ທ່ານ ໂຮ່ດຶກເຟີກ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ: ເພີ່ມທະວີການຮັບປະກັນງົບປະມານຕໍ່ໜ້າການຜັນແປ

ໃນປີ 2024, ສະພາບການຂອງໂລກ, ພາກພື້ນສືບຕໍ່ຜັນແປຢ່າງວ່ອງໄວ, ສັບສົນ, ແລະບໍ່ອຳນວຍຄວາມສະດວກ. ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສດຖະກິດ-ສັງຄົມຂອງປະເທດເຮົາສືບຕໍ່ມີທ່າອ່ຽງຟື້ນຟູ ແລະພັດທະນາ, ບັນລຸໄດ້ບັນດາໝາກຜົນສຳຄັນ, ຮອບດ້ານໃນທຸກຂົງເຂດ; ຄາດວ່າ ຈະບັນລຸ ແລະລື່ນກາຍຄາດໝາຍຕົ້ນຕໍທີ່ໄດ້ວາງອອກໃນມະຕິເລກທີ 103/2023/QH15.

ສິ່ງທີ່ໜ້າເວົ້າເຖິງແມ່ນການເກັບລາຍຮັບເຂົ້າງົບປະມານໃນທຸກຂົງເຂດເກືອບຄືວ່າບັນລຸໄດ້ ແລະລື່ນແຜນງົບປະມານ. ຄາດວ່າມີ 52 ທ້ອງຖິ່ນເກັບລາຍຮັບບັນລຸ ແລະລື່ນກາຍແຜນງົບປະມານ. ລະດັບເຕີບໂຕເສດຖະກິດຟື້ນຟູຢ່າງຕັ້ງໜ້າ, ທັງປີຄາດວ່າ ບັນລຸປະມານ 7%, ລື່ນກາຍຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກ (6-6,5%), ແລະໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດາອົງການຈັດຕັ້ງ ແລະສະຖາບັນການເງິນສາກົນກ່ຽວກັບແງ່ຫວັງເຕີບໂຕກ່ຽວກັບແຜນງົບປະມານແຫ່ງລັດ ແລະແບ່ງງົບປະມານປີ 2025, ແຜນງົບປະມານແມ່ນ 1,96 ລ້ານຕື້ດົ່ງ, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ປີ 2024. ອັດຕາລະດົມໃສ່ງົບປະມານແມ່ນ 16% GDP, ໃນນັ້ນການເກັບລາຍຮັບງົບປະມານພາຍໃນແມ່ນ 1,6 ລ້ານຕື້ດົ່ງ, ເທົ່າກັບ 85% ຍອດລາຍຮັບ, ເພີ່ມຂຶ້ນ 6,1%. ແຜນງົບປະມານດັ່ງກ່າວໄດ້ຮັບການຕີລາຄາວ່າຕັ້ງໜ້າ, ສະແດງໃຫ້ເຫັນຢ່າງຈະແຈ້ງລັກສະນະຍືນຍົງ ກໍຄືຄວາມສາມາດຮັບມືຕໍ່ຜົນກະທົບໃນສະພາບການເສດຖະກິດ-ສັງຄົມພາຍໃນ ແລະຕ່າງປະເທດຍັງຊ້ອນແຝງຄວາມສ່ຽງ ແລະສິ່ງທ້າທາຍຫຼາຍຢ່າງ.

leftcenterrightdel
ການຂົນຖ່າຍສິນຄ້ານຳເຂົ້າ ແລະສົ່ງອອກຢູ່ທ່າກຳປັ່ນ ຫາຍຟ່ອງ. ພາບ: ດັງແອງ.

ແຕ່ວ່າຍ້ອນເສດຖະກິດຍັງມີການຜັນແປ; ຕະຫຼາດອະສັງຫາລິມະສັບຍັງບໍ່ທັນມີສັນຍານໝັ້ນທ່ຽງ, ຄວາມຄືບໜ້າໃນການຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດໃນໄລຍະຜ່ານມາຍັງຊັກຊ້າ, ແຮງກົດດັນດຸນດ່ຽງລາຍຈ່າຍແມ່ນຍັງໃຫຍ່ຢູ່, ເປັນຕົ້ນແມ່ນລາຍຈ່າຍໃຫ້ແກ່ບັນດາກິດຈະກຳພື້ນຖານໂຄງລ່າງທີ່ສຳຄັນ, ໃຫ້ບັນດາໜ້າທີ່ຮີບດ່ວນ, ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ...

ຍ້ອນແນວນັ້ນ, ໃນການບໍລິຫານ, ລັດຖະບານຈະສືບຕໍ່ກວດກາຄືນຢ່າງລະອຽດ, ລາຍງານໃຫ້ຂັ້ນມີສິດອຳນາດ ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງພ້ອມທັງອະນຸຍາດໃຫ້ທ້ອງຖິ່ນທີ່ມີແຫຼ່ງເງິນປະຕິຮູບເງິນເດືອນໄດ້ນຳໃຊ້ເພື່ອປັບປຸງບາງນະໂຍບາຍກ່ຽວກັບສະຫວັດດີການສັງຄົມ; ລົງທຶນໂຄງການເຊື່ອມຕໍ່ພາກພື້ນ, ປະເທດ, ໂຄງການຈຸດສຸມຂອງຊາດ ໃນກໍລະນີທ້ອງຖິ່ນໃຫ້ຄໍາໝັ້ນສັນຍາຮັບປະກັນການປະຕິຮູບເງິນເດືອນເຖິງປີ 2030 ແລະບໍ່ສະເໜີການໜູນຊ່ວຍຈາກງົບປະມານສູນກາງ.

