“ບໍ່ຄວນຢຸດນີ້ງຢູ່ກັບຄວາມສໍາເລັດ”
Viettel's Stars ແມ່ນເຫດການປະຈຳປີຂອງ Viettel ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາບຸກຄົນ ແລະໝູ່ຄະນະທີ່ດີເດັ່ນໃນທົ່ວໂລກ. ສານທີ່ວ່າ “ບໍ່ຄວນຢຸດນີ້ງຢູ່ກັບຄວາມສໍາເລັດ” ຂອງທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ແມ່ນຄໍາຕັກເຕືອນກ່ຽວກັບທ່າທີຕ້ອງມີຕໍ່ຜົນສຳເລັດທີ່ບັນລຸໄດ້ ແລະສິ່ງທ້າທາຍທີ່ພວມມີຢູ່ໃນສະພາບແວດລ້ອມທີ່ຫວຽດນາມ ຢືນຢູ່ຕໍ່ໜ້າການປ່ຽນແປງຢ່າງບຸກທະລຸທາງດ້ານວິທະຍາສາດ ແລະເຕັກໂນໂລຢີ.
ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ເວົ້າວ່າ: “ປີ 2025 ແມ່ນປີທີ່ມີຫຼາຍເປົ້າໝາຍ ແລະໜ້າທີ່ໃຫຍ່ເຊິ່ງພັກ, ລັດ ແລະກະຊວງປ້ອງກັນປະເທດ ມອບໝາຍໃຫ້ Viettel. ມີກາລະໂອກາດໃໝ່ຫຼາຍຢ່າງ ແລະຫວັງວ່າ Viettel ຈະນໍາໜ້າ, ເປັນຫຼັກແຫຼ່ງແກ່ນສານດ້ວຍຂອບຂະໜາດຂອງກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ. ແຕ່ຄວາມໄວ້ເນື້ອເຊື່ອໃຈ ແລະອິດທິພົນຊື່ສຽງນັ້ນ ອາດຈະສູນເສຍໄປໄດ້ຖ້າຫາກ Viettel ຢ່າປະໝາດ ແລະຢຸດນີ້ງຢູ່ກັບຄວາມສໍາເລັດຂອງຕົນ”.
    |
 |
ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄໍາເຫັນທີ່ເຫດການ. ພາບ: qdnd.vn |
ອາດເວົ້າໄດ້ວ່າ ສໍາລັບວິສາຫະກິດເຕັກໂນໂລຢີ ຄື Viettel ໄດ້ປະສົບຜົນສຳເລັດໃນປີ 2024 ເມື່ອເປັນບໍລິສັດທໍາອິດຢູ່ຫວຽດນາມ ໄດ້ຜັນຂະຫຍາຍເຄືອຂ່າຍ 5G, ຄົ້ນຄວ້າ ແລະປະດິດສ້າງສໍາເລັດຜະລິດຕະພັນຍຸດໂທປະກອນເຕັກໂນໂລຢີສູງ ແລະບັນລຸຜົນການດໍາເນີນທຸລະກິດລື່ນກາຍຄາດໝາຍຢູ່ຕະຫຼາດສາກົນ. Viettel ກໍ່ສືບຕໍ່ປະຕິບັດບັນດາໜ້າທີ່ເຕັກໂນໂລຢີຍຸດທະສາດລະດັບຊາດລວມມີການພັດທະນາເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າຢູ່ຫວຽດນາມ, ອຸປະກອນ 5G/6G ແລະດາວທຽມ.
ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ຖືວ່າ ຜົນສຳເລັດທີ່ຊ້ອນແຝງຄວາມສ່ຽງອັດຕະວິໄສ, ອາດຈະສົ່ງຜົນສະທ້ອນຕໍ່ທ່າໄດ້ປຽບ ແລະກຳລັງຄວາມສາມາດແກ່ງແຍ້ງຂອງ Viettel. ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ໃຫ້ຮູ້ວ່າ: “Viettel ເຂັ້ມແຂງບໍ່ແມ່ນຍ້ອນໄຊຊະນະທີ່ຜ່ານມາ, ແຕ່ຍ້ອນວ່າ ຍັງບໍ່ເຄີຍຢຸດນີ້ງຈັກເທື່ອ, ຍັງບໍ່ເຄີຍເພິ່ງພໍໃຈກັບຕົນເອງເທື່ອ, ຍາມໃດກໍຊອກຫາວິທີກ້າວເດີນໄປໜ້າ, ກ້າວໄປໄກກວ່າ, ເຮັດໃຫ້ດີກວ່າໃນແຕ່ລະມື້”.
