ກ່ອນນີ້ 20 ປີ, ເມື່ອ Viettel ຂີດໝາຍການປະກົດຕົວໃນແຜນທີ່ເຄື່ອນທີ່ແຫ່ງຊາດ ດ້ວຍການເປີດເຄືອຂ່າຍເຄື່ອນທີ່ຢ່າງເປັນທາງການ ດ້ວຍເຄື່ອງໝາຍການຄ້າ Viettel Mobile, ບາງຄົນອາດນຶກພາບວ່າວິສາຫະກິດໜຸ່ມ, ທີ່ຖືກປະໄວ້ໄກກັບເຕັກໂນໂລຢີ 2G, ແຕ່ສາມາດເລັ່ງຄວາມໄວເພື່ອກາຍເປັນວິສາຫະກິດໃນທອັບ 5 ປະເທດທໍາອິດທີ່ຜະລິດອຸປະກອນເຄືອຂ່າຍ 5G (ຊູແອັດ, ແຟງລັງ, ຈີນ, ສ.ເກົາຫຼີ, ຫວຽດນາມ). ນັບແຕ່ເດືອນ ມີນາ 2024, Viettel ໄດ້ຮັບໃບອະນຸຍາດນໍາໃຊ້ຄວາມຖີ່ 2600MHz ເພື່ອຜັນຂະຫຍາຍ 5G. ພາຍຫຼັງໄດ້ຮັບໃບອະນຸຍາດພຽງ 7 ເດືອນ, ວັນທີ 15 ຕຸລາ, Viettel ໄດ້ເປັນເຈົ້າຂອງ ແລະເປີດສະຫຼອງເຄືອຂ່າຍ 5G ຢູ່ຫວຽດນາມ ຢ່າງເປັນທາງການ.
    |
 |
ຮູບແບບໝູນໃຊ້ເຕັກໂນໂລຢີ 5G ເຂົ້າໃນການເຄື່ອນໄຫວຂອງໂຮງງານ. ພາບ: ຮວ່າງຈູງ |
ດ້ວຍຄວາມສຸດຈິດສຸດໃຈ, ປະດິດສ້າງ ແລະຈິດໃຈກ້າຫານຂອງທະຫານລຸງໂຮ່, ຖັນແຖວພະນັກງານ, ນັກວິສາວະກອນ, ພາລະກອນຂອງ Viettel ໄດ້ມີຄວາມອອກແຮງງານຢ່າງຫ້າວຫັນ, ອຸທິດສ່ວນ, ປະກອບສ່ວນນໍາ Viettel ກາຍເປັນບໍລິສັດເຄືອຂ່າຍທຳອິດທີ່ຫາກໍ່ຜັນຂະຫຍາຍ 5G ໄດ້ສົ່ງສັນຍານປົກຄຸມ 63 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍສະຖານີຮັບ ແລະກະຈາຍສັນຍານປະມານ 6.500 ແຫ່ງ. ພາຍຫຼັງ 15 ວັນນັບແຕ່ເປີດນຳໃຊ້ຢ່າງເປັນທາງການ, ຕາມບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel (Viettel Telecom) ແລ້ວ, ໄດ້ມີ 3 ລ້ານຄົນຈົດທະບຽນນຳໃຊ້ເຄືອຂ່າຍ 5G ຂອງ Viettel. ໃນນັ້ນ, ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ຫ໋າຍຟ່ອງ ໄດ້ຮັບການຮອງຮັບວ່າ ແມ່ນ 5 ທ້ອງຖິ່ນມີລູກຄ້ານຳໃຊ້ 5G ຫຼາຍທີ່ສຸດ, ກວມເອົາເກືອບ 50% ຈໍານວນໂທລະສັບທີ່ມີຢູ່ແລ້ວ.
ແບ່ງປັນກ່ຽວກັບເຕັກໂນໂລຢີທີ່ກ້າວໜ້າທີ່ Viettel ໄດ້ເປັນເຈົ້າຂອງເພື່ອພັດທະນາ 5G, ສະຫາຍ ຮວ່າງດຶ໊ກແທັງ, ຮອງຜູ້ອໍານວຍການສູນເຕັກນິກທົ່ວໂລກ, ບໍລິສັດໃຫຍ່ເຄືອຂ່າຍ Viettel ໃຫ້ຮູ້ວ່າ, ໜຶ່ງໃນບັນດາຜົນງານພົ້ນເດັ່ນຂອງ Viettel ນັ້ນແມ່ນໄດ້ເປັນເຈົ້າຂອງລະບົບເຄືອຂ່າຍຫຼັກແຫຼ່ງທີ່ສຳຄັນ, ຈາກນັ້ນ, Viettel ສາມາດຜະລິດອຸປະກອນໂທລະພາບ, ອຸປະກອນເຄືອຂ່າຍສົ່ງສັນຍານດ້ວຍຕົນເອງ, ຈຳກັດການນຳເຂົ້າເຄື່ອງອາໄຫຼ່, ອຸປະກອນເອເລັກໂຕນິກຈາກພາຍນອກ.
