ອັດຕາຫັນເປັນພາຍໃນບັນລຸ 36,6%
ຕາມໝາກຜົນຂອງ “ການສຳຫຼວດສະພາບການປະຈຸບັນຂອງວິສາຫະກິດຍີ່ປຸ່ນ ລົງທຶນຢູ່ຕ່າງປະເທດປີ 2024” (ສະບັບຫວຽດນາມ), ໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (Jetro) ຢູ່ຮ່າໂນ້ຍ ປະກາດໃນທ້າຍເດືອນ ມັງກອນ ປີ 2025, ອັດຕາການສະໜອງພາຍໃນຢູ່ຫວຽດນາມ ບັນລຸ 36,6%, ຫຼຸດລົງ 5,3% ເມື່ອທຽບໃສ່ການສຳຫຼວດຂອງປີກາຍ (41,9%). ອັດຕາການສະໜອງຈາກຍີ່ປຸ່ນ ບັນລຸ 33,6%, ຈາກຈີນບັນລຸ 12,6% ແລະ ອາຊຽນ ບັນລຸ 11,3%. ໃນຈຳນວນການສະໜອງທັງໝົດ, ອັດຕາການສະໜອງຂອງວິສາຫະກິດທ້ອງຖິ່ນຢູ່ຫວຽດນາມ ແມ່ນ 15,7%, ຫຼຸດລົງ 1,5% ເມື່ອທຽບໃສ່ປີກາຍ.
ກ່ຽວກັບແຫຼ່ງສະໜອງຢູ່ຫວຽດນາມ ໃນປີ 2024 ຕາມວິຊາອາຊີບ, ອັດຕາການສະໜອງພາຍໃນຂອງຂະແໜງອຸປະກອນໄຟຟ້າ, ເອເລັກໂຕນິກ ແລະເຄື່ອງປະກອບ, ຂະແໜງເຄມີ/ການຢາ, ເຄື່ອງຕ່ຳແຜ່ນຕັດຫຍິບ ລ້ວນແຕ່ຕ່ຳກວ່າ 30%. ໃນຂະນະນັ້ນ, ຂະແໜງສະບຽງອາຫານ, ຢາງພາລາ/ດິນເຜົາ/ດິນຫີນ ລ້ວນແຕ່ມີອັດຕາການສະໜອງຈາກວິສາຫະກິດທ້ອງຖິ່ນຫຼາຍກວ່າ 50%.
    |
 |
ພາບປະກອບຈາກ thoibaotaichinhvietnam.vn |
ຕາມ Jetro ແລ້ວ, ດ້ວຍຕົວເລກ 36,6%, ອັດຕາການສະໜອງພາຍໃນຢູ່ຫວຽດນາມ ໃນປະຈຸບັນແມ່ນເທົ່າກັບມາເລເຊຍ ແລະ ຟີລິບປິນ. ຊີ້ແຈງບາງເຫດຜົນທີ່ເຮັດຫຼຸດອັດຕາການສະໜອງພາຍໃນຂອງບັນດາວິສາຫະກິດຫວຽດນາມ ສໍາລັບວິສາຫະກິດຍີ່ປຸ່ນ ຢູ່ ຫວຽດນາມ ໃນຊຸມປີທີ່ຜ່ານມາ, ທ່ານ Haruhiko Ozasa, ຫົວໜ້າຕາງໜ້າ Jetro ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ແມ່ນຍ້ອນປັດໄຈພາວະວິໄສ. ໃນປີ 2024, ຄ່າເງິນເຢນ ຫຼຸດລົງ, ສິ່ງນັ້ນເຮັດໃຫ້ອັດຕາການສະໜອງຈາກຍີ່ປຸ່ນ ເພີ່ມຂຶ້ນ (ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີກາຍ).
ຕາມທ່ານ Haruhiko Ozasa ແລ້ວ, ຄ່າໃຊ້ຈ່າຍຂອງວັດຖຸດິບ ແລະເຄື່ອງປະກອບ ກໍ່ຄືຄ່າ logistics ທີ່ເພີ່ມຂຶ້ນຍ້ອນອັດຕາເງິນເຟີ້ທົ່ວໂລກໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ນະໂຍບາຍສະໜອງຂອງຫວຽດນາມ ໃນໄລຍະ 5 ປີຜ່ານມາ (2019 – 2024), ແຕ່ທັງສອງປັດໃຈດັ່ງກ່າວຍັງຕໍ່າກວ່າລະດັບສະເລ່ຍຂອງອາຊຽນ.
