leftcenterrightdel
Vietnam Airlines ສົມທົບກັນມອບສິນຄ້າຊ່ວຍເຫຼືອທັງໝົດໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຝ່າຍ ມຽນມາ. ພາບ: VNA

ວັນທີ 8 ເມສາ, ຖ້ຽວບິນໝາຍເລກ VN9711 ຂອງ Vietnam Airlines ໄດ້ຂົນສົ່ງສິນຄ້າຊ່ວຍເຫຼືອເກືອບ 30 ໂຕນໄປ ມຽນມາ ເພື່ອໜູນຊ່ວຍປະເທດເພື່ອນຜ່ານຜ່າຜົນຮ້າຍຈາກໄພພິບັດແຜ່ນດິນໄຫວເກີດຂຶ້ນຢ່າງຮ້າຍແຮງຫວ່າງມໍ່ໆມານີ້. ເຄື່ອງຊ່ວຍເຫຼືອລວມມີບັນດາເຄື່ອງຂອງທີ່ຈຳເປັນ, ຄື: ອາຫານແຫ້ງ, ຕູບ ແລະບັນດາສິນຄ້າຊ່ວຍເຫຼືອອື່ນໆ. ບັນດາເຄື່ອງຊ່ວຍເຫຼືອໄດ້ຫໍ່, ກວດກາຢ່າງລະອຽດກ່ອນທີ່ດຳເນີນບັນດາຂັ້ນຕອນຕໍ່ໄປຂອງການຂົນສົ່ງ. Vietnam Airlines ໄດ້ສົມທົບກັນມອບສິນຄ້າຊ່ວຍເຫຼືອທັງໝົດໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຝ່າຍ ມຽນມາ ເພື່ອສົ່ງໄປເຖິງປະຊາຊົນເຂດຖືກຜົນສະທ້ອນຢ່າງທັນການ.

ແຫຼ່ງຄັດຈາກ: vovworld.vn