ທີ່ພິທີປຸກລະດົມ, ທ່ານ ຫງວຽນຮ່ວາງລອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: ງານແຂ່ງຂັນແລ່ນດັ່ງກ່າວ ເພື່ອແນໃສ່ປະກອບສ່ວນແຜ່ຂະຫຍາຍສານ “ຫັນເປັນສີຂຽວ-ອະນາຄົດສີຂຽວ” ຂອງການໂຄສະນາຊົ່ວໂມງ ເພື່ອໜ່ວຍໂລກປີ 2025 ໃຫ້ແກ່ທຸກໆຄົນ ແລະທຸກໆວິສາຫະກິດ, ເພື່ອໃຫ້ກິດຈະກໍາຫັນປ່ຽນພະລັງງານມີບາດກ້າວໃໝ່, ເປີດກວ້າງຂອບຂະໜາດໃຫຍ່ກວ່າໃນທຸກດ້ານຂອງຊີວິດທາງດ້ານເສດຖະກິດ-ສັງຄົມ, ຍົກສູງປະສິດທິຜົນການຜະລິດ ແລະນໍາໃຊ້ພະລັງງານແບບຍືນຍົງ. ດ້ວຍສານທີ່ວ່າ “ຫັນເປັນສີຂຽວ-ອະນາຄົດສີຂຽວ”, ກະຊວງອຸດສາຫະກໍາ ແລະການຄ້າ ປາດຖະໜາວ່າ ປະຊາຊົນທຸກຄົນ, ປະຊາຄົມ ແລະວິສາຫະກິດໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ມຸ່ງໄປເຖິງອະນາຄົດ Net Zero, ອະນາຄົດສີຂຽວ ແລະ ຍືນຍົງ.

leftcenterrightdel
ພິທີປຸກລະດົມ “ທົ່ວປວງຊົນ ປະຢັດພະລັງງານ ຕອບສະໜອງຊົ່ວໂມງ ເພື່ອໜ່ວຍໂລກປີ 2025”. ພາບ: ສໍານັກຂ່າວສານຫວຽດນາມ

ລັດຖະບານ ຫວຽດນາມ ໄດ້ມີຄຳໝັ້ນສັນຍາວ່າ ຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050 ໃນກອງປະຊຸມ COP 26, ແລະຫຼັງຈາກນັ້ນ, ຫວຽດນາມ ມີຫຼາຍລັດຖະນະໂຍບາຍສຳຄັນເພື່ອນຳປະເທດກ້າວເຂົ້າສູ່ເສັ້ນທາງ, ວິວັດການຫັນປ່ຽນພະລັງງານ. ສະນັ້ນໃນຊຸມປີຜ່ານມາ, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍຫຼາຍນະໂຍບາຍສຳຄັນໃນວິວັດການຫັນປ່ຽນພະລັງງານ ແລະພິເສດແມ່ນໃນການປະຢັດພະລັງງານ, ນຳໃຊ້ພະລັງງານປະຢັດ ແລະມີປະສິດທິຜົນ.

ນອກຈາກງານແຂ່ງຂັນແລ່ນດັ່ງກ່າວ, ໃນເດືອນມີນາ ກະຊວງອຸດສາຫະກໍາ ແລະການຄ້າ ຍັງຈັດຕັ້ງຫຼາຍກິດຈະກຳເຄື່ອນໄຫວ, ໃນນັ້ນມີການເຄື່ອນໄຫວຕົ້ນຕໍແມ່ນ “ມອດໄຟໃນເວລາ 1 ຊົ່ວໂມງຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ” ຈະດໍາເນີນໃນເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 22 ມີນາ.

ໂດຍ: ທູຈາງ