leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: IRNA/ສໍານັກຂ່າວສານຫວຽດນາມ

ເມື່ອຕອບສຳພາດໃນກອງປະຊຸມຖະແຫຼງຂ່າວວັນທີ 22 ກຸມພາ, ຢູ່ມົດສະກູ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະແດງເປັນຫຼາຍຄັ້ງແລ້ວວ່າ ກຽມພ້ອມແກ້ໄຂບັນດາບັນຫາກັບ ຢູແກຼນ ຜ່ານການເຈລະຈາ, “ແລະອີກຄັ້ງໜຶ່ງເຈດຕະນາດີນີ້ໄດ້ຮັບການຢັ້ງຢືນ”.

ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າວັງ Kremlin ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນມີແຜນການລະອຽດໃຫ້ແກ່ບັນດາການເຈລະຈາກັບຢູແກຼນ ກ່ຽວກັບຄຳສັ່ງຢຸດຕິບັນດາການເຄື່ອນໄຫວທາງທະຫານຕໍ່ບັນດາພື້ນຖານໂຄງລ່າງພົນລະເຮືອນ. ທ່ານ Peskov ອະທິບາຍວ່າ ທ່ານປະທານາທິບໍດີ Putin ໄດ້ອະທິປາຍຄວາມສັບສົນຂອງຫົວຂໍ້ນີ້ໃນວັນທີ 21 ເມສາ ເມື່ອຕອບສຳພາດຕໍ່ນັກຂ່າວແລ້ວ. ທ່ານ Peskov ກໍເຜີຍໃຫ້ຮູ້ຕື່ມອີກວ່າ ຖ້າຫາກວ່າ ຢູແກຼນ ກຽມພ້ອມ ແລະເປີດອົກເປີດໃຈກັບແນວຄວາມຄິດເຈລະຈາ, ປະເທດນີ້ຕ້ອງປະຕິບັດບັນດາບາດກ້າວເພື່ອລົບລ້າງສິ່ງກີດຂວາງທັງໝົດກ່ຽວກັບດ້ານນິຕິກຳທີ່ກ່ຽວຂ້ອງເຖິງວຽກງານເຈລະຈາ ກັບ ມົດສະກູ.

ສ່ວນຝ່າຍ ຢູແກຼນ, ໃນວັນດຽວກັນ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Kiev, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ “ພາຍໃຕ້ບໍ່ວ່າຮູບແບບໃດ” ພາຍຫຼັງມີຄຳສັ່ງຢຸດຍິງ; ແລະບໍ່ວ່າການປຶກສາຫາລືໃດກ່ຽວກັບຂໍ້ຕົກລົງສັນຕິພາບຈະໄດ້ດຳເນີນພາຍຫຼັງທີ່ການປະທະກັນຖືກຢຸດຕິລົງ.

ຄັດຈາກ: vovworld.vn