ຖືໄດ້ວ່າເປັນງານບຸນໃຫຍ່ຂອງຂະແໜງທ່ອງທ່ຽວ, ງານຕະຫຼາດນັດໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ ບໍ່ພຽງແຕ່ແມ່ນກາລະໂອກາດເຊື່ອມຕໍ່, ພົບປະແລກປ່ຽນ, ຮຽນຮູ້ ຫຼື ສົ່ງບັນດາລາຍການກະຕຸ້ນການທ່ອງທ່ຽວ, ແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈໃຫ້ຜູ້ບໍລິໂພກເທົ່ານັ້ນ ຫາກຍັງເປັນການແນະນຳບັນດາຜະລິດຕະພັນ, ທ່າອ່ຽງແຫ່ງການທ່ອງທ່ຽວໃໝ່ອີກດ້ວຍ.
ມີຫຼາຍ tour 30-4 ແລະການທ່ອງທ່ຽວວັດທະນະທໍາ
VITM ຮ່າໂນ້ຍ 2025 ມີ 16 ປະເທດ ແລະເຂດແຄ້ວນເຂົ້າຮ່ວມ; ມີວິສາຫະກິດຫຼາຍກວ່າ 600 ແຫ່ງ; ຮ້ານວາງສະແດງ 450 ຮ້ານ; ອົງການສົ່ງເສີມການທ່ອງທ່ຽວພາຍໃນ ແລະຕ່າງປະເທດ 60 ອົງການ. ຢູ່ທີ່ຮ້ານວາງສະແດງກາງແຈ້ງ, VITM ຮ່າໂນ້ຍ 2025 ມີຄວາມຄຶກຄື້ນມ່ວນຊື່ນ ແລະດຶງດູດໃຈ. ບັນດາເຈົ້າຂອງ ແລະແຂກທ່ອງທ່ຽວລ້ວນແຕ່ມີຄວາມຕື່ນເຕັ້ນກັບລາຍການທ່ອງທ່ຽວ, ລາຄາ ແລະການຈັບສະຫຼາກຮັບລາງວັນ... ພິເສດຢູ່ VITM ຮ່າໂນ້ຍ 2025, ທ່າອ່ຽງການທ່ອງທ່ຽວບົນພື້ນຖານວັດທະນະທຳພື້ນເມືອງໄດ້ຮັບການເຊີດຊູ ແລະຍົກສູງຂຶ້ນ. ສີສັນຂອງເຂດພາກໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ, ຊັດເຈນໂດຍຜ່ານເຄື່ອງນຸ່ງຂອງຖື, ຊຸດອາພອນຂອງທ້ອງຖິ່ນຈາກພາກຕາເວັນຕົກສ່ຽງເໜືອ ຈົນຮອດພາກກາງ ແລະພາກໃຕ້ ແລະຜະລິດຕະພັນທີ່ໄດ້ນຳມາວາງສະແດງຂາຍ. ນະຄອນຫຼວງ ຮ່າໂນ້ຍ ພົ້ນເດັ່ນດ້ວຍເຄື່ອງໝາຍການຄ້າຂອງ Khue Van Cac ແລະບັນດາຜະລິດຕະພັນທີ່ງົດງາມເຮັດດ້ວຍຜື, ໄມ້ໄຜ່, ຜ້າໄໝ ວ້ານຟຸກ, ເຄື່ອງປັ້ນດິນເຜົາ... ສະແດງໃຫ້ເຫັນກຳລັງແຮງບືນຕົວຂຶ້ນຂອງໝູ່ບ້ານຫັດຖະກຳໃນການນຳເອົາວັດທະນະທຳພື້ນເມືອງເຂົ້າສູ່ອຸດສາຫະກຳສ້າງສັນ.
