ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ ມະເສັງ 2025, ທ່ານພົນຕີ ຫງວຽນຮື້ວຈິ໊ງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບພວກຂ້າພະເຈົ້າກ່ຽວກັບເນື້ອໃນນີ້.
ນັກຂ່າວ: ຂໍສະຫາຍ, ໃນໂອກາດບຸນປີໃໝ່ປະຈຳຊາດ ປີ 2025, ສະມາຄົມໄດ້ດຳເນີນກິດຈະກຳທີ່ລະອຽດໃດແດ່ ເພື່ອຢັ້ງຢືນຄວາມເອົາໃຈໃສ່, ການເບິ່ງແຍງດູແລສໍາລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ?
ທ່ານພົນຕີ ຫງວຽນຮື້ວຈິ໊ງ: ປະເທດຫວຽດນາມ ມີສັນຕິພາບມາເປັນເວລາ 50 ປີແລ້ວ, ແຕ່ປະຊາຊົນທີ່ຢູ່ໃນປະເທດກໍຍັງມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫຼາຍລ້ານຄົນ, ສ້າງຜົນສະທ້ອນຢ່າງໃຫຍ່ຫຼວງໃຫ້ແກ່ບັນດາຄອບຄົວ.
ຜ່ານຜ່າທຸກຄວາມຫຍຸ້ງຍາກກ່ຽວກັບເສດຖະກິດ, ທ້ອງຖິ່ນ ແລະປະຊາຊົນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ທຸກຂັ້ນໄດ້ຍົກສູງປະສິດທິຜົນການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ, ລະດົມທຸກແຫຼ່ງກຳລັງເພື່ອໜູນຊ່ວຍຄອບຄົວຜູ້ປະສົບເຄາະຮ້າຍຫຼຸດຜ່ອນຄວາມເຈັບປວດ, ໃນນັ້ນ ການເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນວັນບຸນ, ບຸນເຕັດແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ຕົວຢ່າງ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2024, ສະມາຄົມທຸກຂັ້ນໄດ້ໜູນຊ່ວຍ ແລະມອບຂອງຂວັນ 251.451 ພູດໃຫ້ຜູ້ປະສົບເຄາະຮ້າຍດ້ວຍມູນຄ່າທັງໝົດກວ່າ 242,65 ຕື້ດົ່ງ. ເສີມຂະຫຍາຍມູນເຊື້ອອັນດີງາມນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີ 2025, ນັບແຕ່ກາງເດືອນທັນວາ 2024 ມາ, ທາງສະມາຄົມໄດ້ຈັດຕັ້ງການເຄື່ອນໄຫວ “ລະດູບານໃໝ່ທີ່ຄົບຖ້ວນ” - ບຸນເຕັດເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເພື່ອແນໃສ່ລະດົມປະຊາຊົນໃນທົ່ວປະເທດສະໜັບສະໜູນ, ບໍລິຈາກ, ມອບຂອງຂວັນເຕັດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະຄອບຄົວທີ່ມີຍາດຕິພີ່ນ້ອງທີ່ປະສົບກັບຄວາມຫຍຸ້ງຍາກຈາກທາດພິດສີສົ້ມໃນທົ່ວປະເທດ ໄດ້ຕ້ອນຮັບບຸນເຕັດຢ່າງມີຄວາມເບີກບານມ່ວນຊື່ນ ແລະຜາສຸກ.
