ຄວາມປາດຖະໜາຢາກ "ດົນບັນດານໃຈ" ໃຫ້ແກ່ຄົນລຸ້ນຫຼັງ
Huang Xiao Long, ອາຍຸ 37 ປີ, ນັກຄົ້ນຄວ້າປະລິນຍາເອກພະແນກພາສາສາດ ຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ຄູອາຈານສອນຢູ່ມະຫາວິທະຍາໄລກວາງຊີ (ຈີນ) ໃຫ້ຮູ້ວ່າ, ພາຍຫຼັງປ້ອງກັນວິທະຍານິພົນປະລິນຍາເອກຢູ່ຫວຽດນາມ, ນາງຈະກັບຄືນມະຫາວິທະຍາໄລກວາງຊີ ເພື່ອອຸທິດສ່ວນໃຫ້ຂະແໜງການສຶກສາຂອງຈີນ, ສອນພາສາຫວຽດນາມ ໃຫ້ນັກສຶກສາຈີນ. ທ່ານນາງປາດຖະໜາຢາກສືບຕໍ່ “ດົນບັນດານໃຈ” ໃຫ້ຄົນລຸ້ນຫຼັງ, ເພື່ອໃຫ້ເຂົາເຈົ້າສືບທອດລຸ້ນກ່ອນເພື່ອພ້ອມກັນເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ຈີນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.
    |
 |
Huang Xiao Long ແບ່ງປັນກັບນັກຂ່າວ. ພາບ: ຫວຽດຈຸງ |
“ຂ້າພະເຈົ້າຈະສຶກສາໃຫ້ນັກຮຽນກາຍເປັນຜູ້ສືບທອດສາຍພົວພັນມິດຕະພາບຫວຽດນາມ-ຈີນ, ເປັນຜູ້ນໍາໜ້າເພື່ອຄວາມກ້າວໜ້າຂອງມະນຸດ, ເພື່ອຊຸກຍູ້ສາຍພົວພັນມິດຕະພາບຫວຽດນາມ - ຈີນ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”, Huang Xiao Long ແບ່ງປັນ.
Huang Xiao Long ຖືວ່າ, ນັກສຶກສາຈີນ, ເປັນຕົ້ນແມ່ນນັກສຶກສາພະແນກພາສາຫວຽດ, ກ່ອນອື່ນໝົດຕ້ອງຮຽນພາສາຫວຽດນາມ ໃຫ້ດີ, ແລ້ວຊອກຮູ້ຫຼາຍດ້ານຕື່ມອີກຄື: ເສດຖະກິດ ແລະການພັດທະນາຂອງແຕ່ລະປະເທດ, ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນຫຼາຍຢ່າງກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ - ຈີນ. ໂດຍແມ່ນນັກຮຽນຈີນ ທີ່ຮຽນພາສາຫວຽດ ແລະດຳລົງຊີວິດຢູ່ຫວຽດນາມ ເປັນເວລາ 8 ປີ, ໄດ້ເຫັນການປ່ຽນແປງຫຼາຍຢ່າງຢູ່ນະຄອນຫຼວງຮ່າໂນ້ຍ ແລະປະເທດຫວຽດນາມ, ສະນັ້ນ, ເມື່ອຄະນະຈັດຕັ້ງເຊີນຂຶ້ນເວທີພົບປະແລກປ່ຽນ, Xiao Long ຮູ້ສຶກສະເທືອນໃຈ, ເອກອ້າງທະນົງໃຈ ແລະເປັນກຽດຫຼາຍ.
ເວລາຍັງນ້ອຍ, ເມື່ອໄປຢ້ຽມຢາມດ່ານຊາຍແດນ Dongxing (ຈີນ) - ມົງກ່າຍ (ຫວຽດນາມ). ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ Xiao Long, ນັ້ນແມ່ນຮູບພາບແມ່ຍິງຫວຽດນາມທີ່ສວຍງາມໃນຊຸດເສື້ອຍາວ ສິ່ງດັ່ງກ່າວ ແລະຄວາມສະໜິດສະໜົມລະຫວ່າງແມ່ຂອງ Xiao Long ແລະບັນດາເພື່ອນມິດຫວຽດນາມ ໄດ້ຊຸກຍູ້ນາງຊອກຮູ້ກ່ຽວກັບປະເທດຊາດ ແລະປະຊາຊົນຫວຽດນາມ. ຫຼັງຈາກນັ້ນ, ນາງໄດ້ຕັດສິນໃຈຮຽນພາສາຫວຽດນາມ, ແລ້ວມີໂອກາດມາຫວຽດນາມ ຮ່ຳຮຽນຢູ່ພະແນກພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດຕາມລາຍການຮ່ວມມືລະຫວ່າງສອງໂຮງຮຽນ.
