ປະຊາຄົມຊາວຫວຽດນາມ ຢູ່ ບັງກະລາເທດ ຕ້ອນຮັບລະດູບານໃໝ່ ປີ 2025
ກປ.ອອໄລ - ສະຖານທູດຫວຽດນາມ ປະຈໍາ ບັງກະລາເທດ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຄອບຄົວຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະປະຕິບັດວຽກງານປົກປ້ອງພົນລະເມືອງເປັນຢ່າງດີ.
ເນື່ອງໃນໂອກາດບຸນປີໃໝ່, ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ບັງກະລາເທດ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນປີ 2025” – ບຸນເຕັດຂອງປະຊາຄົມຊາວຫວຽດນາມ ຢູ່ສະຖານທູດຫວຽດນາມ ທີ່ນະຄອນຫຼວງ Dhaka.
    |
 |
ທ່ານ ຫງວຽນແມ້ງເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ບັງກະລາເທດ ໄດ້ກ່າວຄຳປາໄສອວຍພອນບຸນເຕັດປະຊາຄົມ ແລະແຂກທີ່ຖືກເຊີນ. ພາບ: dangcongsan.org.vn |
ເຂົ້າຮ່ວມລາຍການມີປະຊາຄົມຊາວຫວຽດນາມ, ພະນັກງານສະຖານທູດ, ເຈົ້າໜ້າທີ່ບັງກະລາເທດຫຼາຍຄົນທີ່ຕາງໜ້າໃຫ້ພັກການເມືອງ, ການນຳສະມາຄົມຂະແໜງອາຊີບ, ນັກທຸລະກິດທີ່ຕິດພັນກັບຕະຫຼາດຫວຽດນາມ, ນັກສິລະປິນ, ປັນຍາຊົນ, ນັກຂ່າວບັງກະລາເທດ ເປັນຈຳນວນຫຼວງຫຼາຍ.
ໃນບົດກ່າວປາໄສອວຍພອນປີໃໝ່, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ບັງກະລາເທດ ເນັ້ນໜັກວ່າ: ປີຜ່ານມາແມ່ນປີທີ່ຫຍຸ້ງຍາກສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ ບັງກະລາເທດ ຍ້ອນຄວາມວຸ້ນວາຍຢູ່ປະເທດນີ້. ເຖິງຢ່າງໃດກໍ່ຕາມ, ສະຖານທູດຫວຽດນາມ ປະຈຳ ບັງກະລາເທດ ຍາມໃດກໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢ່າງທັນການ ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ແລະປະຕິບັດວຽກງານປົກປ້ອງພົນລະເມືອງເປັນຢ່າງດີ.
    |
 |
ທ່ານ ຫງວຽນແມ້ງເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ບັງກະລາເທດ ພ້ອມດ້ວຍພັນລະຍາ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ບັງກລາເດັດ. ພາບ: dangcongsan.org.vn |
ກ່ຽວກັບການພົວພັນຫວຽດນາມ - ບັງກະລາເທດ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ປີຜ່ານມານີ້, ບັນດາການເຄື່ອນໄຫວດ້ານການເມືອງການທູດສອງຝ່າຍໄດ້ດຳເນີນເປັນປະຈຳ ແລະມີປະສິດທິຜົນ. ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງຫວຽດນາມ - ບັງກະລາເທດ ສືບຕໍ່ແມ່ນຈຸດພົ້ນເດັ່ນ, ດ້ວຍຍອດວົງເງິນການຄ້າສອງສົ້ນບັນລຸ 1,1 ຕື້ໂດລາສະຫະລັດ.
ໂດຍ: ໄຊນີດາ