    |
 |
ລູກຄ້າໃຊ້ແອັບພຼີເຄຊັນ 5G ຂອງ Viettel. ພາບ: ຮວ່າງຈູງ |
ປະຈຸບັນ, ກ່ຽວກັບການສົ່ງສັນຍານ, Viettel ມີຄວາມຖີ່ທີ່ດີເພື່ອຜັນຂະຫຍາຍເຄືອຂ່າຍ 5G. ຕາມນັກຊ່ຽວຊານ ແລ້ວ, ດ້ວຍຄວາມຖີ່ 2600MHz ນັ້ນ ສັນຍານຂອງ Viettel ສາມາດປົກຄຸມເຂດກວ້າງທີ່ສຸດໃນທົ່ວປະເທດ, ກວ້າງກວ່າແຖບທົ່ວໄປອື່ນຂອງ 5G ທົບສອງເທົ່າ. ສຳລັບມາດຕະການເຕັກໂນໂລຢີເພື່ອເປີດກວ້າງເຂດສົ່ງສັນຍານ, Viettel ໄດ້ສ້າງເຄືອຂ່າຍ 5G ໂດຍອີງໃສ່ມາດຕະຖານເຕັກນິກຫຼ້າສຸດ, ຫຼາຍກວ່າທົບ 16 ເທົ່າເມື່ອທຽບໃສ່ເຕັກໂນໂລຢີພວມໃຊ້ໃນປະຈຸບັນສໍາລັບ 4G.
ເຖິງຢ່າງໃດກໍ່ຕາມ, ເພື່ອພັດທະນາເຕັກໂນໂລຢີ 5G, ຖັນແຖວພະນັກງານ, ນັກວິສາວະກອນ Viettel ຕ້ອງແກ້ໄຂ, ຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກຫຼາຍຢ່າງໃນຂະບວນການຄົ້ນຄວ້າ ແລະທົດລອງ. ສະຫາຍ ຮວ່າງດຶກແທັງ ໃຫ້ຮູ້ວ່າ, ຄ່າໃຊ້ຈ່າຍໃນການລົງທຶນໃຫ້ 5G ແມ່ນຫຼາຍທີ່ສຸດ, ທົບ 4-5 ເທົ່າເມື່ອທຽບໃສ່ການລົງທຶນໃຫ້ 4G ແລະໃຊ້ເວລາຫຼາຍເພື່ອຜັນຂະຫຍາຍ. ໃນດ້ານຂະໜາດ ແລະປະລິມານ, ອຸປະກອນຮັບໃຊ້ເຕັກໂນໂລຢີ 5G ແມ່ນມີຂະໜາດໃຫຍ່ກວ່າ, ປະລິມານທົບ 1,5-2 ເທົ່າເມື່ອທຽບໃສ່ອຸປະກອນສະຫງວນໃຫ້ 4G.
ໜຶ່ງໃນບັນດາຄວາມຫຍຸ້ງຍາກເພື່ອເປີດກວ້າງການພັດທະນາ 5G ຢູ່ຫວຽດນາມ ແມ່ນອຸປະກອນໜູນຊ່ວຍ 5G ຍັງຈຳກັດ. ປະຈຸບັນ, ມີພຽງແຕ່ປະມານ 15% ອຸປະກອນ (ຄື: ໂທລະສັບສະຫຼາດ, ແທັບເລັດ) ຢູ່ຫວຽດນາມ ມີການໜູນຊ່ວຍເຕັກໂນໂລຢີ 5G ເທົ່ານັ້ນ ແລະຕົ້ນຕໍແມ່ນຢູ່ໃນເຂດຕົວເມືອງ. ລູກຄ້າຫຼາຍຄົນມີອຸປະກອນມືຖືທັນສະໄໝທີ່ຊື້ຢູ່ຕ່າງປະເທດແຕ່ຖືກລັອກເຕັກໂນໂລຢີ ຫຼືບໍ່ໄດ້ໜູນຊ່ວຍ 5G ຢູ່ຫວຽດນາມ. ປັດໄຈເຫຼົ່ານີ້ພາໃຫ້ການຜັນຂະຫຍາຍ 5G ຢ່າງກວ້າງຂວາງ, ພິເສດແມ່ນຢູ່ເຂດຊົນນະບົດ, ບໍ່ໄດ້ຮັບປະສິດທິຜົນໃນທັນທີ.
ອາດເວົ້າໄດ້ວ່າ ປີ 2024 ແມ່ນປີສຳເລັດຜົນຂອງຂະແໜງໂທລະຄົມມະນາຄົມຫວຽດນາມ ເວົ້າລວມ ແລະ Viettel ເວົ້າສະເພາະ. ໃນໄລຍະຈະມາເຖິງ, ເມື່ອພື້ນຖານໂຄງລ່າງໄດ້ຮັບການເປີດກວ້າງ ແລະດີທີ່ສຸດ, ການນໍາໃຊ້ 5G ຈະນັບມື້ນັບເປັນປົກກະຕິກວ່າ. ເລື່ອງ Viettel ໄດ້ຜັນຂະຫຍາຍເຄືອຂ່າຍ 5G ໃນທົ່ວປະເທດ ຈະສ້າງປະຖົມປັດໄຈເພື່ອຊຸກຍູ້ການຫັນປ່ຽນດີຈີຕອນຢ່າງແຂງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງປະເທດ.
ໂດຍ: ໄຊຊະນະ