“ໃນໄລຍະດຳລົງຊີວິດຢູ່ຫວຽດນາມ, ຂ້າພະເຈົ້າຍາມໃດກໍ່ໄດ້ຮັບການຊ່ວຍເຫຼືອ, ຄວາມຮັກແພງຈາກບັນດາຄູອາຈານຫວຽດນາມ. ເມື່ອເຫັນວ່າຂ້າພະເຈົ້າຢາກຊອກຮູ້ວັດທະນະທຳອາຫານການກິນຂອງຫວຽດນາມ, ບັນດາຄູອາຈານໄດ້ສອນຂ້າພະເຈົ້າວິທີປຸງແຕ່ງອາຫານຫວຽດນາມ. ເມື່ອນັກສຶກສາຈີນ, ເພື່ອນຂອງຂ້າພະເຈົ້າ ເຈັບປ່ວຍ, ຄູອາຈານໄດ້ພາໄປກວດພະຍາດຢູ່ໂຮງໝໍ, ແລ້ວພາກັບຄືນຫໍພັກ. ຢູ່ຮ່າໂນ້ຍ, ຂ້າພະເຈົ້າຍັງມີກາລະໂອກາດໄດ້ພົບປະແລກປ່ຽນວັດທະນະທໍາກັບບັນດາເພື່ອນມິດຫວຽດນາມ, ຮຽນພາສາຫວຽດ ແລະພ້ອມກັນຄົ້ນຫາອາຫານການກິນຢູ່ຖະໜົນເກົ່າຮ່າໂນ້ຍ. ບັນຍາກາດເບີກບານມ່ວນຊື່ນ, ສະບາຍໃຈຢູ່ທີ່ນີ້ແມ່ນຄວາມຊົງຈຳທີ່ອົບອຸ່ນ ແລະລືມບໍ່ໄດ້ຂອງຂ້າພະເຈົ້າ,” Xiao Long ແບ່ງປັນ.
ຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດ
ເຄີຍແມ່ນນັກສະແດງທີ່ມີຊື່ສຽງແຕ່ເວລາຍັງນ້ອຍ. ປະຈຸບັນ, ເຈີ່ນທຽນຕູ ແມ່ນສາວຫວຽດນາມ ທີ່ເມົາມົວກັບພາສາ ແລະວັດທະນະທຳຈີນ, ກໍ່ຄືໄດ້ຮັບຄວາມຮັກແພງຈາກມະຫາຊົນຜ່ານບັນດາບົດເພງຫວຽດນາມ ພາສາຈີນ ໃນເຄືອຂ່າຍສັງຄົມ TikTok. ແບ່ງປັນນອກລາຍການ “ພົບປະແລກປ່ຽນນັກສຶກສາຫວຽດນາມ - ຈີນ ລຸ້ນຕ່າງໆ”, ເຈີ່ນທຽນຕູ ໃຫ້ຮູ້ວ່າ, ໃນໄລຍະຮຽນຢູ່ຈີນ, ນອກຈາກຮ່ຳຮຽນຮັບເອົາຄວາມຮູ້ໃນໂຮງຮຽນແລ້ວ, ນາງຍັງໄດ້ເຂົ້າຮ່ວມຫຼາຍກິດຈະກຳໂດຍໂຮງຮຽນຈັດຕັ້ງກໍ່ຄືບັນດາການເຄື່ອນໄຫວຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ປັກກິ່ງ.
    |
 |
ເຈີ່ນທຽນຕູ ແບ່ງປັນຢູ່ນອກລາຍການ. ພາບ: ຫວຽດຈຸງ |
“ເປັນຕົ້ນແມ່ນບັນດາລາຍການກ່ຽວກັບງານບຸນວັດທະນະທຳ, ພວກນ້ອງເຂົ້າຮ່ວມຢ່າງສຸດໃຈເພາະວ່າຜ່ານລາຍການນີ້, ພວກນ້ອງມີກາລະໂອກາດແນະນຳວັດທະນະທຳຫວຽດນາມ ໃຫ້ແກ່ເພື່ອນມິດຈີນ ແລະນັກສຶກສາຕ່າງປະເທດອື່ນໆ. ພວກນ້ອງແນະນຳຊຸດອາພອນພື້ນເມືອງ ຄື: ເສື້ອຍາວ, ການລະຫຼີ້ນພື້ນເມືອງ, ສະຖານທີ່ທ່ອງທ່ຽວ ແລະເຍື່ອງອາຫານຂອງຫວຽດນາມ”, ທຽນຕູ ແບ່ງປັນ.
ເຈີ່ນທຽນຕູ ໃຫ້ຮູ້ວ່າ: ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ນາງ ແລະໝູ່ເພື່ອນໄດ້ນໍາໃຊ້ເວລາເພື່ອແປບົດເພງ ຫວຽດນາມ ເປັນພາສາຈີນ.
    |
 |
ເຈີ່ນທຽນຕູ (ທີສອງຈາກຊ້າຍ) ແລະ Huang Xiao Long (ທີສອງຈາກຂວາ) ເຂົ້າຮ່ວມການໂອ້ລົມສົນທະນາໃນລາຍການ. ພາບ: ຫວຽດຈຸງ |
ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ເພື່ອນມິດຈີນ ເຂົ້າໃຈກວ່າກ່ຽວກັບຄວາມໝາຍຂອງເພງເທົ່ານັ້ນ, ຫາກຍັງຊ່ວຍໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ແລະຮັກແພງປະເທດຫວຽດນາມ ອີກດ້ວຍ.
ໂດຍ: ຈາງຫງວຽນ