ຫວຽດນາມ ມີພື້ນຖານ ແລະໂອກາດເພື່ອກໍ່ສ້າງສູນການເງິນສາກົນສຳເລັດຜົນ. ນີ້ແມ່ນການຕີລາຄາຂອງທ່ານ ຮສຈ ປອ ຫງວຽນດັງບັ່ງ, ໂຮງຮຽນຄຸ້ມຄອງດໍາເນີນທຸລະກິດ Judge Business School, ມະຫາວິທະຍາໄລ Cambridge.
ທີ່ການໃຫ້ສຳພາດຕໍ່ນັກຂ່າວຫວຽດນາມ ຢູ່ອັງກິດ, ທ່ານ ຮສຈ ຫງວຽນດັງບັ່ງ ໃຫ້ຮູ້ວ່າ: ເຖິງວ່າຂະໜາດພື້ນຖານເສດຖະກິດຫວຽດນາມ ໃນປະຈຸບັນບໍ່ໃຫຍ່ປານໃດກໍ່ຕາມ, ແຕ່ຖ້າສາມາດຮັກສາທ່າເຕີບໂຕດີຄືໃນປະຈຸບັນ, ການສ້າງຕັ້ງສູນການເງິນສາກົນຢູ່ຫວຽດນາມ ປັດໃຈພາວະວິໄສເມື່ອຂະໜາດພື້ນຖານເສດຖະກິດພັດທະນາ.
ຕາມທ່ານ ຮສຈ ຫງວຽນດັງບັ່ງ ແລ້ວ, ດ້ວຍຄາດໝາຍສ້າງສູນການເງິນສາກົນບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການດ້ານທຶນຮອນ ແລະຄວາມຮຽກຮ້ອງຕ້ອງການດ້ານການເງິນຂອງຫວຽດນາມ ເທົ່ານັ້ນ ຫາກຍັງຮັບໃຊ້ໃຫ້ແກ່ໂລກ, ຫວຽດນາມ ກໍ່ມີພື້ນຖານເພື່ອປະຕິບັດເປົ້າໝາຍນີ້.
    |
 |
ທ່ານ ຮສຈ ປອ ຫງວຽນດັງບັ່ງ, ໂຮງຮຽນຄຸ້ມຄອງດໍາເນີນທຸລະກິດ Judge Business School, ມະຫາວິທະຍາໄລ Cambridge. ພາບ: FTU |
ທີໜຶ່ງ, ຫວຽດນາມ ມີພື້ນຖານເສດຖະກິດເປີດ, ປະຈຸບັນໄດ້ຮັບຖືວ່າແມ່ນໜຶ່ງໃນ 5 ພື້ນຖານເສດຖະກິດເປີດກວ່າໝູ່ໃນໂລກ, ດ້ວຍດັດຊະນີລາຄາວົງເງິນນຳເຂົ້າ-ສົ່ງອອກ/ຍອດຜະລິດຕະພັນພາຍໃນປະເທດ (GDP) ແມ່ນກ່ວາ 1,5 ເທົ່າ. ພື້ນຖານເສດຖະກິດເປີດ ແລະການຄ້າການເງິນເປີດ, ແມ່ນພື້ນຖານ ແລະເງື່ອນໄຂທີ່ດີເພື່ອພັດທະນາສູນການເງິນສາກົນ.
ທີສອງ, ຫວຽດນາມ ມີທີ່ຕັ້ງພູມສາດທີ່ສະດວກ, ຕັ້ງຢູ່ອາຊີ, ລະຫວ່າງອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ, ແຫ່ງທີ່ມີລະດັບພັດທະນາເສດຖະກິດໄວທີ່ສຸດໃນໂລກ.
ທ່ານ ຮສຈ ຫງວຽນດັງບັ່ງ ໃຫ້ຮູ້ວ່າ: ນີ້ແມ່ນຄວາມສະດວກທີ່ສຸດເມື່ອຫວຽດນາມ ນອນຢູ່ໃຈກາງເຂດທີ່ຂະຫຍັນຂັນເຂື່ອນ, ດ້ວຍຄວາມຕ້ອງການດ້ານການເງິນ ແລະການບໍລິການດ້ານການເງິນຫຼາຍທີ່ສຸດ, ແລະຜະລິດຕະພັນ, ການບໍລິການສ່ວນໃຫຍ່ຂອງຕະຫຼາດການເງິນສາກົນປະຈຸບັນໄດ້ປະກົດຢູ່ໃນພາກພື້ນ.