ແງ່ຫວັງການສະໜອງພາຍໃນໃນອະນາຄົດ
ເຖິງວ່າອັດຕາການຫັນເປັນພາຍໃນຢູ່ຕະຫຼາດຫວຽດນາມ ຍັງຕ່ຳເມື່ອທຽບໃສ່ກັບຈີນ, ໄທ, ອິນເດຍ, ອິນໂດເນເຊຍ, ແຕ່ຄວາມໄວການເຕີບໂຕອັດຕາຫັນເປັນພາຍໃນຂອງຫວຽດນາມ ໃນ 10 ປີຜ່ານມາແມ່ນດີຫຼາຍ, ໃນປີນີ້ ສູງກວ່າປີກ່ອນ (ເວັ້ນເສຍແຕ່ປີ 2024 ຍ້ອນຄ່າເງິນເຢນອ່ອນຄ່າ). ດ້ວຍທ່າໄດ້ປຽບດ້ານສະພາບແວດລ້ອມແຫ່ງການລົງທຶນ ລື່ນກາຍກວ່າບັນດາປະເທດໃນພາກພື້ນ, ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ເປັນຈຸດນັດພົບອັນດັບໜຶ່ງ ເມື່ອຕັດສິນລົງທຶນ. ສິ່ງນີ້ຍັງສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການປ່ຽນແປງໃນພາລະບົດບາດການຜະລິດ.
ວິເຄາະທ່າອ່ຽງນີ້ຕື່ມອີກ, ທ່ານ Haruhiko Ozasa ໃຫ້ຮູ້ວ່າ, ການປ່ຽນແປງການຜະລິດຈາກຍີ່ປຸ່ນ ແລະຈີນ ໄປສູ່ອາຊຽນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ໃນນັ້ນ ຫວຽດນາມ ແມ່ນຈຸດນັດພົບຕົ້ນຕໍ. ໃນຈຳນວນ 176 ກໍລະນີຂອງການປ່ຽນແປງການຜະລິດຈາກຈີນ ໄປອາຊຽນ, ຫວຽດນາມ ກວມກວ່າເຄິ່ງໜຶ່ງດ້ວຍ 90 ກໍລະນີ. ເຫດຜົນທີ່ໄດ້ຮັບລວມທັງ "ຮັບມືກັບການປ່ຽນແປງການຜະລິດຂອງລູກຄ້າ", "ຮັບມືກັບອັດຕາພາສີຍ້ອນສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ", ແລະ "ຫຼີກເວັ້ນຄວາມບໍ່ແນ່ນອນໃນການເຄື່ອນໄຫວດໍາເນີນທຸລະກິດໃນປະເທດຈີນ."
ກ່ຽວກັບຂະໜາດການປ່ຽນແປງການຜະລິດຈາກ ຍີ່ປຸ່ນ ແລະ ຈີນ ໄປຫວຽດນາມ, ມີປະມານ 60% ວິສາຫະກິດຕອບໂຕ້ວ່າໄດ້ປ່ຽນແປງຈາກ “1 ເຖິງ 50%”, ແຕ່ກໍ່ມີປະມານ 10-20% ວິສາຫະກິດ ຕອບວ່າໄດ້ປ່ຽນແປງການຜະລິດ “100%”.
ແບ່ງປັນກ່ຽວກັບແງ່ຫວັງການສະໜອງພາຍໃນຂອງຫວຽດນາມ ໃນອະນາຄົດ, ຫົວໜ້າຕາງໜ້າ Jetro ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ບັນດາວິສາຫະກິດຍີ່ປຸ່ນ ຢູ່ຫວຽດນາມ ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດກ່ຽວກັບເລື່ອງນີ້. ຍົກຕົວຢ່າງສະເພາະກ່ຽວກັບແງ່ຫວັງອັດຕາການສະໜອງພາຍໃນໃນ 1-2 ປີຕໍ່ໄປ, ທ່ານ ໃຫ້ຮູ້ວ່າ, ຢູ່ຫວຽດນາມ, ບັນດາວິສາຫະກິດຍີ່ປຸ່ນ ໄດ້ຕອບໂຕ້ “ເປີດກ້ວາງ” ແມ່ນ 50,9% (ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ປີກາຍ), ສູງກວ່າລະດັບສະເລ່ຍຂອງອາຊຽນ ແມ່ນ 37,7%. ເມື່ອທຽບໃສ່ບັນດາປະເທດທີ່ມີວິສາຫະກິດຍີ່ປຸ່ນ ດຳເນີນທຸລະກິດ, ຫວຽດນາມ ຢືນອັນດັບຕໍ່ຈາກ ອິນເດຍ ແລະ ປາກີສະຖານ, ແຕ່ຢືນອັນດັບໜຶ່ງໃນອາຊຽນ.
ໂດຍ: ຈາງຫງວຽນ