ຈິດໃຈດັ່ງກ່າວໄດ້ສະແດງໃຫ້ເຫັນເປົ້າໝາຍທີ່ Viettel ວາງອອກໃນ ປີ 2025 ຄື: ກໍ່ສ້າງສະຖານີ 5G ໃຫ້ໄດ້ 20.000 ແຫ່ງ, ລົງທຶນກໍ່ສ້າງສູນຂໍ້ມູນຂະໜາດໃຫຍ່, ກຽມພ້ອມກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າ, ເປັນເຈົ້າຂອງເຕັກໂນໂລຢີດາວທຽມ ແລະໂຄງການກ່ຽວກັບການອອກແບບ, ປະດິດສ້າງອຸປະກອນເຕັກໂນໂລຢີສູງ.
ກຽມພ້ອມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ກວ່າ
ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ໄດ້ເນັ້ນໜັກເຖິງທ່າທີທີ່ຖ່ອມຕົວເມື່ອຕີລາຄາບັນດາສິ່ງທີ່ Viettel ເຮັດໄດ້ເພື່ອມຸ່ງໄປເຖິງເປົ້າໝາຍທີ່ສູງກວ່າ. ຈົ່ງຖ່ອມຕົວເມື່ອເບິ່ງຄືນຜົນສໍາເລັດ. ຕໍ່ໜ້າແມ່ນເປົ້າໝາຍທີ່ສູງກວ່າ, ສະນັ້ນຄວາມຫຍຸ້ງຍາກຈະຍິ່ງໃຫຍ່ກວ່າເມື່ອທຽບໃສ່ໃນເມື່ອກ່ອນ.
ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ໃຫ້ຮູ້ວ່າ: “ໃນສະພາບການຜັນແປທີ່ບໍ່ໄດ້ຄາດຄະເນທາງດ້ານພູມສາດການເມືອງ, ການຊຸດໂຊມທາງດ້ານເສດຖະກິດ, ໄພທຳມະຊາດ ຫຼືການປ່ຽນແປງທາງດ້ານເຕັກໂນໂລຢີ, ຖ້າຊ້າໄບາດກ້າວໜຶ່ງ, Viettel ອາດຈະສູນເສຍກາລະໂອກາດ ແລະຕຳແໜ່ງນຳໜ້າ”, ສະນັ້ນ ຮຽກຮ້ອງໃຫ້ພາລະກອນຂອງ Viettel ແຕ່ລະຄົນ ຕ້ອງມີຄວາມພ້ອມຕໍ່ສິ່ງທ້າທາຍ, ສືບຕໍ່ຮຽນຮູ້ ແລະປ່ຽນແປງໃໝ່ປະດິດຄິດສ້າງ.
    |
 |
ມອບລາງວັນໃຫ້ແກ່ໝູ່ຄະນະດີເລີດ Viettel ທ່ົວໂລກ. ພາບ: qdnd.vn |
ການຕີລາຄາຂອງທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ໄດ້ຍົກອອກໃນສະພາບທີ່ຫວຽດນາມ ພວມເອົາໃຈໃສ່ເປັນພິເສດເຖິງການຫັນປ່ຽນດີຈີຕອນ ແລະພັດທະນາວິທະຍາສາດ ແລະເຕັກໂນໂລຢີ. Viettel ໄດ້ຮັບຄວາມຫວັງວ່າ ຈະສວມບົດບາດສຳຄັນໃນວິວັດການດັ່ງກ່າວ.
ທ່ານພົນຈັດຕະວາ ຕ່າວດຶກຖັ໋ງ ຢືນຢັນວ່າ ປີ 2025 ແມ່ນປີເພື່ອໃຫ້ Viettel ສ້າງທ່ວງທ່າໃຫ້ແກ່ຍຸກແຫ່ງການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ. ເພື່ອຕອບສະໜອງສິ່ງດັ່າງກ່າວໃຫ້ໄດ້, ທາງກຸ່ມບໍລິສັດ ຕ້ອງເພີ່ມທະວີການລົງທຶນໃນຂົງເຂດເຕັກໂນໂລຢີ, ຄົ້ນຄວ້າ ແລະພັດທະນາ, ເປີດກວ້າງການຮ່ວມມືສາກົນ, ຮຽກຮ້ອງໃຫ້ບຸກຄະລາກອນມີຄວາມສາມາດຕອບສະໜອງບັນດາໜ້າທີ່ວຽກງານໃໝ່ ແລະຫຍຸ້ງຍາກກວ່າເກົ່າ.
ໂດຍ: ທູຈາງ