ນອກນັ້ນ ຫວຽດນາມ ຍັງແມ່ນປະເທດໃຫຍ່ພໍສົມຄວນ, ມີພົນລະເມືອງກວ່າ 100 ລ້ານຄົນ, ດ້ວຍປະຊາກອນໜຸ່ມຫຼາຍ ແລະມີຕະຫຼາດພາຍໃນປະເທດທີ່ສຳຄັນ. ຕາມທ່ານ ຮສຈ ຫງວຽນດັງບັ່ງ ແລ້ວ, ນີ້ແມ່ນພື້ນຖານທີ່ດີ ແລະທ່າໄດ້ປຽບເມື່ອທຽບໃສ່ບາງສູນການເງິນຢູ່ພາກພື້ນໃນປະຈຸບັນ, ເຊັ່ນ: ສິງກະໂປ, ເຊິ່ງແມ່ນສູນກາງການເງິນສາກົນໃຫຍ່ທີ່ສຸດໃນອາຊີ, ແມ່ນປະເທດນ້ອຍທີ່ມີພົນລະເມືອງພຽງປະມານ 6 ລ້ານຄົນ ແລະມີເນື້ອທີ່ເທົ່າກັບເກາະ ຟູ໋ກວກ ເທົ່ານັ້ນ.
ສຸດທ້າຍ, ຫວຽດນາມ ມີທ່າໄດ້ປຽບທາງດ້ານພູມສາດການເມືອງໃນພາກພື້ນເພື່ອພັດທະນາສູນການເງິນສາກົນ, ເຊິ່ງບໍ່ແມ່ນວ່າປະເທດໃດກໍ່ມີ. ທ່ານ ຮສຈ ຫງວຽນດັງບັ່ງ ຊີ້ອອກວ່າ, ບາງປະເທດທີ່ມີຄວາມສ່ຽງດ້ານພູມສາດການເມືອງຢູ່ພາກພື້ນນັ້ນ, ການດຶງດູດນັກລົງທຶນສາກົນ ຫຼື ບັນດາຜູ້ມີຊັບສິນຫຼາຍຈະຍາກຫຼາຍ.
ທ່ານ ຮສຈ ຫງວຽນດັງບັ່ງ ໃສ່ໃຈວ່າ: ເຖິງວ່າມີພື້ນຖານດີກໍ່ຕາມ, ແຕ່ການກໍ່ສ້າງສູນການເງິນສາກົນຢູ່ຫວຽດນາມ ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ທ່ານ ຮສຈ ຫງວຽນດັງບັ່ງ ຊີ້ອອກບັນດາເງື່ອນໄຂພື້ນຖານໃນການສ້າງຕັ້ງ ແລະພັດທະນາສູນການເງິນສາກົນເຊິ່ງປະຈຸບັນ ຫວຽດນາມ ຍັງຂາດເຂີນ ຫຼື ຍັງອ່ອນ ແລະຈະຕ້ອງລົງທຶນເພື່ອຕອບສະໜອງບັນດາເງື່ອນໄຂດັ່ງກ່າວ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ຕາມທ່ານ ຮສຈ ຫງວຽນດັງບັ່ງ ແລ້ວ, ເງື່ອນໄຂທຳອິດແມ່ນພື້ນຖານກົດໝາຍປັງປຸງການເຄື່ອນໄຫວຂອງສູນການເງິນສາກົນ, ແມ່ນໜຶ່ງໃນບັນດາພື້ນຖານສັບສົນທີ່ສຸດເຊິ່ງຫຼາຍປະເທດໃນໂລກເຮັດບໍ່ໄດ້.
ທ່ານໃຫ້ຮູ້ວ່າໜຶ່ງໃນບັນດາຊັບສິນອັນໃຫຍ່ຫຼວງທີ່ສຸດຂອງອັງກິດ, ເຮັດໃຫ້ລອນດອນ ກາຍເປັນສູນການເງິນສາກົນໃຫຍ່ທີ່ສຸດໃນໂລກ, ແມ່ນລະບົບກົດໝາຍທີ່ມີມານັບພັນປີຂອງປະເທດນີ້, ມີຄວາມໝັ້ນຄົງ ແລະລັກສະນະເປີດ, ຊ່ວຍປົກປ້ອງຊັບສິນຂອງຜູ້ລົງທຶນຢ່າງແຂງແຮງ ແລະມີປະສິດທິຜົນ ແລະລົງໂທດທຸກກໍລະນີລະເມີດກົດໝາຍໃນຕະຫຼາດການເງິນສາກົນຂອງລອນດອນ.
ຕາມທ່ານ ຮສຈ ຫງວຽນັງດບັ່ງ ແລ້ວ, ພາລະໜ້າທີ່ໃຫຍ່ທີ່ສຸດຂອງອົງການຄຸ້ມຄອງຕະຫຼາດການເງິນສາກົນແມ່ນສ້າງກົດໝາຍ ແລະປະຕິບັດກົດໝາຍເພື່ອດັດສົມ, ແທນທີ່ຈະກີດຂວາງ, ການເຄື່ອນໄຫວຂອງຕະຫຼາດ.
