ທັນສະໄໝທຽບກັບມາດຕະຖານພາກພື້ນ ແລະສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025) ແລະມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອໂຮງໝໍກອງທັບ 175 (26-5-1975 / 26-5-2025), ທ່ານພົນໂທ ຟ້າມຮວ່າຍນາມ ອວຍພອນພະນັກງານ, ພາລະກອນ, ນັກຮົບໂຮງໝໍຍາມໃດກໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ປະຕິບັດສຳເລັດທຸກໜ້າທີ່.

ໂດຍ: ເຈິ່ນຮວ່ຽນ