    |
 |
ທ່ານພົນຕີ ຫງວຽນຮື້ວຈິ໊ງ ມອບຂອງຂວັນປີໃໝ່ ມະເສັງ 2025 ແລະໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ແຂວງ ກອນຕູມ. ພາບ: ວັນເກິ່ນ |
ພ້ອມກັນນັ້ນ, ສະມາຄົມທຸກຂັ້ນຍັງໄດ້ຜັນຂະຫຍາຍລະດົມແຫຼ່ງກຳລັງຈາກບັນດາສະມາຊິກ ແລະບັນດາອົງການຈັດຕັ້ງທີ່ຢູ່ພາຍໃນ ແລະສາກົນ. ດ້ວຍການໜູນຊ່ວຍຂອງຊຸມຊົນ, ສະມາຄົມ ແລະກອງທຶນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ ແລະກໍາລັງສົມທົບກັບຫົວໜ່ວຍຮ່ວມເດີນທາງ, ສະໜັບສະໜູນເພື່ອສົ່ງຂອງຂວັນ ນີ້ກໍແມ່ນວິທີໜຶ່ງ ເພື່ອນຳເອົາຄວາມຫວັງມາໃຫ້ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າມີລະດູບານໃໝ່ທີ່ອົບອຸ່ນ.
ນັກຂ່າວ: ບົນພື້ນຖານປະສິດທິຜົນຕົວຈິງຂອງການເຄື່ອນໄຫວຂອງປີກາຍ, ສະຫາຍສາມາດໃຫ້ຮູ້ໜ້າທີ່ສຳຄັນໃດແດ່ທີ່ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຈະສຸມໃສ່ປະຕິບັດໃນປີ 2025?
ທ່ານພົນຕີ ຫງວຽນຮື້ວຈິ໊ງ: ໃນປີ 2024, ທາງສະມາຄົມສາມາດລະດົມທຶນໄດ້ກວ່າ 520 ຕື້ດົ່ງຈາກແຫຼ່ງທຶນທີ່ຢູ່ພາຍໃນ ແລະສາກົນ, ປະກອບສ່ວນໜູນຊ່ວຍໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢ່າງແທດຈິງ ແລະມີປະສິດທິຜົນ. ກ່ຽວກັບການຕໍ່ສູ້ເພື່ອຄວາມຍຸດຕິທຳ, ທາງສະມາຄົມໄດ້ມີວິທີການໃໝ່, ເໝາະສົມກວ່າ, ຮຽກຮ້ອງໃຫ້ສາກົນສະໜັບສະໜູນຕໍ່ການແກ້ໄຂຜົນສະທ້ອນຂອງທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ. ສະມາຄົມໄດ້ຕ້ອນຮັບ 52 ຄະນະຜູ້ແທນສາກົນທີ່ມາຊອກຮູ້ ແລະສະແດງການສະໜັບສະໜູນຕໍ່ຜູ້ປະສົບເຄາະຮ້າຍ.
ຈາກປະສິດທິຜົນການເຄື່ອນໄຫວໃນປີ 2024, ສະມາຄົມໄດ້ວາງເປົ້າໝາຍໃນປີ 2025 ແມ່ນຈະສືບຕໍ່ຫັນບັນດາເປົ້າໝາຍ, ຄາດໝາຍໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງສູນກາງ ເປັນລະອຽດ, ຈັດຕັ້ງ, ບູລະນະຄືນໃໝ່ພາລະບົດບາດ, ໜ້າທີ່ຂອງສະມາຄົມເພື່ອເຄື່ອນໄຫວໃຫ້ມີປະສິດທິຜົນກວ່າອີກ. ພ້ອມທັງ ສືບຕໍ່ປ່ຽນແປງໃໝ່ບັນດາວິທີລະດົມແຫຼ່ງກຳລັງ, ສຸມໃສ່ຜູ້ປະສົບເຄາະຮ້າຍ ແລະຮາກຖານ, ຈາກນັ້ນສະເໜີມາດຕະການສະເພາະໃຫ້ທ້ອງຖິ່ນເພື່ອໃຫ້ເຂົາເຈົ້າມີຄວາມຮັບຜິດຊອບກວ່າໃນການໜູນຊ່ວຍຜູ້ປະສົບເຄາະຮ້າຍ.
