ໃນເວລາໜື່ງວັນ, ມີພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ, ໄວໜຸ່ມກອງພັນໃຫຍ່ 841, ກອງບັນຊາການທະຫານແຂວງຮ່າຕິງ, ຄ້າຍທະຫານຊາຍແດນທຽນເກີມ ແລະບັນດາອົງການຈັດຕັ້ງຄະນະຊາວໜຸ່ມໂຮງຮຽນມັດທະຍົມຕອນປາຍ ຢູ່ບໍລິເວນເມືອງເກີມຊວຽນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວ: ໂຄສະນາໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ໄວໜຸ່ມ ແລະປະຊາຊົນກ່ຽວກັບໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດໃນສະພາບການໃໝ່, ພິເສດແມ່ນບົດບາດ, ຄວາມຮັບຜິດຊອບຂອງລຸ້ນໜຸ່ມຕໍ່ກັບການຢັ້ງຢືນອະທິປະໄຕທະເລ, ໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມລາຍການ “ເດືອນມີນາ ຢູ່ເຂດຊາຍແດນ”. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້າຂອງກອງບັນຊາການທະຫານແຂວງ, ກອງບັນຊາການທະຫານຊາຍແດນແຂວງ, ຄະນະຊາວໜຸ່ມແຂວງຮ່າຕິງ ແລະຄະນະຊາວໜຸ່ມເມືອງເກີມຊວຽນ ມອບຂອງຂວັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn
leftcenterrightdel
ຕາງໜ້າບັນດາກົມກອງ ມອບທຸງຊາດໃຫ້ຊາວປະມົງຢູ່ບໍລິເວນເທດສະບານທຽນເກີມ. ພາບ: qdnd.vn

ລາຍການຍັງຈັດຕ້ັງການມອບທຸງຊາດໃຫ້ບັນດາຄອບຄົວຊາວປະມົງທີ່ຢູ່ບໍລິເວນເທດສະບານທຽນເກີມ; ມອບຂອງຂວັນໃຫ້ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຈຳນວນໜຶ່ງ.

ຄະນະຈັດຕັ້ງ ຍັງປະສານສົມທົບການເຄື່ອນໄຫວ, ຄື: ການແຂ່ງຂັນ “ສັ່ນກະດິງຄໍາ” ຊອກຮູ້ຄວາມຮູ້ກ່ຽວກັບອະທິປະໄຕທະເລ, ໝູ່ເກາະ, ບັນລະຍາຍກ່ຽວກັບແຜນທີ່ຫວຽດນາມ ເຮັດດ້ວຍວັດຖຸຜະລິດຄືນໃໝ່ຈາກສິ່ງເສດເຫຼືອໃນການດໍາລົງຊີວິດຂອງພວກນ້ອງນັກຮຽນ ໂຮງຮຽນມັດທະຍົມຕອນຕົ້ນເທດສະບານທຽນເກີມ.

leftcenterrightdel
ສະມາຊິກຊາວໜຸ່ມ, ຊາວໜຸ່ມຕອບສະໜອງບັ້ນ “ຈົ່ງທໍາຄວາມສະອາດເຂດທະເລ”. ພາບ: qdnd.vn
leftcenterrightdel
ໂຄສະນາກ່ຽວກັບແຜນທີ່ຫວຽດນາມ ທີ່ເຮັດດ້ວຍວັດຖຸຜະລິດຄືນໃໝ່ຈາກສິ່ງເສດເຫຼືອໃນການດໍາລົງຊີວິດຂອງພວກນ້ອງນັກຮຽນໂຮງຮຽນມັດທະຍົມຕອນຕົ້ນເທດສະບານທຽນເກີມ. ພາບ: qdnd.vn

ຕອບສະໜອງບັ້ນ “ຈົ່ງທໍາຄວາມສະອາດເຂດທະເລ”, ລາຍການໄດ້ເກັບ, ທ້ອນ, ແບ່ງປະເພດຂີ້ເຫຍື້ອໄດ້ຫຼາຍກວ່າສອງໂຕນ ເພື່ອນຳເອົາໄປບໍາບັດຄືນໃໝ່ໃຫ້ຖືກຕ້ອງຕາມຂໍ້ກໍານົດ; ຊ່ວຍເຫຼືອປະຊາຊົນເທດສະບານທຽນເກີມ ກໍ່ສ້າງຕົວເມືອງອັດສະລິຍະ, ຊ່ວຍຄະນະຄຸ້ມຄອງເຂດທ່ອງທ່ຽວທະເລທຽນເກີມ ກະກຽມໃຫ້ແກ່ລະດູທ່ອງທ່ຽວທະເລທີ່ໃກ້ຈະມາເຖິງ.

ໂດຍ: ໄຊນີດາ