ຍັງມີຄວາມສາມາດບົ່ມຊ້ອນຫຼາຍໃນການຮ່ວມມື
ລາຊະອານາຈັກອັງກິດ ເຂົ້າເປັນສະມາຊິກຂອງ CPTPP ດ້ວຍການໜູນຊ່ວຍຢ່າງແຮງຈາກຫວຽດນາມ. ຜ່ານ CPTPP, ລາຊະອານາຈັກອັງກິດ ກໍ່ຢາກເປີດກວ້າງຕະຫຼາດສົ່ງອອກໃຫ້ບັນດາສະມາຊິກທີ່ເຂົ້າຮ່ວມສັນຍາ, ຄື: ຍີ່ປຸ່ນ, ການາດາ, ອົດສະຕາລີ, ຫວຽດນາມ, ນິວຊີແລນ, ສິງກະໂປ, ເມັກຊິກໂກ, ເປຣູ, ບຣູໄນ, ຈີເລ ແລະມາເລເຊຍ. ດ້ວຍ CPTPP, ບັນດາຜະລິດຕະພັນສິນຄ້າຂອງຫວຽດນາມ ທີ່ສົ່ງອອກ ລາຊະອານາຈັກອັງກິດ ຈະໄດ້ຮັບການຍົກເວັ້ນ, ຫຼຸດຜ່ອນພາສີ. ລາຊະອານາຈັກອັງກິດ ໃຫ້ຄຳໝັ້ນສັນຍາຈະລົບລ້າງ 94,4% ຈໍານວນພາສີໃຫ້ແກ່ຫວຽດນາມ ພາຍຫຼັງສັນຍາມີຜົນສັກສິດ (ບັນດາປະເທດສະມາຊິກ CPTPP ອື່ນໆແມ່ນ 93,9%). ພ້ອມທັງຊ່ວຍວິສາຫະກິດພາຍໃນປະເທດມີກາລະໂອກາດຮໍ່າຮຽນໃນຂະແໜງເຕັກໂນໂລຢີ, ພະລັງງານສະອາດ... ສິ່ງດັ່ງກ່າວປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍລະຫວ່າງສອງປະເທດ.
    |
 |
ເຂົ້າສານແມ່ນປະເພດສິນຄ້າທີ່ມີທ່າແຮງຂອງຫວຽດນາມ ມີກາລະໂອກາດສົ່ງອອກຕະຫຼາດອັງກິດຫຼາຍ. ໃນຮູບພາບ: ຊາວທ໊າຍບິ່ງ ເກັບກ່ຽວເຂົ້າ. ພາບ: ເກື່ອງຈິ້ງ |
ໃນປີ 2024, ມູນຄ່າການແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ ບັນລຸ 8,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ປີ 2023. ປະຈຸບັນ, ລາຊະອານາຈັກອັງກິດ ແມ່ນຕະຫຼາດສົ່ງອອກໃຫຍ່ທີ 3 ຂອງຫວຽດນາມ ຢູ່ເອີລົບ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍຍັງໃຫຍ່ຫຼວງທີ່ສຸດ. ປະຈຸບັນ, ວົງເງິນສົ່ງອອກ, ນໍາເຂົ້າກັບຕະຫຼາດລາຊະອານາຈັກອັງກິດ ກວມປະມານ 6,8% ຍອດວົງເງິນສົ່ງອອກ, ນໍາເຂົ້າຂອງຫວຽດນາມ ໄປຍັງໂລກ; ໃນຂະນະນັ້ນ, ຫວຽດນາມ ກວມພຽງ 0,4% ຍອດວົງເງິນນຳເຂົ້າຂອງລາຊະອານາຈັກອັງກິດ ກັບຄູ່ຮ່ວມມື. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຍັງມີກາລະໂອກາດຫຼາຍເພື່ອໃຫ້ວິສາຫະກິດຂອງສອງປະເທດລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງຂອງກັນ.
