ເພື່ອປະກອບສ່ວນຜັນຂະຫຍາຍມະຕິສະບັບເລກທີ 57-NQ/TW ຂອງກົມການເມືອງ, ມະຕິສະບັບເລກທີ 3488-NQ/QUTW ຂອງຄະນະພັກການທະຫານສູນກາງ ກ່ຽວກັບຄວາມບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດີຈີຕອນ, ວິທະຍາຄານຈະສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການຄົບຊຸດ, ຮອບດ້ານ...

ໂດຍໄດ້ຮັບໜ້າທີ່ບຳລຸງສ້າງຊັ້ນເໜືອມະຫາວິທະຍາໄລ ແຕ່ປີ 1979, ໃນຕະຫຼອດ 46 ປີຜ່ານມາ, ພ້ອມກັບການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຢີການທະຫານ, ສະຖາບັນວິທະຍາສາດ-ເຕັກໂນໂລຢີການທະຫານ ຍັງປະຕິບັດໜ້າທີ່ສຳຄັນນີ້ເປັນຢ່າງດີ. ປະຈຸບັນ, ວິທະຍາຄານ ກຳລັງບຳລຸງສ້າງຊັ້ນປະລິນຍາເອກວິທະຍາສາດເຕັກນິກ ຢູ່ 15 ຂະແໜງ, ວິຊາການ (ໃນນັ້ນມີ 8 ຂະແໜງ, ວິຊາການສະເພາະ), ພ້ອມທັງຜັນຂະຫຍາຍການບໍາລຸງວິຊາການວິທະຍາສາດເຕັກນິກໃຫ້ແກ່ພະນັກງານເຕັກນິກທົ່ວກອງທັບ ເພື່ອຮັບໃຊ້ການອອກແບບ, ປະດິດສ້າງ, ດັດແປງເຕັກນິກ, ຂຸດຄົ້ນ, ເປັນເຈົ້າຂອງອາວຸດຍຸດໂທປະກອນເຕັກນິກເຕັກໂນໂລຢີສູງ, ຫັນກອງທັບເປັນທັນສະໄໝ.

ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພວມດຳເນີນຢ່າງວ່ອງໄວນັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ກຳນົດວ່າການພັດທະນາວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດີຈີຕອນແມ່ນໜຶ່ງໃນບັນດາບຸກທະລຸສຳຄັນແຖວໜ້າ, ແມ່ນປາຍແຫຼມນຳໜ້າປະກອບສ່ວນກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ເພື່ອຈາກນັ້ນວາງອອກຄວາມຮຽກຮ້ອງສູງກວ່າໃນວຽກງານບຳລຸງສ້າງ, ໃນນັ້ນມີການບຳລຸງສ້າງຖັນແຖວພະນັກງານວິທະຍາສາດເຕັກນິກລົງເລິກໃນກອງທັບ.

leftcenterrightdel
ນັກສຳມະນາກອນຊຸດບຳລຸງສ້າງວິຊາການວິທະຍາສາດເຕັກນິກທົ່ວກອງທັບໃນເວລາປະຕິບັດຕົວຈິງ. ພາບ: ມິງຈາງ

ເພື່ອປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຊັບພະຍາກອນທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ບັນດາໜ້າທີ່ດັ່ງກ່າວ, ກ່ອນອື່ນໝົດວິທະຍາຄານວິທະຍາສາດ-ເຕັກໂນໂລຢີການທະຫານກຳນົດຕ້ອງສືບຕໍ່ຍົກສູງຄວາມຮັບຮູ້, ປ່ຽນແປງໃໝ່ຈິນຕະນາການ, ສ້າງຄວາມເຫັນດີເຫັນພ້ອມສູງກ່ຽວກັບຄວາມຮຽກຮ້ອງບຳລຸງສ້າງຮັບໃຊ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດີຈີຕອນໃນກອງທັບ. ຊີ້ນຳ, ນຳພາວຽກງານຊາບຊຶມ, ໂຄສະນາເຜີຍແຜ່ບັນດາມະຕິ, ຄຳສັ່ງ, ກົດລະບຽບ, ຂໍ້ກຳນົດຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບວຽກງານການສຶກສາ, ບຳລຸງສ້າງເວົ້າລວມ ແລະໜ້າທີ່ບຳລຸງສ້າງຊັບພະຍາກອນວິທະຍາສາດເຕັກນິກທີ່ມີຄຸນນະພາບສູງໃຫ້ກອງທັບ ເວົ້າສະເພາະ.

