ໃຫ້ຂໍ້ສັງເກດທີ່ວ່າ ຫວຽດນາມ ມີຫຼາຍປັດໄຈສະດວກ ເພື່ອພັດທະນາກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະເຂັ້ມແຂງ, ທ່ານ Jens Ruebbert ປະທານສະພາທຸລະກິດ ອີຢູ-ອາຊຽນ, ປະທານຫ້ອງການຄ້າເອີລົບ ປະຈໍາ ສິງກະໂປ ແລະຜູ້ອໍານວຍການບໍລິຫານພາກພື້ນອາຊີ-ປາຊີຟິກຂອງທະນາຄານ Landesbank Baden-Wuerttemberg (LBBW) ໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.
ນັກຂ່າວ: ທ່ານ ສາມາດແບ່ງປັນກ່ຽວກັບໂອກາດ ແລະສິ່ງທ້າທາຍຫຼັກເຊິ່ງວິສາຫະກິດເອີລົບ ພວມປະເຊີນໜ້າເມື່ອຮ່ວມມືກັບຫວຽດນາມ? ຕາມທ່ານແລ້ວ, ໃນອະນາຄົດ, ຂົງເຂດໃດຈະແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດໃຫ້ແກ່ການພັດທະນາການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ?
    |
 |
ຂະແໜງຕັດຫຍິບ ຈະປະກອບສ່ວນຫຼາຍໃຫ້ແກ່ການເຕີບໂຕເສດຖະກິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Jens Ruebbert: ກ່ຽວກັບໂອກາດ, ຫວຽດນາມ ມີຫຼາຍປັດໄຈສະດວກ ເພື່ອກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະພັດທະນາໄວ. ລັດຖະບານຫວຽດນາມ ຍາມໃດກໍເປີດເຜີຍ ແລະເປັນມິດກັບການລົງທຶນ, ພ້ອມທັງປະຕິບັດການປະຕິຮູບຕ່າງໆ ເພື່ອເຂົ້າຮ່ວມລະບົບການຄ້າທົ່ວໂລກ.
ຂ້າພະເຈົ້າ ຖືວ່າ ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດແມ່ນການຄ້າ, ພວກເຮົາ ໄດ້ມີສັນຍາການຄ້າເສລີ ອີຢູ-ຫວຽດນາມ (EVTFA), ສິ່ງນີ້ໄດ້ເປີດໂອກາດອັນໃຫຍ່ຫຼວງ. ກ່ຽວກັບບັນດາຂະແໜງການ ແລະການລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ຂ້າພະເຈົ້າ ເຫັນວ່າ ມີພະລັງງານສີຂຽວ, ເຕັກໂນໂລຊີສູງ, ອຸດສາຫະກໍາ 4.0, ເຕັັກໂນໂລຊີການແພດ, ເຕັກໂນໂລຊີຊີວະພາບ ແລະຄົມມະນາຄົມຂົນສົ່ງ.
ນັກຂ່າວ: ສະພາທຸລະກິດ ອີຢູ-ອາຊຽນ ໄດ້ປະກອບສ່ວນຄືແນວໃດໃນການເຊື່ອມຕໍ່ວິສາຫະກິດ ແລະອົງການລັດຖະບານຂອງຫວຽດນາມ ກັບບັນດາປະເທດເອີລົບ? ຕາມທ່ານແລ້ວ ຂໍ້ລິເລີ່ມໃດແດ່ຈະສ້າງການຫັນປ່ຽນອັນໃຫຍ່ຫຼວງໃນການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ?
ທ່ານ Jens Ruebbert: ຂ້າພະເຈົ້າ ຖືວ່າ ສະພາທຸລະກິດ ອີຢູ-ອາຊຽນ - ເຊິ່ງເປັນຫົວໜ່ວຍເຮັດວຽກຢ່າງແໜ້ນແຟ້ນກັບ EuroCham ຢູ່ຫວຽດນາມ ໄດ້ເຊື່ອມຕໍ່ບັນດາບໍລິສັດເອີລົບ ກັບບັນດາອົງການລັດຖະບານຂອງຫວຽດນາມ ຢ່າງເລິກເຊິ່ງແລ້ວ.
