ຄ່ຳຄືນວັນທີ 8 ເມສາ, ສື່ມວນຊົນຂອງພາກພື້ນໃຫ້ຮູ້ວ່າ ສອງປະເທດມະຫາອຳນາດ ອາເມລິກາ ແລະລັດເຊຍ ກະກຽມດຳເນີນຮອບເຈລະຈາລະຫວ່າງສອງຝ່າຍຢູ່ ຕວັກກີ ໃນວັນທີ 10 ເມສາ. ບັນດານັກການທູດສອງປະເທດຈະປຶກສາຫາລືເລື່ອງຫັນການເຄື່ອນໄຫວບັນດາຄະນະທຸຕານຸທູດອາເມລິກາ ແລະ ລັດເຊຍ ຢູ່ ມົດສະກູ ແລະ ວໍຊິງຕັນ ເປັນປົກກະຕິ. ກ່ອນໜ້ານັ້ນ, ວັນທີ 27 ກຸມພາ ຜ່ານມາ, ສອງປະເທດໄດ້ດຳເນີນການເຈລະຈາຄັ້ງທຳອິດກ່ຽວກັບການປົວແປງສາຍພົວພັນສອງຝ່າຍ. ການເຈລະຈາໄດ້ດຳເນີນຢູ່ສະຖານກົງສູນ ອາເມລິກາ ປະຈຳ Istanbul.

ການພົວພັນລະຫວ່າງ ອາເມລິກາ ແລະລັດເຊຍ ໄດ້ມີການປົວແປງຢ່າງແຮງພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ກັບຄືນສູ່ທຳນຽບຊາວໃນວັນທີ 20 ມັງກອນ. ເປັນໜ້າສົນໃຈແມ່ນ, ບັນດາການພົບປະຂັ້ນສູງ ແລະການປຶກສາຫາລືທາງການທູດລະຫວ່າງ ອາເມລິກາ - ລັດເຊຍ ໃນໄລຍະຜ່ານມາ ລ້ວນແຕ່ໄດ້ດຳເນີນຢູ່ຕາເວັນອອກກາງ. ໃນນັ້ນ, ກອງປະຊຸມຂັ້ນສູງລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດໄດ້ຈັດຂຶ້ນຢູ່ ອາຣັບບີ ຊະອຸດິ ໃນກາງເດືອນກຸມພາ, ເຊິ່ງເປັນຂີດໝາຍການພົບປະຂັ້ນສູງຄັ້ງທຳອິດລະຫວ່າງສອງປະເທດມະຫາອຳນາດນັບແຕ່ເມື່ອການປະທະກັນລັດເຊຍ - ຢູແກຼນ ເກີດຂຶ້ນໃນເດືອນ ກຸມພາ 2022.

ຂ່າວ: vovworld.vn