ປ່ຽນແປງໃໝ່ຫຼາຍຢ່າງໃນການປະພັນ, ໂຄສະນາເຜີຍແຜ່
ໄລຍະ 2021-2025, ການເຄື່ອນໄຫວຈຸດສຸມດ້ານວັດທະນະທຳ, ວັນນະຄະດີສິລະປະ, ສື່ມວນຊົນກອງທັບ ໄດ້ກາຍເປັນບັນດາເຫດການວັດທະນະທຳຂະໜາດໃຫຍ່ຂອງທົ່ວກອງທັບ, ໄດ້ບັນດາອົງການ, ກົມກອງຈັດຕັ້ງປະຕິບັດຢ່າງຄົບຊຸດ, ຖືກຕາມການກຳນົດທິດ, ຖືກຕາມເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການວາງອອກ ແລະບັນລຸໝາກຜົນເປັນຢ່າງດີ, ແຜ່ຂະຫຍາຍ, ສ້າງຂີດໝາຍພົ້ນເດັ່ນໃນຊີວິດການເປັນຢູ່ສັງຄົມ ແລະຊີວິດວັດທະນະທຳ, ຈິດໃຈຂອງທະຫານ. ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະມີການປ່ຽນແປງໃໝ່ຫຼາຍຢ່າງ, ອຸດົມສົມບູນ, ປະດິດສ້າງ; ການປະພັນ, ໂຄສະນາເຜີຍແຜ່ບົດປະພັນວັນນະຄະດີສິລະປະ, ສື່ມວນຊົນທີ່ມີຄຸນນະພາບກ່ຽວກັບເນື້ອໃນ, ແນວຄິດ ແລະສິລະປະເປັນຈຳນວນຫຼວງຫຼາຍ.
    |
 |
ທ່ານພົນຕີ ເຈືອງທຽນໂຕ ເປັນປະທານກອງປະຊຸມ. ພາບ: ຢຸຍແທັ່ງ |
ໃນຂົງເຂດວັນນະຄະດີ, ບັນດາບົດປະພັນໄດ້ປະພັນ, ລົງທຶນ, ໂຄສະນາເຜີຍແຜ່ໃນເວລາ 5 ປີຜ່ານມາລ້ວນແຕ່ສຸມໃສ່ຍ້ອງຍໍສັນລະເສີນມູນເຊື້ອອັນສະຫງ່າລາສີຂອງກຳລັງປະກອບອາວຸດປະຊາຊົນໃນພາລະກິດຕໍ່ສູ້, ສ້າງສາ, ປົກປັກຮັກສາປະເທດຊາດ, ວາດພາບຮູບພາບລຸງໂຮ່ໃນໄລຍະໃໝ່. ຜ່ານນັ້ນ, ຢັ້ງຢືນຖານະ, ບົດບາດຂອງວັນນະຄະດີກອງທັບໃນພື້ນຖານວັນນະຄະດີຫວຽດນາມ.
ທ່ານພັນເອກພິເສດ, ນັກປະພັນ ຫງວຽນບິ່ງເຟືອງ, ຫົວໜ້າບັນນາທິການວາລະສານສິລະປະກອງທັບ ໃຫ້ຂໍ້ສັງເກດວ່າ: "ປະຈຸບັນ, ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່, ບົດບາດ, ຖານະທີ່ຕັ້ງຂອງກຳລັງປະກອບອາວຸດກໍ່ຄືຮູບພາບ ແລະຄຸນທາດທະຫານລຸງໂຮ່ ໄດ້ມີການປ່ຽນແປງ, ເພາະສະນັ້ນ, ຮຽກຮ້ອງຕ້ອງມີຄວາມຮູ້ສຶກດ້ານສິລະປະໃໝ່ເໝາະສົມກວ່າເພື່ອວາດພາບໃຫ້ຊັດເຈນ. ແລະໃນຕົວຈິງ, ພວມກຳເນີດໂສມໜ້າວັນນະຄະດີໃໝ່ຂຽນກ່ຽວກັບຫົວຂໍ້ກຳລັງປະກອບອາວຸດ ແລະການສົງຄາມປະຕິວັດຈາກນັກປະພັນລຸ້ນໜຸ່ມໃນກອງທັບ ແລະນອກກອງທັບ".
