ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນງານຕະຫຼາດນັດສ້າງກອງທຶນມູນນິທິ ຢູ່ໄທ
ງານຕະຫຼາດນັດຖືກຈັດຂຶ້ນເພື່ອແນໃສ່ສ້າງກອງທຶນມູນນິທິ ເພື່ອຊ່ວຍເຫຼືອສະພາກາແດງໄທ ປະຕິບັດພາລະກຳກູ້ໄພກູ້ຊີບ, ຍົກສູງສະຫວັດດີການສັງຄົມ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຖືກຜົນກະທົບຈາກໄພທຳມະຊາດ.
ສະຖານທູດຫວຽດນາມ ປະຈຳໄທ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງງານຕະຫຼາດນັດກາແດງການທູດ ຄັ້ງທີ 58 ໂດຍສະພາກາແດງໄທ ສົມທົບກັບສະມາຄົມພັນລະຍາ, ສາມີນັກການທູດ ແລະ ສະຖານທູດປະຈຳ ໄທ ຈັດຂຶ້ນ.
ໂດຍໄດ້ດຳເນີນແຕ່ວັນທີ 27 ກຸມພາ ຫາວັນທີ 2 ມີນາ, ຢູ່ສູນການຄ້າ Siam Paragon, ນະຄອນຫຼວງ ບາງກອກ. ງານຕະຫຼາດນັດມີການເຂົ້າຮ່ວມຂອງ 56 ສະຖານທູດປະຈຳໄທ ດ້ວຍຮ້ານແນະນຳ, ວາງສະແດງ ແລະວາງຂາຍສິນຄ້າບັນດາຜະລິດຕະພັນທີ່ເປັນເອກະລັກ ຂອງແຕ່ລະປະເທດ 246 ຮ້ານ ດ້ວຍລາຄາພິເສດ ເຊັ່ນ ເຄື່ອງບໍລິໂພກອຸປະໂພກ, ເສື້ອຜ້າ, ເຄື່ອງປະດັບ, ອາຫານ... ງານຕະຫຼາດນັດຖືກຈັດຂຶ້ນເພື່ອແນໃສ່ສ້າງກອງທຶນມູນນິທິເພື່ອຊ່ວຍເຫຼືອສະພາກາແດງໄທ ປະຕິບັດພາລະກຳກູ້ໄພກູ້ຊີບ, ຍົກສູງສະຫວັດດີການສັງຄົມ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຖືກຜົນກະທົບຈາກໄພທຳມະຊາດ.
    |
 |
ຮ້ານວາງສະແດງສິນຄ້າຂອງຫວຽດນາມ ຢູ່ງານຕະຫຼາດນັດ. ພາບ:ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ໃຫ້ຮູ້ວ່າ ສະຖານທູດຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວມູນນິທິນີ້ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ. ໃນເວລາດຳເນີນເຫດການດັ່ງກ່າວ, ມີແຂກສາກົນຈຳນວນຫຼາຍໄດ້ແວ່ຢ້ຽມຊົມ ແລະ ຊື້ເຄື່ອງໃນຮ້ານວາງສະແດງສິນຄ້າຂອງຫວຽດນາມ, ພ້ອມທັງສະແດງຄວາມປະທັບໃຈຕໍ່ບັນດາຜະລິດຕະພັນຫັດຖະກຳສິລະປະອັນປະດິດປະດອຍ ຂອງບັນດາໝູ່ບ້ານທີ່ເປັນມູນເຊື້ອຂອງຫວຽດນາມ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