ພູສູງກໍ່ມີທາງປີນ

ທ່ານພັນຕີ ຟ້າມແອັງດຶ໊ກ, ຜູ້ອຳນວຍການໃຫຍ່ Bitel ແບ່ງປັນວ່າ: “ການເດີນທາງຢູ່ປະເທດເພື່ອນມິດແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະສິ່ງທ້າທາຍເມື່ອປະເຊີນກັບຮົ້ວກີດຂວາງ, ຈາກທໍາມະຊາດ, ວັດທະນະທໍາ, ພາສາ ແລະການແກ້ງແຍ້ງກັນໃນຕະຫຼາດ”.

ທ່ານພັນຕີ ຟ້າມແອັງດຶ໊ກ ເລົ່າຄືນວ່າ: ສໍາລັບການລົງທຶນພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ, ພູມສັນຖານຂອງ ເປຣູ ແມ່ນບໍ່ເອື້ອອໍານວຍໃຫ້ບໍລິສັດໂທລະຄົມມະນາຄົມໃໝ່ເຂົ້າມາຄອບຄອງໄດ້ງ່າຍ, ເພາະວ່າປະເທດນີ້ກວ້າງກວ່າຫວຽດນາມ ເກືອບ 4 ເທົ່າ (ເກືອບ 1,3 ລ້ານຕາລາງກິໂລແມັດ), ໃນຂະນະນັ້ນຈຳນວນປະຊາກອນພຽງເທົ່າກັບເກືອບ 1/3 ຫວຽດນາມ (32,5 ລ້ານຄົນ). ພາຍຫຼັງ 10 ປີ, Bitel ໄດ້ກາຍເປັນບໍລິສັດກຳມະສິດພື້ນຖານໂຄງລ່າງເຄືອຂ່າຍໃຫຍ່ທີ່ສຸດຢູ່ ເປຣູ, ສົ່ງສັນຍານ 100% ລັດ ໃນທົ່ວປະເທດດ້ວຍສາຍກາບໃຍແສງ 37.000 ກິໂລແມັດ (ໃຫຍ່ກວ່າເຄືອຂ່າຍທີສອງ ແລະທີສາມລວມກັນ).

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄປຢ້ຽມຢາມບໍລິສັດ Viettel ເປຣູ ໃນເດືອນ ມັງກອນ 2024. ພາບ: ຫງວຽນແອັງຕ໊ວນ

ຜ່ານການພົບປະເຈລະຈາ, ການພົບປະກັບການນຳລັດ ເປຣູ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮູ້ວ່າ, ພື້ນຖານດີຈີຕອນ, ການບໍລິການດີຈີຕອນຂອງ Bitel ໄດ້ປະກອບສ່ວນນຳ ເປຣູ ເຂົ້າໃນກຸ່ມບັນດາປະເທດມີການພັດທະນາລັດຖະບານເອເລັກໂຕນິກປານກາງສູງ. ໂອ້ລົມກັບພະນັກງານ, ພາລະກອນ Bitel, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕີລາຄາສູງຕໍ່ວິທີການທີ່ແຕກຕ່າງຂອງ Bitel ຢູ່ຕະຫຼາດໃໝ່, ທີ່ມີສິ່ງທ້າທາຍຫຼາຍຢ່າງນີ້. ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ວິທີເຮັດຂອງ Bitel ແມ່ນປະດິດສ້າງ ແລະຂ້ຽວຂາດ, ຕົວຢ່າງຄື Bitel ໄດ້ຜັນຂະຫຍາຍການນໍາສາຍກາບໃຍແສງໄປຍັງສະຖານທີ່ຫ່າງໄກສອກຫຼີກທີ່ສຸດແທນທີ່ຈະຜັນຂະຫຍາຍສາຍສົ່ງ viba ຄືບັນດາຄູ່ແຂ່ງອື່ນໆ; ຫຼືການບຸກທະລຸເມື່ອບໍ່ຜັນຂະຫຍາຍເຕັກໂນໂລຢີ 2G, ຫາກຜັນຂະຫຍາຍເຕັກໂນໂລຢີທີ່ກ້າວໜ້າເລີຍ ຄື 3G, 4G, 5G.

ວັດທະນະທໍາຮັບໃຊ້ຢ່າງສຸດອົກສຸດໃຈ, ໄວ ແລະມີປະສິດທິຜົນ

ເມື່ອໄດ້ຮັບຂໍ້ມູນກ່ຽວກັບອຸບັດຕິເຫດຢູ່ສະຖານີ Pas5012, ທ່ານ ຫງວຽນຊວນທັ໊ງ, ຜູ້ອຳນວຍການບໍລິຫານສາຂາ Cusco ແລະ Apurimac ຂອງ Bitel ຢູ່ ເປຣູ, ໄດ້ຂຶ້ນລົດໄປເລີຍໃນຍາມກາງຄືນ. ພາຍຫຼັງ 16 ຊົ່ວໂມງທີ່ຜ່ານເສັ້ນທາງທຸລະກັນດານ, ອ້າຍນ້ອງເຕັກນິກສືບຕໍ່ຂ້າມປ່າ, ທັງອຶດຫິວທັງອິດເມື່ອຍ, ຈຶ່ງໄປຮອດສະຖານທີ່ເກີດເຫດເພື່ອແກ້ໄຂ. ການແກ້ໄຂອຸບັດຕິເຫດດໍາເນີນໃນເວລາໄວເທົ່າທີ່ຈະເປັນໄປໄດ້. ທ່ານ ຫງວຽນຊວນທັ໊ງ ໃຫ້ຮູ້ວ່າ: “ບໍ່ວ່າກາງເວັນ ຫຼືກາງຄືນ, ຖັນແຖວຂອງ Bitel ລ້ວນແຕ່ພ້ອມແລ້ວທີ່ຈະເດີນທາງໄປປະຕິບັດໜ້າທີ່ໃນທັນທີ. ນີ້ບໍ່ພຽງແຕ່ແມ່ນຈິດໃຈຂອງ Bitel ເທົ່ານັ້ນ, ຫາກຍັງແມ່ນນ້ຳໃຈຂອງຊາວ Viettel ທັງໝົດຢູ່ໃນໂລກອີກດ້ວຍ”.

ສອງແຂວງ Cusco ແລະ Apurimac ມີເນື້ອທີ່ເກືອບ 100.000km2 (ເກືອບເທົ່າກັບ 1/3 ເນື້ອທີ່ຂອງຫວຽດນາມ). ດ້ວຍວິທີເຮັດຢ່າງສຸດອົກສຸດໃຈ, ໄວ ແລະມີປະສິດທິພາບ, ເບີໂທຂອງ Bitel ຢູ່ Cusco ເຕີບໂຕສູງສຸດເມື່ອທຽບໃສ່ບັນດາວິສາຫະກິດໂທລະຄົມມະນາຄົມໃນບໍລິເວນ ແລະຍາມໃດກໍ່ຮັກສາທ່າເຕີບໂຕສອງຕົວເລກ.

leftcenterrightdel
ສໍານັກງານໃຫຍ່, ບ່ອນເຮັດວຽກຂອງພະນັກງານ, ພາລະກອນບໍລິສັດ Viettel ເປຣູ. ພາບ: ຫງວຽນແອັງຕ໊ວນ

ຄຽງຄູ່ກັບການດຳເນີນທຸລະກິດຢ່າງມີປະສິດທິຜົນ, ພະນັກງານ, ພາລະກອນ Bitel ຍາມໃດກໍ່ຊາບຊຶມທິດສະດີ “ດຳເນີນທຸລະກິດຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ” ຂອງ Viettel-ເຮັດສິ່ງດີທີ່ສຸດ, ຈິງໃຈ ແລະໃຈດີທີ່ສຸດໃຫ້ປະຊາຊົນເປຣູ. ບໍ່ພຽງແຕ່ປະກອບສ່ວນເຂົ້າງົບປະມານແຫ່ງລັດ ເປຣູ 230 ລ້ານໂດລາສະຫະລັດ ແລະສະໜອງອິນເຕີແນັດ ໃຫ້ເກືອບ 5.000 ໂຮງຮຽນ, Bitel ໄດ້ນໍາໜ້າການຜັນຂະຫຍາຍມາດຕະການນະຄອນອັດສະລິຍະຢູ່ 6 ລັດ, ໃນນັ້ນມີ ນະຄອນຫຼວງ Lima ແລະເມືອງເອກວັດທະນະທໍາ Cusco,  ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານທາງການເກືອບ 3.000 ຄົນ ແລະຜູ້ອອກແຮງງານທາງອ້ອມເກືອບ 23.000 ຄົນຂອງ ເປຣູ.

ຍ້ອງຍໍໝາກຜົນເຊິ່ງ Bitel ບັນລຸໄດ້, ທ່ານປະທານປະເທດ ເລືອງເກື່ອງ ຕັກເຕືອນພະນັກງານ, ພາລະກອນ Bitel ຈົ່ງເສີມຂະຫຍາຍ ແລະຮັກສາຄຸນນະທາດທະຫານລຸງໂຮ່ ຢູ່ປະເທດເພື່ອນມິດ, ນັ້ນແມ່ນສາມັກຄີ, ເປັນເອກະພາບ, ເອົາໃຈໃສ່, ເບິ່ງແຍງດູແລເພື່ອເສີມຂະຫຍາຍກຳລັງແຮງຂອງມະນຸດ. Bitel ຕ້ອງມີສະຕິວ່າ, ນອກຈາກໜ້າທີ່ດຳເນີນທຸລະກິດຍັງແມ່ນຂົວຕໍ່ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະເປຣູ. ພະນັກງານ, ພາລະກອນ Bitel ແຕ່ລະຄົນກໍ່ເປັນທູດວັດທະນະທໍາ.

ວິວັດການ “ເກັບໝາກ”

ບໍລິສັດ Viettel ເປຣູ ດ້ວຍເຄື່ອງໝາຍການຄ້າ Bitel ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ດຳເນີນທຸລະກິດຢ່າງເປັນທາງການໃນປີ 2014 ດ້ວຍທຶນ 100% ແມ່ນຂອງ Viettel.