    |
 |
ລາຍການສະແດງສິລະປະທີ່ກອງປະຊຸມ. ພາບ: ຢຸຍແທັ່ງ |
ໃນຂົງເຂດສື່ມວນຊົນ, ບັນດາອົງການສື່ມວນຊົນໃນກອງທັບຍາມໃດກໍ່ປະຕິບັດບົດບາດຊັກນຳ, ກຳນົດທິດຫາງສຽງ, ຍົກສູງຄວາມຮັບຮູ້ໃຫ້ແກ່ທະຫານ ແລະປະຊາຊົນກ່ຽວກັບການກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ; ຕັ້ງໜ້າໂຄສະນາເຜີຍແຜ່ກ່ຽວກັບຖານະ, ບົດບາດຂອງກອງທັບໃນການກໍ່ສ້າງ "ທ່າສະໜາມຮົບໃນໃຈປະຊາຊົນ" ຕິດພັນກັບການກໍ່ສ້າງ, ປັບປຸງພື້ນຖານທົ່ວປວງຊົນປ້ອງກັນຊາດ. ສື່ມວນຊົນກອງທັບ ຍາມໃດກໍ່ຮ່ວມເດີນທາງກັບປະເທດ, ປະກອບສ່ວນສຳຄັນໃນດ້ານແນວຄິດ-ວັດທະນະທຳ, ຮັກສາພື້ນຖານແນວຄິດຂອງພັກຢ່າງໝັ້ນແກ່ນ; ແມ່ນອາວຸດທີ່ແຫຼມຄົມໃນການຕໍ່ສູ້ຕ້ານທັດສະນະຜິດພາດ, ປໍລະປັກ, ປົກປັກຮັກສາຜົນປະໂຫຍດຂອງປະເທດ-ຊາດ ແລະປະຊາຊົນ; ເສີມຂະຫຍາຍບົດບາດແມ່ນຂົວຕໍ່ສຳຄັນລະຫວ່າງພັກ, ລັດ, ກອງທັບ, ປະຊາຊົນ ແລະເພື່ອນມິດສາກົນ.
ເສີມຂະຫຍາຍປະສິດທິຜົນຂອງບັນດາກິດຈະການວັດທະນະທຳຢູ່ກົມກອງ
ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມດ້ານວັດທະນະທຳ, ວັນນະຄະດີສິລະປະ, ສື່ມວນຊົນໃນກອງທັບໃນໄລຍະເວລາ 5 ປີຜ່ານມາແມ່ນຈັດຕັ້ງປະຕິບັດການວາງແຜນຜັງລະບົບກິດຈະການວັດທະນະທຳໃນກອງທັບປະຊາຊົນຫວຽດນາມ ໄລຍະ 2021-2025, ກໍານົດທິດເຖິງປີ 2030 ຂອງກະຊວງປ້ອງກັນປະເທດ.
ຫວນຄືນ 5 ປີຜ່ານມາ, ລະບົບກິດຈະການວັດທະນະທຳໃນທົ່ວກອງທັບໄດ້ຮັບການລົງທຶນ, ປັບປຸງ ແລະຍົກສູງຄຸນນະພາບການເຄື່ອນໄຫວ. ທົ່ວກອງທັບມີຄວາມເປັນເອກະພາບດ້ານຮູບແບບກິດຈະການວັດທະນະທຳທຸກຂັ້ນ, ພິເສດແມ່ນເອກະພາບລະບົບຫໍວັດທະນະທຳທຸກຂັ້ນ, ລະບົບຫ້ອງ (ເຮືອນ) ມູນເຊື້ອ, ຫໍພິພິທະພັນໂຮ່ຈີມິນ, ຫໍສະໝຸດ, ຫ້ອງອ່ານ, ຫ້ອງດຳເນີນຊີວິດລວມໄດ້ວາງແຜນຜັງຢ່າງຄົບຊຸດ, ເອກະພາບ. ກິດຈະການວັດທະນະທຳໃນທົ່ວກອງທັບໄດ້ຮັບການປັບປຸງທັງດ້ານຈຳນວນພະນັກງານ, ພື້ນຖານໂຄງລ່າງ ແລະກົດລະບຽບ ເພື່ອຕອບສະໜອງຄຸນນະພາບການເຄື່ອນໄຫວ.