ທ່ານເນັ້ນໜັກວ່າ, ປະຈຸບັນ, ຫວຽດນາມ ເກືອບບໍ່ມີຜູ້ຊ່ຽວຊານໃນຂົງເຂດນີ້ ແລະຍັງບໍ່ທັນມີປະສົບການເພື່ອປັບປຸງບັນຫານີ້. ສະນັ້ນ, ນັບແຕ່ນີ້ເປັນຕົ້ນໄປ, ຫວຽດນາມ ຕ້ອງກະກຽມພື້ນຖານດ້ານນິຕິກຳເມື່ອຕະຫຼາດການເງິນຖືກນຳເຂົ້າການເຄື່ອນໄຫວ. ເງື່ອນໄຂທີສອງ ແມ່ນຮັບປະກັນຊັບພະຍາກອນມະນຸດຢູ່ກັບທີ່ເພື່ອຮັບໃຊ້ການເຄື່ອນໄຫວຂອງສູນການເງິນສາກົນ. ຊັບພະຍາກອນມະນຸດນີ້ຕ້ອງມີກຳລັງແກ່ງແຍ້ງໃນທົ່ວໂລກດ້ານການເງິນ, ໃນນັ້ນມີ 3 ເສົາຄ້ຳ ຄື: ດ້ານການເງິນ; ເຕັກໂນໂລຊີຕິດພັນກັບການເງິນ, ລວມມີວິທະຍາສາດຄອມພິວເຕີ ແລະວິທະຍາສາດຂໍ້ມູນ ແລະຊັບພະຍາກອນມະນຸດ.
ທ່ານ ຮສຈ ຫງວຽນດັງບັ່ງ ຖືວ່າ: ການຮັບປະກັນຊັບພະຍາກອນມະນຸດດ້ານການເງິນແມ່ນສິ່ງທ້າທາຍໃຫຍ່ທີ່ສຸດ, ເນັ້ນໜັກເຖິງຄວາມສຳຄັນຂອງການຈັດຕັ້ງການກໍ່ສ້າງເປັນລະບົບ, ມີວິທະຍາສາດ ເພື່ອຮັບປະກັນສົ້ນອອກແມ່ນຊັບພະຍາກອນທີ່ມີຄວາມສາມາດແຂ່ງຂັນສາກົນ. ຕາມທ່ານແລ້ວ, ເພື່ອສ້າງສູນການເງິນສາກົນ, ຫວຽດນາມ ຕ້ອງມີມະຫາວິທະຍາໄລແຖວໜ້າ 3 ແຫ່ງ ມີໜ້າໃນບັນຊີລາຍຊື່ 50 ຂະແໜງວິຊາການເງິນດີທີ່ສຸດໃນໂລກ, ແລະໃນທອບ 8 ຂະແໜງວິຊາການເງິນດີທີ່ສຸດໃນອາຊີ.
ເງື່ອນໄຂຕໍ່ໄປແມ່ນເພື່ອຮັບປະກັນໂຄງລ່າງຂອງຮາດແວ. ທ່ານ ຮສຈ ຫງວຽນດັງບັ່ງ ໃຫ້ຮູ້ວ່າ: ຫວຽດນາມ ພວມປະຕິບັດຢ່າງໄວ, ດີກ່ວາຫຼາຍປະເທດ, ໃນພັດທະນາພື້ນຖານໂຄງລ່າງ ຮາດແວ ເຊັ່ນ: ການເຊື່ອມຕໍ່ອິນເຕີເນັດ, ການສັນຈອນ, ເຊື່ອມຕໍ່ສະໜາມບິນ...
ເຖິງຢ່າງໄດກໍ່ຕາມ, ທ່ານເນັ້ນໜັກວ່າ: ພື້ນຖານໂຄງລ່າງດ້ານຮາດແວຕ້ອງມີໂຮງຮຽນ ແລະໂຮງໝໍທີ່ບັນລຸມາດຕະຖານສາກົນ, ເພາະວ່າສູນການເງິນຮັບໃຊ້ລູກຄ້າສາກົນຕ້ອງຮັບປະກັນພື້ນຖານໂຄງລ່າງພື້ນຖານເຊັ່ນ: ສາທາລະນະສຸກ ແລະການສຶກສາ. ທ່ານ ຮສຈ ຫງວຽນດັງບັ່ງ ກໍ່ເນັ້ນໜັກວ່າ: ຢາກກາຍເປັນສູນກາງການເງິນສາກົນ, ຫວຽດນາມ ຕ້ອງມີຄວາມສາມາດດຶງດູດຜູ້ເກັ່ງກ້າຂອງໂລກ.
ໂດຍ: ຈາງຫງວຽນ