ພັກ ແລະ ລັດຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງວຽກງານຄົນພິການ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນວັນໂຮ່ຍ ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າລະຫວ່າງຂະແໜງຫວຽດນາມ, ທີ່ວາລະປົກປ້ອງບົດລາຍງານສົນທິສັນຍາສະຫະປະຊາຊາດ ກ່ຽວກັບການປົກປ້ອງສິດທິຂອງຄົນພິການ (CRPD), ຈັດຂຶ້ນໃນວັນທີ  6 ມີນາ, ຢູ່ ເຊີແນວ, ປະເທດ ສະວິດ.

leftcenterrightdel
ພາບປະກອບ: dangcongsan.vn

ຕາມທ່ານຮອງລັດຖະມົນຕີແລ້ວ, ຫວຽດນາມ ໄດ້ປະກາດໃຊ້ລະບົບນະໂຍບາຍໜູນຊ່ວຍຢ່າງເປີດເຜີຍ, ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ຄົນພິການປະຕິບັດສິດສະເໝີພາບກ່ຽວກັບບັນດາສິດດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະເສີມຂະຫຍາຍຄວາມສາມາດຂອງຕົນເພື່ອຮັກສາຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ເຊື່ອມຕົວເຂົ້າກັບວົງຄະນະຍາດ, ສອດຄ່ອງກັບສົນທິສັນຍາກ່ຽວກັບສິດທິຂອງຄົນພິການ ເຊິ່ງ ຫວຽດນາມ ເປັນສະມາຊິກ.

ໂດຍປະຕິບັດການຫັນລັດຖະທຳມະນູນ ແລະບັນດາຄຳໝັ້ນສັນຍາສາກົນໃຫ້ປະກົດຜົນເປັນຈິງ, ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄົນພິການປີ 2010 ແລະ ປະມວນກົດໝາຍ 9 ສະບັບອື່ນທີ່ກ່ຽວຂ້ອງ, ກຳນົດບັນດານະໂຍບາຍພິເສດສະເພາະໜູນຊ່ວຍຄົນພິການ. ຄະນະເລຂາທິການສູນກາງພັກ ກໍ່ໄດ້ປະກາດໃຊ້ຄຳສັ່ງເພີ່ມທະວີການຊີ້ນຳຂອງພັກ ສຳລັບວຽກງານໜູນຊ່ວຍຄົນພິການ. ລັດຖະບານໄດ້ປະກາດໃຊ້ ແລະປະຕິບັດຫຼາຍລາຍການ, ນະໂຍບາຍເພື່ອປົກປ້ອງ, ເບິ່ງແຍງດູແລ, ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບວົງຄະນະຍາດ, ຮັບປະກັນການປະຕິບັດສິດທິມະນຸດ ແລະສິດທິຂອງຄົນພິການໃນທຸກຂົງເຂດຢ່າງຄົນຖ້ວນ ແລະ ຮອບດ້ານ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