ແບ່ງປັນກ່ຽວກັບຜົນປະໂຫຍດດ້ານເສດຖະກິດ ສໍາລັບຫວຽດນາມ ຈາກເລື່ອງລາຊະອານາຈັກອັງກິດ ເຂົ້າເປັນສະມາຊິກ CPTPP, ມີຫຼາຍຄຳເຫັນຈາກປະຊາຄົມວິສາຫະກິດໃຫ້ເຫັນວ່າ, ຜົນປະໂຫຍດອັນໃຫຍ່ຫຼວງເຊິ່ງ CPTPP ນຳມາໃຫ້ນັ້ນແມ່ນຫຼັກເກນແຫຼ່ງກຳເນີດ. ວິສາຫະກິດສອງຝ່າຍມີກາລະໂອກາດເປີດກວ້າງການສະໜອງວັດສະດຸ ເພື່ອເພີ່ມທະວີການຜະລິດ, ສົ່ງອອກ, ເປີດກວ້າງຕະຫຼາດໃນກຸ່ມ CPTPP. ທ່ານ ຫງວຽນຮວ່າຍນາມ ຮອງເລຂາທິການໃຫຍ່ສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າຫວຽດນາມ (VASEP) ກໍ່ຢືນຢັນວ່າ ລາຊະອານາຈັກອັງກິດ ເຂົ້າເປັນສະມາຊິກ CPTPP ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ວິສາຫະກິດສິນໃນນ້ຳທັງດ້ານພາສີ ແລະແຫຼ່ງກຳເນີດພາຍໃນກຸ່ມ... ເປັນຕົ້ນແມ່ນສໍາລັບຜະລິດຕະພັນປາທູນາ. ລາຊະອານາຈັກອັງກິດ ແມ່ນຕະຫຼາດສຳຄັນສໍາລັບຂະແໜງສິນໃນນ້ຳຫວຽດນາມ ທັງສົ່ງອອກ ແລະນຳເຂົ້າ. ເນັ້ນໜັກວ່າ ອັງກິດ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ເຖິງຢ່າງໃດກໍ່ຕາມບໍ່ແມ່ນເລື່ອງງ່າຍເພື່ອສາມາດແຊກຊຶມ, ທ່ານນາງ ຫງວຽນທິຮວ່ຽນ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຜະລິດ ແລະສົ່ງອອກແຄ່ນາງຫວຽດນາມ (Vinasamex) ຢືນຢັນວ່າ: ເມື່ອສິນຄ້າສົ່ງອອກຕະຫຼາດອັງກິດ ຈະນຳມາເຊິ່ງມູນຄ່າເພີ່ມສູງກວ່າຫຼາຍຕະຫຼາດອື່ນ. ເມື່ອສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອັງກິດ ໄດ້ຮັບການເພີ່ມທະວີ, ວິສາຫະກິດຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.
ຄວາມຮຽກຮ້ອງຕ້ອງການສູງທີ່ສຸດສໍາລັບຄວາມຮັບຜິດຊອບຂອງວິສາຫະກິດ
ຕະຫຼາດອັງກິດ ເປັນຕະຫຼາດທີ່ຕ້ອງການຄຸນນະພາບສູງ, ມີມາດຕະຖານສູງແຖວໜ້າໂລກກ່ຽວກັບຄວາມປອດໄພດ້ານສະບຽງອາຫານ ແລະການກັກກັນພືດ, ຫວ່າງມໍ່ໆມານີ້ແມ່ນໜຶ່ງໃນບັນດາປະເທດນໍາໜ້າກ່ຽວກັບຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ເສດຖະກິດໝູນວຽນ. ຄວາມຮຽກຮ້ອງນີ້ໄດ້ລະບຸໄວ້ໃນນະໂຍບາຍການຄ້າຂອງລາຊະອານາຈັກອັງກິດ ແລະສົ່ງຜົນສະທ້ອນໂດຍກົງເຖິງຄວາມສາມາດແຊກຊຶມຕະຫຼາດ. ທ່ານ ຫງວຽນແກ້ງເກື່ອງ ອະດີດອັກຄະລັດຖະທູດອົງການການຄ້າຫວຽດນາມ ປະຈຳ ລາຊະອານາຈັກອັງກິດ, ແບ່ງປັນວ່າ: ຜູ້ບໍລິໂພກອັງກິດ ຖືເປັນສໍາຄັນທຄວາມຮັບຜິດຊອບຕໍ່ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະລະບົບຕ່ອງໂສ້ການສະໜອງທີ່ໂປ່ງໃສ. ທ່ານ ຫງວຽນແກ້ງເກື່ອງ ໃຫ້ຮູ້ວ່າ: “ທ່າອ່ຽງການໃຊ້ຈ່າຍແບບຍືນຍົງນັບມື້ນັບແຂງແຮງ ແລະໄດ້ຮັບຖືກວ່າແມ່ນໜຶ່ງໃນບັນດາຄຸນຄ່າ, ຄວາມຮຽກຮ້ອງຕ້ອງການທີ່ສຳຄັນຈາກລັດຖະບານ, ວິສາຫະກິດ, ຜູ້ບໍລິໂພກ ແລະຊຸມຊົນຢູ່ອັງກິດ. ສະນັ້ນ, ສິນຄ້າຫວຽດນາມ ຕ້ອງສ້າງເຄື່ອງໝາຍການຄ້າສີຂຽວ, ລົງທຶນເຂົ້າເຕັກໂນໂລຢີສີຂຽວ ແລະຊອກຮູ້ຄວາມນິຍົມຂອງຜູ້ບໍລິໂພກຢ່າງຈະແຈ້ງ”.
