ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເຮັດວຽກກັບແຂວງກຽນຢາງ ກ່ຽວກັບການກະກຽມສັບປະດາຂັ້ນສູງ APEC 2027
ຕອນບ່າຍວັນທີ 21 ເມສາ, ຢູ່ນະຄອນຝຸກວັກ, ເມື່ອກ່າວຄຳເຫັນໃນການເຮັດວຽກກັບການນຳແຂວງກຽນຢາງ ກ່ຽວກັບສະພາບການຜັນຂະຫຍາຍ ແລະບາງກົນໄກນະໂຍຍາຍທີ່ຈຳເປັນ ເພື່ອລົງທຶນພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ສັບປະດາສຸດຍອດ APEC 2027, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ ສັບປະດາຂັ້ນສູງ APEC 2027 ແມ່ນເຫດການການເມືອງ, ການຕ່າງປະເທດທີ່ມີຄວາມສຳຄັນເປັນພິເສດ.
ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນຫາກຍັງແມ່ນໂອກາດອັນໃຫຍ່ເພື່ອໃຫ້ ຝຸກວັກ ບຸກທະລຸຢ່າງແຮງ, ພັດທະນາຢ່າງເໝາະສົມ, ປະກອບສ່ວນຊຸກຍູ້ການພັດທະນາລວມຂອງແຂວງ ແລະຂອງປະເທດ, ຍົກສູງທີ່ຕັ້ງຂອງຫວຽດນາມ ໃນເວທີປາໄສສາກົນ. ຝຸກວັກ ຕ້ອງຍາດແຍ່ງກຳລັງບົ່ມຊ້ອນ, ທ່າໄດ້ປຽບທີ່ພວມມີ, ຍາດແຍ່ງທຸກໂອກາດພ້ອມກັບການໜູນຊ່ວຍຈາກສູນກາງ, ຄວາມມານະພະຍາຍາມຂອງທ້ອງຖິ່ນ ແລະການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ, ເພ່ືອຫັນກຳລັງແຮງສັງລວມນຳ ຝຸກວັກ ພັດທະນາຢ່າງວ່ອງໄວ ແລະຍືນຍົງ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: vov.vn |
ກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ພ້ອມດ້ວຍຄະນະໄດ້ລົງສຳຫຼວດກວດກາສະພາບການຕົວຈິງຂອງບັນດາໂຄງການ, ເຊັ່ນ: ທ່າອາກາດສະຍານສາກົນ ຝຸກວັກ, ອ່າງນ້ຳ ດົງເຢືອງ (ອິນດູຈີນ) 2, ໂຄງການເສັ້ນທາງ DT.975, ເຂດຊຸມຊົນໃໝ່ ອານເຖີຍ, ໂຄງການເສັ້ນທາງຫຼວງ APEC ແລະສູນຈັດຕັ້ງກອງປະຊຸມ APEC ຢູ່ເທດສະບານ ອານເຖີຍ, ນະຄອນ ຝຸກວັກ.
ແຫຼ່ງຄັດຈາກ: vovword.vn