ເມື່ອກ່າວຄຳເຫັນໃນການຢ້ຽມຢາມ ປານາມາ ໃນວັນທີ 8 ເມສາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth ຖະແຫຼງວ່າ ອາເມລິກາ ຈະຢຶດຄືນຊ່ອງແຄບ ປານາມາ. ທ່ານ Pete Hegseth ແມ່ນລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຄົນທຳອິດທີ່ໄປຢ້ຽມຢາມ ປານາມາ ໃນຫຼາຍທົດສະວັດຜ່ານມາ ແລະການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໃນສະພາບການທ່ານປະທານາທິບໍດີ Donald Trump ເຄີຍຖະແຫຼງເປັນຫຼາຍຄັ້ງແລ້ວວ່າ ອາເມລິກາ ຈະຢຶດຄອງຄືນຊ່ອງແຄບດັ່ງກ່າວ. ພາຍຫຼັງການປຶກສາຫາລືກັບວົງການເຈົ້າໜ້າທີ່ ປານາມາ, ທ່ານລັດຖະມົນຕີ Pete Hegseth ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບບັນດາກຳລັງປານາມາ. ປັດຈຸບັນ, ແຕ່ລະປີ, ມີກໍາປັ່ນຕູ້ຄອນແທນເນີກວ່າ 40% ຂອງອາເມລິກາ, ທີ່ມີມູນຄ່າປະມານ 270 ຕື້ໂດລາສະຫະລັດ, ແລ່ນຜ່ານຊ່ອງແຄບ ປານາມາ, ເຊິ່ງກວມເອົາກວ່າ 2/3 ຈຳນວນກໍາປັ່ນທີ່ແລ່ນຜ່ານຊ່ອງແຄບດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn