ຍີ່ປຸ່ນ ອຸປະຖຳ ODA ຊ່ວຍເຫຼືອລ້າ ຈຳນວນ 51 ຕື້ດົ່ງ ເພື່ອໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງຢູ່ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຫວຽດນາມ ແລະທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ຫວຽດນາມ ໄດ້ເຊັນຂໍ້ຕົກລົງແລກປ່ຽນ ເພື່ອເລີ່ມລົງມືເຄື່ອນໄຫວໂຄງການອຸປະຖຳ ODA ຊ່ວຍເຫຼືອລ້າ “ພັດທະນາສູນນະວັດຕະກໍາແຫ່ງຊາດ ຫວຽດນາມ - NIC”.
ຍອດຈຳນວນເງິນລົງທຶນທັງໝົດໃຫ້ແກ່ໂຄງການນີ້ແມ່ນ 299 ລ້ານເຢນ (ເທົ່າກັບ 51 ຕື້ດົ່ງ) ໂດຍລັດຖະບານ ຍີ່ປຸ່ນ ອຸປະຖໍາ, ຈະໜູນຊ່ວຍສູນນະວັດຕະກໍາແຫ່ງຊາດຫວຽດນາມ ໃນການສ້າງແຜນການສັງລວມ ແລະສ້າງກອງທຶນລົງທຶນກະທົບທີ່ຈຳເປັນ, ເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເລີ່ມທຸລະກິດລຸ້ນໃໝ່, ປະກອນພື້ນຖານວັດຖຸສິ່ງອຳນວຍຄວາມສະດວກໃຫ້ແກ່ບັນດາສະຖານທີ່ເຮັດວຽກລວມຢູ່ບໍລິເວນ NIC ຮວ່າລາກ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພະນັກງານ NIC ແລະບັນດາວິສາຫະກິດ ທີ່ເລີ່ມທຸລະກິດ.
    |
 |
ພິທີລົງນາມໃນຂໍ້ຕົກລົງອຸປະຖໍາ ODA ຊ່ວຍເຫຼືອລ້າ “ພັດທະນາສູນນະວັດຕະກໍາແຫ່ງຊາດຫວຽດນາມ”. ພາບ: UNDP ຫວຽດນາມ |
ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ໂຄງການມຸ່ງໄປເຖິງເປົ້າໝາຍພັດທະນາຂົງເຂດນະວັດຕະກໍາຢູ່ ຫວຽດນາມ, ຍົກສູງຖານະບົດບາດຂອງບັນດາວິສາຫະກິດຫວຽດນາມ, ພິເສດແມ່ນບັນດາບໍລິສັດເລີ່ມທຸລະກິດ. ໂຄງການ ເພື່ອແນໃສ່ໜູນຊ່ວຍເປົ້າໝາຍຂອງຫວຽດນາມ ໃຫ້ກາຍເປັນປະເທດພັດທະນາຮອດປີ 2045.
ຕາມການຄາດຄະເນ, ໂຄງການຈະໄດ້ປະຕິບັດພາຍໃນ 18 ເດືອນ, ໂດຍສຸມໃສ່ 3 ເປົ້າໝາຍ, ຄື: ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ; ປັບປຸງລະບົບນິເວດນະວັດຕະກໍາແຫ່ງຊາດ; ຍົກສູງທັກສະ ແລະກໍາລັງຄວາມສາມາດປ່ຽນແປງໃໝ່ປະດິດສ້າງ.
ທ່ານ Ito Naoki ຢືນຢັນວ່າ: ຍີ່ປຸ່ນ ໄດ້ກຳນົດການຫັນເປັນດີຈີຕອນ ແລະນະວັດຕະກໍາ ແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.
ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ຫວຽດນາມ - ອົງການພັດທະນາໂຄງການ ເນັ້ນໜັກວ່າ ໂຄງການພວມໄດ້ຮັບການຜັນຂະຫຍາຍໃນຈຸດເວລາທີ່ ຫວຽດນາມ ໃຫ້ບຸລິມະສິດແກ່ການລົງທຶນ ແລະສ້າງບາດກ້າວບຸກທະລຸໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກໍາ ເພື່ອຊຸກຍູ້ການເຕີບໂຕສູງ ແລະ ຍືນຍົງ.
ຜ່ານການເປີດກວ້າງໂອກາດເຂົ້າເຖິງແຫຼ່ງທຶນ, ຍົກສູງທັກສະ ແລະຊຸກຍູ້ການຮ່ວມມື, ໂຄງການຈະຊ່ວຍເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງບັນດາວິສາຫະກິດ ເລີ່ມທຸລະກິດຢູ່ ຫວຽດນາມ ໄດ້ຢ່າງສຸດຂີດ.
ໂດຍ: ທະນາພອນ