ພ້ອມກັນນັ້ນ, ວິທະຍາຄານເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ, ຄູອາຈານທີ່ມີລະດັບຄວາມຮູ້ດ້ານວິຊາການສູງ, ມີຄວາມສາມາດປະຕິບັດງານດີ, ຮັບປະກັນດ້ານຈຳນວນ, ຄຸນນະພາບຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່; ຍູ້ແຮງການກໍ່ສ້າງບັນດາກຸ່ມຄົ້ນຄວ້າແຂງແຮງ, ພັດທະນາຖັນແຖວສາດສະດາຈານ, ຮອງສາດສະດາຈານ, ບັນດານັກຊ່ຽວຊານວິທະຍາສາດທີ່ມີຄວາມສາມາດນຳພາໃນການຄົ້ນຄວ້າ, ສິດສອນເຕັກໂນໂລຢີຍຸດທະສາດ, ເຕັກໂນໂລຢີໃໝ່, ເຕັກໂນໂລຢີປາຍແຫຼມ, ປັນຍາປະດິດທີ່ໝູນໃຊ້ໃນການທະຫານ, ສ້າງພື້ນຖານໝັ້ນແກ່ນເພື່ອຍົກສູງຄຸນນະພາບການບຳລຸງສ້າງ. ສົ່ງເສີມ, ລະດົມກຳລັງໃຈ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ພະນັກງານວິທະຍາສາດ, ອາຈານອຸ່ນອ່ຽນໃຈປະຕິບັດງານ, ປະດິດສ້າງ ແລະອຸທິດສ່ວນ; ສະເໜີຂັ້ນເທິງບັນດານະໂຍບາຍພິເສດຕໍ່ອາຈານ-ພະນັກງານວິທະຍາສາດທີ່ມີລະດັບຄວາມຮູ້ສູງ, ພິເສດແມ່ນພະນັກງານຫົວໜ້າໃນການຄົ້ນຄວ້າອອກແບບ, ປະດິດສ້າງ, ດັດປັບ, ຫັນເປັນທັນສະໄໝ, ຂຸດຄົ້ນອາວຸດຍຸດໂທປະກອນເຕັກໂນໂລຢີສູງ, ເຕັກໂນໂລຢີຍຸດທະສາດ.