ເປຣູ ແມ່ນຕະຫຼາດພິເສດ, ເປັນປະເທດພັດທະນາທີ່ສຸດໃນຈໍານວນ 10 ຕະຫຼາດທີ່ Viettel ລົງທຶນ. ພາຍຫຼັງ 10 ປີ, Bitel ໄດ້ບືນຕົວຂຶ້ນເທື່ອລະກ້າວກາຍເປັນ “ວິສາຫະກິດໃຫຍ່ໂຕ” ຢູ່ຕະຫຼາດນີ້. ປີ 2024, Bitel ດໍາເນີນທຸລະກິດບໍລິການ 5G ຢ່າງເປັນທາງການໃນທົ່ວປະເທດເປຣູ ດ້ວຍພື້ນທີ່ສົ່ງສັນຍານກວ້າງທີ່ສຸດ. ໃນໄລຍະຫຼາຍກວ່າ 10 ປີທີ່ດໍາເນີນທຸລະກິດຢູ່ປະເທດອາເມລິກາໃຕ້ນີ້, Bitel ໄດ້ປະກອບສ່ວນຂະຫຍາຍບໍລິການໂທລະຄົມມະນາຄົມຢູ່ທີ່ນີ້ເມື່ອຫຼຸດຄ່າບໍລິການລົງ 30 ເທົ່າເມື່ອທຽບໃສ່ເມື່ອກ່ອນ. ອົງການຄຸ້ມຄອງໂທລະຄົມມະນາຄົມ Osiptel ຕີລາຄາ Bitel ແມ່ນບໍລິສັດໂທລະຄົມມະນາຄົມທີ່ມີບໍລິການເບິ່ງແຍງດູແລລູກຄ້າດີທີ່ສຸດຢູ່່ເປຣູ.

ທີ່ການພົບປະເຈລະຈາລະຫວ່າງທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ Dina Ercilia Boluarte Zegarra ປະທານາທິບໍດີ ເປຣູ, ການພົບປະກັບທ່ານ Rafael Lopez Aliaga ເຈົ້າຄອງນະຄອນ Lima, ທ່ານ Dina Ercilia Boluarte Zegarra ແລະທ່ານ Rafael Lopez Aliaga ລ້ວນແຕ່ຕີລາຄາສູງ Bitel ເວົ້າສະເພາະ, Viettel ເວົ້າລວມ ພວມລົງທຶນຢູ່ ເປຣູ, ເປັນຕົ້ນແມ່ນເລື່ອງ Bitel ພວມຜັນຂະຫຍາຍບັນດາໂຄງການຫັນເປັນດີຈີຕອນ ແລະກໍ່ສ້າງນະຄອນອັດສະລິຍະຢູ່ Lima ຢ່າງແຮງແຮງ. ການນຳເປຣູ ຢືນຢັນສະໜັບສະໜູນ Viettel ລົງທຶນຢູ່ ເປຣູ, ຫວັງວ່າ Bitel ສົ່ງສັນຍານເຖິງເຂດຫ່າງໄກສອກຫຼີກທີ່ສຸດຂອງປະເທດນີ້, ຜ່ານນັ້ນປະກອບສ່ວນເຊື່ອມຕໍ່ລະຫວ່າງບັນດາຄອບຄົວ, ປະຊາຊົນ, ວິສາຫະກິດຂະໜາດນ້ອຍນໍາກັນ, ມີການປະກອບສ່ວນທີ່ມີຄວາມໝາຍໃຫ້ສັງຄົມ. ທ່ານ Rafael Lopez Aliaga ຍັງແບ່ງປັນວ່າ ນະຄອນ Lima ພວມວາງເປົ້າໝາຍກໍ່ສ້າງນະຄອນອັດສະລິຍະ, ສະນັ້ນຕ້ອງການໄດ້ແລກປ່ຽນ, ຖອດຖອນບົດຮຽນຂອງ Viettel ແລະ Bitel ໃນຂົງເຂດນີ້.

ທຸກສິ່ງທຸກຢ່າງທີ່ Bitel ໄດ້ ແລະພວມປະຕິບັດຢູ່ ເປຣູ ເປັນໜ້າເອກອ້າງທະນົງໃຈທີ່ສຸດ, ດັ່ງທີ່ທ່ານປະທານປະເທດ ເລືອງເກື່ອງ ຕັກເຕືອນເມື່ອໂອ້ລົມກັບພະນັກງານ, ພາລະກອນ Bitel ວ່າ: “ຜົນສໍາເລັດຂອງ Bitel ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດໃຫ້ Viettel ແລະ Bitel ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ ໃນເວທີສາກົນອີກດ້ວຍ. ໃນປະຈຸບັນ Bitel ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ເປຣູ ເທົ່ານັ້ນ, ຫາກຍັງມີບົດບາດສໍາຄັນໃນການຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງປະເທດອີກດ້ວຍ”.

ໂດຍ: ໄຊຊະນະ