    |
 |
ແນະນຳບັຜະລິດຕະພັນວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນຢູ່ VITM. ພາບ: ຕຽນເລິມ. |
ປີນີ້, ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ລາຍການທ່ອງທ່ຽວໃນຫົວຂໍ້ນີ້ຍັງໄດ້ຮັບການແນະນຳໂດຍບໍລິສັດທ່ອງທ່ຽວຫຼາຍແຫ່ງເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ. ບໍລິສັດຫຸ້ນສ່ວນ Flamingo Redtours ໄດ້ພານັກທ່ອງທ່ຽວມາສຳຜັດກັບອາລົມຈິດ, ປະຫວັດສາດຢູ່ບັນດາດິນແດນວິລະຊົນ, ຄື: ກວາງບິ່ງ, ກວາງຈິ… ສ່ວນບໍລິສັດຫຸ້ນສ່ວນການທ່ອງທ່ຽວ ແລະເປີດກວ້າງຕະຫຼາດຄົມມະນາຄົມຂົນສົ່ງ ຫວຽດນາມ - Vietravel ກໍ່ໄດ້ແນະນຳ “ຖ້ຽວລົດໄຟ 50 ປີ: ການເດີນທາງເຊື່ອມຕໍ່ບັນດາພາກວັດທະນະທຳ”. ບໍລິສັດຫຸ້ນສ່ວນເຕັກໂນໂລຊີ BestPrice Travel ໄດ້ແນະນຳກຸ່ມລາຍການທ່ອງທ່ຽວ “ການເດີນທາງແຫ່ງຄວາມຊົງຈຳ 50 ປີ” ລວມທັງລາຍການທ່ອງທ່ຽວ “ກັບຄືນສູ່ດິນແດນເຫຼັກກ້າ” ເພື່ອສຳຫຼວດດິນແດນວິລະຊົນ ກູຈີ ແລະລາຍການທ່ອງທ່ຽວ “ຂີດໝາຍແຫ່ງການເຕົ້າໂຮມຄວາມສະຫງ່າອົງອາດ” ໄປຢ້ຽມຊົມບັນດາສະຖານທີ່ປະຫວັດສາດຕິດພັນກັບວັນໄຊຊະນະ ແລະການພັດທະນາຂອງນະຄອນໂຮ່ຈີມິນ.
ທ່ານ ບຸ່ຍແທງຕູ່, ຜູ້ອຳນວຍການ marketing ຂອງ BestPrice Travel ໃຫ້ຮູ້ວ່າ: “ລາຍການທ່ອງທ່ຽວພິເສດນີ້ບໍ່ພຽງແຕ່ປະກອບສ່ວນໂຄສະນາຄວາມໝາຍ, ຄຸນຄ່າວັດທະນະທຳ-ປະຫວັດສາດຂອງບັນດາຈຸດນັດພົບເທົ່ານັ້ນ ຫາກຍັງມີຄຸນຄ່າການສຶກສາຢ່າງເລິກເຊິ່ງ, ປະກອບສ່ວນຍົກສູງຄວາມຮັບຮູ້ ແລະຄວາມເອກອ້າງທະນົງໃຈຂອງປະເທດຊາດອີກດ້ວຍ. ບໍລິສັດໄດ້ມີສິດທິພິເສດໃຫ້ແກ່ລູກຄ້າທີ່ມາລົງທະບຽນລາຍການທ່ອງທ່ຽວຢູ່ຮ້ານວາງສະແດງ ຂອງ BestPrice Travel ໃນງານຕະຫຼາດນັດ VITM ຮ່າໂນ້ຍ 2025” ອີກດ້ວຍ.
ການຫັນເປັນດີຈີຕອນ, ການຫັນເປັນສີຂຽວກາຍເປັນຄວາມຈິງ
ຈຸດໂດດເດັ່ນພິເສດຂອງ VITM ຮ່າໂນ້ຍ 2025 ແມ່ນການນຳໃຊ້ປັນຍາປະດິດ (AI) ແລະ robot ເຂົ້າໃນຂະແໜງການທ່ອງທ່ຽວ. ຜູ້ຕາງໜ້າສະມາຄົມທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ ຕາມສະຖິຕິ, 50% ຂອງວິສາຫະກິດທ່ອງທ່ຽວ 40.000 ແຫ່ງໄດ້ນຳໃຊ້ເຕັກໂນໂລຊີຫັນເປັນດີຈີຕອນ. ຜົນສໍາເລັດບາງຢ່າງໃນການຫັນເປັນດີຈີຕອນ, ໂດຍສະເພາະແມ່ນການນໍາໃຊ້ປັນຍາປະດິດ ແລະການນໍາໃຊ້ຫຸ່ນຍົນເຂົ້າໃນຂະແໜງການທ່ອງທ່ຽວແລະການບໍລິການທີ່ນໍາສະເໜີຢູ່ໃນງານຕະຫຼາດນັດໄດ້ເຮັດໃຫ້ຫຼາຍຄົນມີຄວາມປະທັບໃຈ.
