Viettel ນຳເອົາບັນດາມາດຕະການຄວາມໝັ້ນຄົງທາງອິນເຕີເນັດທີ່ກ້າວໜ້າເຂົ້າຕະຫຼາດເອີຣົບ
ກປ.ອອນໄລ - ບໍລິສັດຄວາມໝັ້ນຄົງທາງອິນເຕີເນັດ Viettel ຈຳກັດຜູ້ດຽວ (Viettel Cyber Security – VCS) – ສະມາຊິກຂອງກຸ່ມບໍລິສັດ Viettel ຫາກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຍຸດທະສາດກັບ InnoSynthex, ບໍລິສັດເຕັກໂນໂລຊີຄວາມໝັ້ນຄົງທາງອິນເຕີເນັດແຖວໜ້າ, ມີສຳນັກງານຢູ່ຝລັ່ງ.