ຈາກແງ່ມູມວິສາຫະກິດ, ທ່ານນາງ ຫງວຽນທິຮວ່ຽນ ຖືວ່າ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້້ງໜ້າກະກຽມ ແລະມີບາດກ້າວທີ່ຈະແຈ້ງເພື່ອໜູນຊ່ວຍວິສາຫະກິດຂອງຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບເສດຖະກິດສີຂຽວ, ການຄ້າສີຂຽວຂອງຕະຫຼາດສົ່ງອອກ ເວົ້າລວມ ແລະຕະຫຼາດອັງກິດ ເວົ້າສະເພາະ. ເຖິງຢ່າງໃດກໍ່ຕາມ, ວິສາຫະກິດຢາກສົ່ງອອກຜະລິດຕະພັນໄປຍັງຕະຫຼາດນີ້ແມ່ນຕ້ອງຄວບຄຸມຄຸນນະພາບກ່ອນ ແລະຕອບສະໜອງມາດຕະຖານຄຸນນະພາບໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຂອງຜູ້ນໍາເຂົ້າ. ທ່ານນາງ ຫງວຽນທິຮວ່ຽນ ແບ່ງປັນວ່າ: “ວິສາຫະກິດຄວນສຸມໃສ່ຄຸນນະພາບສິນຄ້າ ແລະຍົກສູງຄຸນຄ່າຜະລິດຕະພັນແທນທີ່ຈະເປັນປະລິມານ. ສິ່ງດັ່ງກ່າວບໍ່ພຽງແຕ່ສ້າງທ່າໄດ້ປຽບໃນການແກ້ງແຍ້ງໃຫ້ປະເພດສິນຄ້າສົ່ງອອກຂອງຫວຽດນາມ ຢູ່ຕະຫຼາດອັງກິດ ເທົ່ານັ້ນ, ຫາກສິ່ງສຳຄັນກວ່າອີກນັ້ນແມ່ນສ້າງການຮັບປະກັນກ່ຽວກັບຄຸນນະພາບ, ຫຼັງຈາກນັ້ນເປີດກວ້າງໄປຍັງບັນດາຕະຫຼາດໃຫຍ່, ສຳຄັນອື່ນອີກ”.
ໂດຍແມ່ນໜຶ່ງໃນບັນດາສັນຍາການຄ້າເສລີທີ່ຮອບດ້ານ ແລະຂະຫຍັນຂັນເຄື່ອນທີ່ສຸດຂອງໂລກ ແລະສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ການເຕີບໂຕດ້ານເສດຖະກິດ ແລະການຮ່ວມມືສາກົນ. ດ້ວຍການເຂົ້າເປັນສະມາຊິກຂອງອັງກິດ, CPTPP ຈະກວມເອົາ 15% ຍອດ GDP ຂອງໂລກ ແລະຈຳນວນພົນລະເມືອງ 500 ລ້ານກວ່າຄົນ. ພ້ອມກັບ CPTPP, ຫວຽດນາມ ແລະອັງກິດ ກໍ່ໄດ້ລົງນາມໃນສັນຍາການຄ້າເສລີ ຫວຽດນາມ-ລາຊະອານາຈັກອັງກິດ (UKVFTA) ທີ່ໄດ້ມີຜົນສັກສິດແຕ່ປີ 2021. ເປັນອັນວ່າ, ໂອກາດແຊກຊຶມເຂົ້າຕະຫຼາດອັງກິດ ແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ສິ່ງສໍາຄັນແມ່ນຕ້ອງເຂົ້າໃຈ ແລະໝູນໃຊ້ບຸລິມະສິດພາສີຈາກບັນດາສັນຍາດັ່ງກ່າວ.
ໂດຍ: ເຈິ່ນຮວ່ຽນ