ທີ່ຮ້ານວາງສະແດງ TechZone, ໄດ້ວາງສະແດງມາດຕະການເຕັກໂນໂລຢີຫຼາຍກວ່າ 20 ມາດຕະການ, ລວມທັງ AI Chatbot, ການແປພາສາໄດ້ຫຼາຍພາສາ, ໂປຼແກຼມຈ່ອງລົດ, IoT ສໍາລັບການທ່ອງທ່ຽວ ແລະໂຮງແຮມ ... ບັນດາຮ້ານວາງສະແດງເຫຼົ່ານີ້ ໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວໄວໜຸ່ມ ຍ້ອນການເຄື່ອນໄຫວກະທົບຕອບໂດຍກົງເຊັ່ນ: ການໂອ້ລົມ, ສໍາພາດ robot, ເຂົ້າຮ່ວມນຳໃຊ້ເຕັກໂນໂລຢີໃໝ່ ດ້ວຍຕົວຊ່ວຍທ່ອງທ່ຽວ (AI), ການໃຫ້ຄໍາປຶກສາດ້ານຜະລິດຕະພັນການທ່ອງທ່ຽວ ...
ຄຽງຄູ່ກັບການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ຍັງແມ່ນທ່າອ່ຽງທີ່ນັບມື້ນັບຢືນຢັນຄຸນຄ່າຂອງຕົນໃນການພັດທະນາເສດຖະກິດ-ສັງຄົມ. ປະຕິບັດຕາມທ່າອ່ຽງການຫັນເປັນສີຂຽວໄວພໍສົມຄວນ, VITM ໄດ້ສະແດງໃຫ້ເຫັນປະສິດທິຜົນຂອງຕົນໃນການຊ່ວຍປ່ຽນແປງຄວາມຮັບຮູ້ຂອງຜູ້ເຮັດທຸລະກິດທ່ອງທ່ຽວກ່ຽວກັບການພັດທະນາແບບຍືນຍົງ. ເມື່ອຫວນຄືນ VITM ຜ່ານແຕ່ລະປີ, ພວກເຮົາສາມາດເຫັນໄດ້ເຖິງລັກສະນະການກໍານົດແນວໂນ້ມຂອງງານຕະຫຼາດນັດ.
ການຫັນປ່ຽນສີຂຽວໃນຊຸມປີມໍ່ໆມານີ້ໄດ້ກາຍເປັນຄວາມເປັນຈິງ ໃນຂະນະທີ່ຜູ້ຈັດການ, ວິສາຫະກິດ, ແລະນັກທ່ອງທ່ຽວຄ່ອຍໆປ່ຽນພຶດຕິກໍາໄປຕາມທິດສີຂຽວ. ສະມາຄົມທ່ອງທ່ຽວຫວຽດນາມ ກໍ່ໄດ້ຈັດຕັ້ງສະຫະພັນການທ່ອງທ່ຽວຂຽວຫວຽດນາມ, ເປັນຄັ້ງທຳອິດກ່ຽວກັບມາດຖານການທ່ອງທ່ຽວສີຂຽວ ແລະສະເໜີສ້າງແຜນທີ່ຈຸດໝາຍການທ່ອງທ່ຽວສີຂຽວ... ສະແດງໃຫ້ເຫັນການປ່ຽນແປງເທື່ອລະກ້າວໃນຄວາມເປັນຈິງຂອງພະນັກງານທ່ອງທ່ຽວເພື່ອພັດທະນາແບບຍືນຍົງ.
ຫວັງວ່າ VITM ຈະປະສົບຜົນສຳເລັດ, ທ່ານນາງ ຈິ້ງທິທຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຕີລາຄາວ່າ VITM ບໍ່ພຽງແຕ່ແມ່ນສະຖານທີ່ແລກປ່ຽນການຄ້າເທົ່ານັ້ນຫາກຍັງແມ່ນ “ສະຖານີກະຈາຍຄື້ນ” ເຜີຍແຜ່ທ່າອ່ຽງການທ່ອງທ່ຽວແບບມີຄວາມຮັບຜິດຊອບ, ຂຽວ-ສະອາດ-ຍືນຍົງ, ປະກອບສ່ວນສ້າງອະນາຄົດຂອງຂະແໜງອຸດສາຫະກຳປອດຄວັນຫວຽດນາມ ຢູ່ໃນແຜນທີ່ໂລກ.
ໂດຍ: ຈາງຫງວຽນ