ດ້ານໜຶ່ງ, ພວກຂ້າພະເຈົ້າປະຕິບັດບັນດາການເຄື່ອນໄຫວສະເພາະໃຫ້ແກ່ຜູ້ປະສົບເຄາະຮ້າຍ, ຄືການຊ່ວຍເຫຼືອດ້ານການເງິນເພື່ອເບິ່ງແຍງດູແລສຸຂະພາບ, ສ້ອມແປງເຮືອນ, ຝຶກອົບຮົມວິຊາຊີບ ເພື່ອຊ່ວຍໃຫ້ຜູ້ປະສົບເຄາະຮ້າຍປັບປຸງຕົນເອງ, ເຊື່ອມໂຍງເຂົ້າກັບຊຸມຊົນ. ຄຽງຄູ່ກັນນັ້ນ, ສະມາຄົມສືບຕໍ່ຍູ້ແຮງການຕໍ່ສູ້ເພື່ອຄວາມຍຸຕິທຳ, ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບກ່ຽວກັບໄພພິບັດທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ, ຜ່ານນັ້ນ ລະດົມແຫຼ່ງກຳລັງໜູນຊ່ວຍຜູ້ປະສົບເຄາະຮ້າຍຕື່ມອີກ.
ນັກຂ່າວ: ເພື່ອເບິ່ງແຍງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໃຫ້ດີຂຶ້ນ, ຕ້ອງມີການເຂົ້າຮ່ວມຈາກລັດຖະບານ ແລະສັງຄົມທຸກຂັ້ນ. ທາງສະມາຄົມຈະມີການເຄື່ອນໄຫວຫຍັງແດ່ ເພື່ອລະດົມບັນດາອົງການຈັດຕັ້ງ, ບຸກຄົນເຂົ້າຮ່ວມເພື່ອຊ່ວຍເຫຼືອ, ໜູນຊ່ວຍເປົ້າໝາຍນີ້?
ທ່ານພົນຕີ ຫງວຽນຮື້ວຈິ໊ງ: ໃນໄລຍະຈະມາເຖິງ, ສະມາຄົມຈະຕັ້ງໜ້າຍູ້ແຮງການລະດົມແຫຼ່ງທຶນເພື່ອສ້າງກອງທຶນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ດ້ວຍຮູບການທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ພິເສດ, ແມ່ນສືບຕໍ່ຜັນຂະຫຍາຍບັນດາໂຄງການລົງທຶນຂອງອົງການ, ບຸກຄົນທັງຢູ່ພາຍໃນ ແລະຕ່າງປະເທດອຸປະຖຳໃຫ້ມີປະສິດທິຜົນ, ຮັກສາການຜັນຂະຫຍາຍໂຄງການສົ່ງຂໍ້ຄວາມເພື່ອການກຸສົນ. ນອກຈາກນັ້ນ ຕ້ອງຮັກສາການເຄື່ອນໄຫວເບິ່ງແຍງດູແລທີ່ດີຢູ່ສູນຮັບປະກັນສັງຄົມ, ຍົກສູງຄຸນນະພາບວຽກງານເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຢ່າງບໍ່ຢຸດຢັ້ງ, ຜັນຂະຫຍາຍວຽກງານຮົມຢາ, ລ້າງພິດໃຫ້ຜູ້ປະສົບເຄາະຮ້າຍ. ຄຽງຂ້າງນັ້ນ, ສະມາຄົມຈະປະຕິບັດບັນດາໂຄງການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຜ່ານໂຄງການກະສິກຳ, ໂຄງການປູກຜັກປອດສານຜິດ, ໂຄງການເຊື່ອມໂຍງ, ໂຄງການແກ່ນສານແຫ່ງຄວາມຫວັງ... ດ້ວຍແຜນການສະເພາະໃນປີ 2025, ພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວ, ປະກອບສ່ວນເບິ່ງແຍງດູແລ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນໃຫ້ດີກວ່າເກົ່າ.
ນັກຂ່າວ: ຂໍຂອບໃຈສະຫາຍ.
ໂດຍ: ຈາງຫງວຽນ