    |
 |
ບັນດາໝູ່ຄະນະຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຍ້ອນວ່າມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດບັນດາກິດຈະກຳຈຸດສຸມດ້ານວັດທະນະທຳ, ວັນນະຄະດີສິລະປະ, ສື່ມວນຊົນກອງທັບໄລຍະ 2021-2025. ພາບ: ຢຸຍແທັ່ງ |
ໃນການສ້າງສະພາບແວດລ້ອມວັດທະນະທຳ, ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ຕັ້ງໜ້າປ່ຽນແປງໃໝ່, ຈັດຕັ້ງບັນດາກິດຈະກຳວັດທະນະທຳ, ສິລະປະເປັນຫຼາຍຮູບແບບ, ຄື: ຈັດຕັ້ງງານປະກວດ, ແຂ່ງຂັນກິລາ, ການສະແດງສິລະປະ; ໂຄສະນາເຜີຍແຜ່, ສຶກສາກົດໝາຍ; ຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ, ຫໍພິພິທະພັນ, ຫໍມູນເຊື້ອ; ຈັດຕັ້ງການອ່ານປື້ມ, ໜັງສຶພີມຢູ່ຫໍສະໝຸດ, ຫ້ອງອ່ານ... ແລກປ່ຽນກ່ຽວກັບການເສີມຂະຫຍາຍປະສິດທິຜົນບັນດາກິດຈະການວັດທະນະທຳຢູ່ກົມກອງ, ທ່ານພັນເອກພິເສດ ຫວູແອັງຕ໊ວນ, ຫົວໜ້າຫ້ອງການເມືອງເຫຼົ່າທັບທະຫານເຮືອ ໃຫ້ຮູ້ວ່າ: "ທົ່ວເຫຼົ່າທັບ ໄດ້ຮັກສາລະບອບລະບຽບການເຄື່ອນໄຫວຂອງບັນດາກິດຈະການວັດທະນະທຳ, ປະກອບສ່ວນຮັບໃຊ້ຄວາມຕ້ອງການຢ້ຽມຊົມ, ຮ່ຳຮຽນ ແລະຊົມໃຊ້ວັດທະນະທຳ, ຈິດໃຈຂອງພະນັກງານ, ນັກຮົບ ແລະປະຊາຊົນ. ຕັ້ງໜ້າເປັນເຈົ້າການບຳລຸງສ້າງ, ຝຶກອົບຮົມ, ຈັດຕັ້ງງານແຂ່ງຂັນເພື່ອຍົກສູງຄຸນນະພາບດ້ານວິຊາການໃຫ້ແກ່ຖັນແຖວພາລະກອນວັດທະນະທຳຢູ່ທຸກຂັ້ນ".
ບົນພື້ນຖານຄຳເຫັນຂອງບັນດາອົງການ, ກົມກອງໃນທົ່ວກອງທັບ, ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນຕີ ເຈືອງທຽນໂຕ ຢັ້ງຢືນວ່າ ໃນໄລຍະ 5 ປີ ຜ່ານມາ, ການຂົນຂວາຍປະພັນ, ໂຄສະນາເຜີຍແຜ່ບົດປະພັນວັນນະຄະດີສິລະປະ, ສື່ມວນຊົນກ່ຽວກັບຫົວຂໍ້ກຳລັງປະກອບອາວຸດ ແລະການສົງຄາມປະຕິວັດຍາມໃດກໍ່ແມ່ນທ່າໄດ້ປຽບຂອງວັນນະຄະດີສິລະປະ, ສື່ມວນຊົນໃນກອງທັບ, ປະກອບສ່ວນກໍ່ສ້າງ ແລະພັດທະນາພື້ນຖານວັນນະຄະດີສິລະປະປະຕິວັດຫວຽດນາມ ໃນໄລຍະໃໝ່. ວັນນະຄະດີສິລະປະໃນກອງທັບໃນໄລຍະຜ່ານມາໄດ້ປະກອບສ່ວນຍົກສູງຊີວິດດ້ານວັດທະນະທຳ, ຈິດໃຈຂອງທະຫານ, ສຶກສາ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ຄຸນທາດໃຫ້ແກ່ທະຫານ, ນັກຮົບ, ໂດຍສະເພາະແມ່ນລຸ້ນໜຸ່ມ; ພ້ອມທັງປະກອບສ່ວນປັບປຸງ, ສ້າງສາ, ພັດທະນາບັນດາການເຄື່ອນໄຫວການທູດປ້ອງກັນຊາດ; ພິເສດ, ປະກອບສຳຄັນໃນການຕໍ່ສູ້ປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕ້ານທັດສະນະຜິດພາດ, ປໍລະປັກ, ຮັກສາແນວຄິດຂອງພັກໃນກອງທັບ.
ໂດຍ: ແສງເດືອນ