    |
 |
ການລົງທຶນພັດທະນາພື້ນຖານໂຄງລ່າງຫັນເປັນດີຈີຕອນຢູ່ກຽນຢາງ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່ຽວກັບບັນດາຂໍ້ລິເລີ່ມໃນປັດຈຸບັນ, ຂ້າພະເຈົ້າ ຕີລາຄາສູງສາມຈຸດດັ່ງນີ້. ທີໜຶ່ງແມ່ນແງ່ຫວັງເສດຖະກິດຂອງຫວຽດນາມ ດ້ວຍເປົ້າໝາຍເຕີບໂຕ GDP 8% ໃນປີ 2025. ທີສອງແມ່ນການປະຕິຮູບລະບອບລະບຽບການສໍາຄັນທີ່ສຸດນັບແຕ່ການປ່ຽນແປງໃໝ່, ເຊິ່ງ ສະພາແຫ່ງຊາດ ໄດ້ຮັບຮອງເອົາໃນເດືອນກຸມພາ ທີ່ຜ່ານມາ, ເປີດໄລຍະພັດທະນາໃໝ່. ສຸດທ້າຍແມ່ນມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນແຫ່ງຊາດ, ຖືວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາແມ່ນກໍາລັງໜູນໃຫ້ການພັດທະນາເສດຖະກິດຕໍ່ໄປຂອງຫວຽດນາມ.
ນັກຂ່າວ: ທ່ານ ຕີລາຄາແນວໃດກ່ຽວກັບຜົນກະທົບຂອງການປະຕິຮູບດ້ານພາສີອາກອນຂອງຫວຽດນາມ ສໍາລັບສະພາບແວດລ້ອມດໍາເນີນທຸລະກິດ ແລະການພັດທະນາຂອງບັນດາວິສາຫະກິດເອີລົບ ຢູ່ຫວຽດນາມ? ການປະຕິຮູບນີ້ສາມາດຕອບສະໜອງຄວາມຄາດຫວັງຂອງບັນດາວິສາຫະກິດສາກົນໃນການສ້າງຄວາມສະດວກໃຫ້ແກ່ການສົ່ງອອກນໍາເຂົ້າ ແລະຫຼຸດຜ່ອນຄ່າໃຊ້ຈ່າຍທຸລະກໍາ ໄດ້ແລ້ວບໍ່?
ທ່ານ Jens Ruebbert: ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປະຕິບັດການປະຕິຮູບຕ່າງໆດ້ານພາສີອາກອນ ເພື່ອປັບປຸງສະພາບແວດລ້ອມດໍາເນີນທຸລະກິດ, ດຶງດູດການລົງທຶນຈາກຕ່າງປະເທດ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ່າເຂົ້າໃນພື້ນຖານເສດຖະກິດທົ່ວໂລກ. ບັນດາການປະຕິຮູບນີ້ສໍາຄັນພິເສດຕໍ່ວິສາຫະກິດເອີລົບ ທີ່ພວມເຮັດວຽກຢູ່ຫວຽດນາມ.
ບັນດາວິສາຫະກິດເອີລົບ ຊົມເຊີຍການປະຕິຮູບນີ້ຂອງຫວຽດນາມ ຍ້ອນໄດ້ນໍາເອົາຜົນປະໂຫຍດຫຼາຍຢ່າງ ຄື ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະເພີ່ມການແລກປ່ຽນລະຫວ່າງຫວຽດນາມ ແລະອີຢູ; ຫຼຸດຜ່ອນຄ່າໃຊ້ຈ່າຍທຸລະກໍາ ຍ້ອນການສົ່ງສໍາເນົາເອກະສານ ແລະຊໍາລະເອເລັກໂຕນິກ; ປັບປຸງຄວາມສາມາດກະຕວງການເຄື່ອນໄຫວທຸລະກິດ, ສິ່ງນີ້ແມ່ນສໍາຄັນທີ່ສຸດໃຫ້ແກ່ແຜນການ ແລະການລົງທຶນໄລຍະຍາວ.
ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າ ຖືວ່າຍັງມີສິ່ງທ້າທາຍຕ່າງໆ ຄື ປະຕິບັດການປະຕິຮູບບາງເທື່ອບໍ່ສະເໝີຕົ້ນສະເໝີປາຍ ຍ້ອນຄວາມແຕກຕ່າງກ່ຽວກັບຄວາມສາມາດດ້ານບໍລິຫານຢູ່ຂັ້ນທ້ອງຖິ່ນ, ສະພາບແວດລ້ອມຢູ່ຫວຽດນາມຕ້ອງກຳນົດຢ່າງເໝາະສົມ ແລະກະຈ່າງແຈ້ງກວ່າ. ດ້ວຍຈໍານວນການຄ້ານັບມື້ນັບເພີ່ມຂຶ້ນ, ພື້ນຖານໂຄງລ່າງຂອງຫວຽດນາມ, ລວມທັງທ່າເຮືອ ແລະເຄືອຂ່າຍພະລາທິການຕ້ອງສືບຕໍ່ໄດ້ຮັບການຍົກລະດັບເພື່ອຕອບສະໜອງຄວາມຕ້ອງການ.
ນັກຂ່າວ: ຂໍຂອບໃຈທ່ານ.
ໂດຍ: ໄຊຊະນະ