ກອງບັນຊາການທະຫານຊາຍແດນແຂວງເຊີນລາ  ໄດ້ຮັບການມອບໝາຍໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນຂອງແຂວງ ທີີ່ມີຄວາມຍາວກວ່າ 274 ກິໂລແມັດ, ມີຫຼັກໝາຍຊາຍແດນ 125 ຫຼັກ, ຕິດກັບແຂວງຫົວພັນ ແລະແຂວງຫຼວງພະບາງ. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ສຳຄັນ ແລະມີຄວາມສັບສົນກ່ຽວກັບການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດໃນທົ່ວປະເທດ. ເຖິງວ່າກໍາລັງກ່ຽວຂ້ອງໄດ້ເພີ່ມທະວີການຕໍ່ສູ້ ແລະສົມທົບກັນມ້າງທໍາລາຍຫຼາຍຄະດີໃຫຍ່ແລ້ວກໍ່ຕາມ, ແຕ່ເປົ້າໝາຍຍັງໄດ້ສວຍໃຊ້ລັກສະນະຂອງທ້ອງຖິ່ນ, ສາຍພົວພັນຍາດຕິພີ່ນ້ອງທີ່ຢູ່ສອງຟາກຊາຍແດນ ແລະສວຍໃຊ້ພູມີປະເທດທີ່ທຸລະກັນດານ, ມີທາງຮ່ອມ, ທາງນ້ອຍເພື່ອຈັດຕັ້ງການຊື້-ຂາຍ ແລະຂົນສົ່ງຢາເສບຕິດຂ້າມຊາຍແດນ.

ທ່ານພັນເອກພິເສດ ຫງວຽນດິ່ງຮວນ, ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງເຊີນລາ ໃຫ້ຮູ້ວ່າ ໂດຍກໍານົດວຽກງານຕ້ານ ແລະສະກັດກັ້ນອາດຊະຍາກຳ ແມ່ນໜ້າທີ່ສຳຄັນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ, ທະຫານຊາຍແດນແຂວງເຊີນລາ ໄດ້ເປັນເຈົ້າການຊີ້ນຳກຳລັງຕ້ານ ແລະສະກັດກັ້ນຢາເສບຕິດ ແລະອາດຊະຍາກຳ, ຍູ້ແຮງການສືບສວນສອບສວນ, ກວດກາ, ກໍາແໜ້ນສະພາບການອາດຊະຍາກຳຢູ່ພາຍໃນ ແລະນອກຊາຍແດນ, ວິທີການ, ເລ່ລ່ຽມການເຄື່ອນໄຫວຂອງອົງການຈັດຕັ້ງ, ເຄືອຂ່າຍອາດຊະຍາກຳ.

leftcenterrightdel
ບຸກຄົນທີ່ມີຜົງານດີເດັ່ນໃນການຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ການລະເມີດກົດໝາຍໃນໂອກາດບຸນປີໃໝ່ປະຈໍາຊາດ 2025 ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: qdnd.vn

ຕໍາຫຼວດທະເລ ແມ່ນກຳລັງຮັບຜິດຊອບປະຕິບັດໜ້າທີ່ຄຸ້ມຄອງກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອບ, ຄວາມປອດໄພ ແລະຮັບປະກັນການປະຕິບັດກົດໝາຍຂອງຫວຽດນາມ ແລະ ສົນທິສັນຍາສາກົນກ່ຽວຂ້ອງທີ່ຫວຽດນາມ ເປັນສະມາຊິກຢູ່ເຂດທະເລ ແລະໄຫຼ່ທະວີບຂອງປະເທດເຮົາ. ໃນໄລຍະຜ່ານມາ, ກໍາລັງຕໍາຫຼວດທະເລ ໄດ້ປະຕິບັດໜ້າທີ່ພົບເຫັນ, ຕໍ່ສູ້ຕ້ານ ແລະສະກັດກັ້ນການກະທຳລະເມີດກົດໝາຍເປັນຢ່າງດີ. ທ່ານພົນຈັດຕະວາ ເຈີ່ນວັນເລື້ອງ, ຜູ້ບັນຊາການຕໍາຫຼວດທະເລເຂດ 4 ແບ່ງປັນວ່າ ໂດຍຕັ້ງທັບ ແລະປະຕິບັດໜ້າທີ່ຢູ່ເຂດທະເລ, ໝູ່ເກາະຍຸດທະສາດ, ຈຸດໜັກທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດ, ທາງກົມກອງຍາມໃດກໍ່ເອົາໃຈໃສ່ຕິດຕາມ, ກໍາແໜ້ນ, ຄົ້ນຄວ້າ, ຕີລາຄາສະພາບການ, ປະຕິບັດຂັ້ນຕອນກວດກາ, ຄວບຄຸມຢ່າງເຂັ້ມງວດ, ຕໍ່ສູ້, ສືບສວນສອບສວນ, ແກ້ໄຂກໍລະນີທີ່ລະເມີດຢູ່ທະເລ.

ຜົນງານຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະຕໍາຫຼວດທະເລເຂດ 4 ໃນການຕໍ່ສູ້ຕ້ານອາດຊະຍາກຳ, ການລະເມີດກົດໝາຍໄດ້ປະກອບສ່ວນເຂົ້າໃນໝາກຜົນລວມຂອງສອງກໍາລັງໃນປີຜ່ານມາ. ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ, ບັນດາກຳລັງປະຕິບັດໜ້າທີ່ຂຶ້ນກັບທະຫານຊາຍແດນ ແລະຕໍາຫຼວດທະເລໄດ້ປະຕິບັດໜ້າທີ່ເປັນເອກະລາດ; ໃນຂະນະທີ່ເຫດການ ແລະກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ, ທະເລໝູ່ເກາະໃນສະພາບດິນຟ້າອາກາດທີ່ສັບສົນ, ບໍ່ວ່າກາງເວັນຫຼືກາງຄືນ; ອາດຊະຍາກຳ ແລະການລະເມີດຍິ່ງນັບມື້ນັບແນບນຽນກວ່າໃນຫຼາຍຂົງເຂດ. ສະນັ້ນ, ການນໍາກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງປະຕິບັດໜ້າທີ່, ປະຕິບັດກົດໝາຍໂດຍກົງ ຕ້ອງໝູນໃຊ້ໃຫ້ຖືກຕາມແຜນນະໂຍບາຍຂອງພັກ, ລັດ ໃນການຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ການລະເມີດ; ໃກ້ຊິດຕິດແທດກັບຮາກຖານ, ກໍາແຫນ້ນທຸກການຫັນປ່ຽນໃນບໍລິເວນທີ່ກົມກອງຄຸ້ມຄອງ; ຕັ້ງໜ້າ ແລະເປັນເຈົ້າການໃນທຸກກໍລະນີ, ສະກັດກັ້ນການກະທຳລະເມີດກົດໝາຍຢ່າງທັນການ. ພ້ອມທັງຍູ້ແຮງວຽກງານລາດຕະເວນ, ກວດກາ, ຄວບຄຸມ, ແກ້ໄຂການລະເມີດກົດໝາຍ, ຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳຕາມສິດອຳນາດ; ສຸມໃສ່ຕິດຕາມຄະດີຕ່າງໆ, ມ້າງທໍາລາຍອົງການຈັດຕັ້ງ, ເຄືອຂ່າຍອາດຊະຍາກຳ, ການຄ້າເຖື່ອນ,  ການສໍ້ໂກງການຄ້າ, ການຄ້າມະນຸດ, ການເຂົ້າ-ອອກເມືອງຜິດກົດໝາຍ.

ໂດຍ: ທູຈາງ