ໃນນັ້ນໄດ້ສຸມໃສ່ການສ້າງຕັ້ງຮູບແບບ “ອົງຄະນະພັກດີຈີຕອນ - ອຳນາດການປົກຄອງດີຈີຕອນ”, ຍູ້ແຮງການຫັນເປັນດີຈີຕອນໃນອົງຄະນະພັກແຂວງກວ໋າງບິ່ງ; ຍູ້ໄວການພັດທະນາພື້ນຖານໂຄງລ່າງດີຈີຕອນໃຫ້ຄົບຊຸດ, ທັນສະໄໝ; ປັບປຸງການບໍລິການສາທາລະນະທາງອອນໄລ, ສ້າງອຳນາດການປົກຄອງດີຈີຕອນທີ່ແທ້ຈິງ; ບໍາລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດດີຈີຕອນ; ຊຸກຍູ້ການຫັນເປັນດີຈີຕອນໃນວິສາຫະກິດ ແລະພັດທະນາເສດຖະກິດດີຈີຕອນ; ນຳໃຊ້ເຕັກໂນໂລຊີດີຈີຕອນໃນຂົງເຂດຈຸດສຸມ, ຄື: ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ກະສິກຳ, ການຮ່ວມມືກໍ່ສ້າງສູນບໍລິຫານອັດສະລິຍະ.

leftcenterrightdel
ການນຳຄະນະກຳມະການປະຊາຊົນແຂວງກວ໋າງບິ່ງ ແລະ Viettel ລົງນາມໃນຂໍ້ຕົກລົງການຮ່ວມມື. ພາບ: qndn.vn

ແຂວງກວ໋າງບິ່ງ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ Viettel ຜັນຂະຫຍາຍບັນດາໂຄງການ, ລາຍການຮ່ວມມື, ພ້ອມທັງຍູ້ແຮງການປະຕິຮູບດ້ານການບໍລິຫານ, ໜູນຊ່ວຍບັນດາລະບຽບການຢ່າງວ່ອງໄວ, ຈັດວາງແຫຼ່ງກຳລັງເພື່ອຮັບປະກັນໃຫ້ວິວັດການຫັນເປັນດີຈີຕອນໄດ້ດຳເນີນຢ່າງມີປະສິດທິຜົນ.

ໂດຍ: ສີສະຫວັດ ເພັງສີລາພັນ