ວິທະຍາຄານ ກໍ່ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການປ່ຽນແປງໃໝ່ເນື້ອໃນ, ລາຍການເພື່ອທ່ວງທັນກັບການພັດທະນາຂອງວິທະຍາສາດ, ເຕັກໂນໂລຢີ, ການພັດທະນາຂອງອາວຸດຍຸດໂທປະກອນເຕັກນິກຮຸ້ນໃໝ່. ຕາມນັ້ນແລ້ວ, ຕ້ອງໃກ້ຊິດຕິດແທດກັບຄວາມຮຽກຮ້ອງໜ້າທີ່ຂອງກອງທັບ, ສະພາບຕົວຈິງຂອງກົມກອງ, ສຸມໃສ່ປັບປຸງລາຍການບຳລຸງສ້າງອັບເດດຕາມທິດຍົກສູງຄວາມສາມາດເປັນເສນາທິການ, ຄວາມສາມາດປະດິດສ້າງ. ອັບເດັດ, ປ່ຽນແປງໃໝ່ວິທິການຈັດຕັ້ງ, ຄຸ້ມຄອງການບຳລຸງສ້າງ ແລະສິດສອນຕາມທິດທັນສະໄໝ, ຖືຜູ້ຮຽນເປັນໃຈກາງ; ຜັນຂະຫຍາຍລາຍການບຳລຸງສ້າງຢູ່ບັນດາຂະແໜງຈຳເພາະ, ບັນດາຂະແໜງໃໝ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະຫັນປ່ຽນດີຈີຕອນໃນກອງທັບ. ສືບຕໍ່ເສີມຂະຫຍາຍທ່າແຮງຂອງຮາກຖານຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າວິທະຍາສາດຕິດພັນຢ່າງແໜ້ນແຟ້ນ ແລະບຳລຸງສ້າງ, ຕິດພັນຫົວຂໍ້ຄົ້ນຄວ້າກັບການກຳນົດທິດພັດທະນາວິທະຍາສາດຕິດພັນຢ່າງແໜ້ນແຟ້ນກັບການບຳລຸງສ້າງ, ຫົວຂໍ້ວິທະຍານິພົນຕິດພັນກັບທິດທາງພັດທະນາວິທະຍາສາດເຕັກໂນໂລຢີຂອງກອງທັບ ແລະຄວາມຮຽກຮ້ອງຕົວຈິງ, ອັບເດັດຜົນການຄົ້ນຄວ້າວິທະຍາສາດໃໝ່ເຂົ້າໃນເນື້ອໃນສິດສອນເປັນປະຈຳ. ສືບຕໍ່ຍູ້ແຮງວຽກງານບຳລຸງສ້າງວິທະຍາສາດເຕັກນິກໃຫ້ແກ່ພະນັກງານເຕັກນິກທົ່ວກອງທັບຮັບໃຊ້ການຂຸດຄົ້ນ, ເປັນເຈົ້າຂອງອາວຸດຍຸດໂທປະກອນເຕັກນິກເຕັກໂນໂລຢີສູງ, ຫັນປ່ຽນດີຈີຕອນ ແລະຫັນກອງທັບເປັນທັນສະໄໝ.

ມາດຕະການສຳຄັນຕໍ່ໄປແມ່ນບາດກ້າວພັດທະນາລະບົບການຮຽນ ແລະລົງທຶນພື້ນຖານໂຄງລ່າງວັດຖຸ, ກໍ່ສ້າງວິທະຍາຄານຕາມຮູບແບບໂຮງຮຽນດີຈີຕອນດ້ວຍລະບົບນິເວດບຳລຸງສ້າງສະຫຼາດທ່ວງທັນກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະຄວາມຮຽກຮ້ອງໜ້າທີ່ຂອງກອງທັບ. ໃນນັ້ນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການຜັນຂະຫຍາຍການກໍ່ສ້າງ, ພັດທະນາຂໍ້ມູນດີຈີຕອນຮັບໃຊ້ວຽກງານບໍລິຫານ ແລະຄຸ້ມຄອງການບຳລຸງສ້າງ, ນຳໃຊ້ແອັບພິເຄເຊິນ ເຂົ້າໃນການຄຸ້ມຄອງ, ບໍລິຫານ, ປ່ຽນແປງໃໝ່ວິທີການສິນສອນ ແລະຮ່ຳຮຽນ, ກວດກາ, ຕີລາຄາແນໃສ່ຍົກສູງຄຸນນະພາບການບຳລຸງສ້າງ. ສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບການບຳລຸງສ້າງ, ຄົ້ນຄວ້າວິທະຍາສາດກັບບັນດາໂຮງຮຽນມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ຮາກຖານບຳລຸງສ້າງທີ່ມີອິດທິພົນຊື່ສຽງຢູ່ພາຍໃນ ແລະນອກກອງທັບ...

ໂດຍ: ແສງເດືອນ