ທ່ານນາງ ຫງວຽນທິຮົ່ງ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ: ເປັນເຈົ້າການບໍລິຫານບັນດາກົນໄກນະໂຍບາຍເງິນຕາຢ່າງມີໄຫວພິບ, ຄົບຊຸດ

ເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ປີ 2025 ທີ່ສະພາແຫ່ງຊາດຊຸດທີ XV ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ກ່ຽວກັບການ “ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມສົມດຸ່ນໃຫຍ່ຂອງພື້ນຖານເສດຖະກິດ”, ທະນາຄານແຫ່ງລັດຫວຽດນາມ ແລະຂະແໜງທະນາຄານຈະສືບຕໍ່ສຸມໃສ່, ມານະພະຍາຍາມ, ຕັດສິນໃຈປະຕິບັດບັນດາໜ້າທີ່, ມາດຕະການຈຸດສຸມຂອງຂະແໜງຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ, ແທດຈິງເພື່ອປະກອບສ່ວນປະຕິບັດເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ. ລະອຽດແມ່ນ:

ຕິດຕາມການຜັນແປ, ສະພາບການເສດຖະກິດໂລກ ແລະພາຍໃນປະເທດຢ່າງໃກ້ສິດ ເພື່ອເປັນເຈົ້າການບໍລິຫານບັນດາກົນໄກນະໂຍບາຍເງິນຕາຢ່າງມີໄຫວພິບ, ຄົບຊຸດ, ສົມທົບກັບນະໂຍບາຍປີການເງິນ ແລະບັນດານະໂຍບາຍເສດຖະກິດມະຫາພາກອື່ນໆຢ່າງກົມກຽວ, ໜັກແໜ້ນ ເພື່ອແນໃສ່ໜູນຊ່ວຍການເຕີບໂຕເສດຖະກິດຕິດພັນກັບການຄວບຄຸມໄພເງິນເຟີ້, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ.

ປະຕິບັດບັນດາມາດຕະການສິນເຊື່ອໃຫ້ສອດຄ່ອງກັບການຜັນແປຂອງເສດຖະກິດມະຫາພາກ, ໄພເງິນເຟີ້, ຕອບສະໜອງຄວາມຕ້ອງການທຶນສິນເຊື່ອໃຫ້ສອດຄ່ອງກັບຄວາມສາມາດຮັບເອົາທຶນຂອງພື້ນຖານເສດຖະກິດ; ຊີ້ນຳບັນດາອົງການສິນເຊື່ອໃຫ້ເຕີບໂຕຢ່າງປອດໄພ, ມີປະສິດທິຜົນ, ນໍາໃຊ້ສິນເຊື່ອເຂົ້າໃນບັນດາຂົງເຂດຜະລິດ, ດຳເນີນທຸລະກິດ ແລະຂົງເຂດບຸລິມະສິດ ເຊິ່ງແມ່ນກຳລັງໜູນເຕີບໂຕເສດຖະກິດຕາມແຜນນະໂຍບາຍຂອງລັດຖະບານ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ; ສືບຕໍ່ຜັນຂະຫຍາຍບັນດາໂຄງການ, ນະໂຍບາຍສິນເຊື່ອຈຳເພາະໃຫ້ບາງຂະແໜງ, ຂົງເຂດຕາມການຊີ້ນຳຂອງລັດຖະບານ ແລະນາຍົກລັດຖະມົນຕີ.

ເພີ່ມທະວີການຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການສິນເຊື່ອທີ່ອ່ອນດ້ອຍທີ່ມີຫຼາຍບັນຫາທີ່ຍັງຄົງຄ້າງໃນການເຄື່ອນໄຫວ. ຍູ້ແຮງການແກ້ໄຂໜີ້ເສຍ, ຍົກສູງຄຸນນະພາບສິນເຊື່ອ, ສະກັດກັ້ນ ແລະຫຼຸດຜ່ອນໜີ້ເສຍໃໝ່.

ທ່ານ ເລມິງຮວານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ: ເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນກະເສດ

ປີຜ່ານມາແມ່ນປີທີ່ມີສິ່ງທ້າທາຍຫຼາຍຢ່າງຍ້ອນການກະທົບຈາກໄພພິບັດທໍາມະຊາດ. ສະເພາະພາຍຸລູກທີ 3 ພັດເຂົ້າບັນດາແຂວງ, ນະຄອນທາງພາກເໜືອ, ໄດ້ກໍ່ຄວາມເສຍຫາຍປະມານ 81,5 ພັນຕື້ດົ່ງ, ໃນນັ້ນຄວາມເສຍຫາຍສໍາລັບຂະແໜງກະສິກຳແມ່ນ 30,8 ພັນຕື້ດົ່ງ, ກວມ 38%.

ສຳຄັນກວ່ານັ້ນ, ຂະແໜງກະສິກຳຢືນຢັນໄດ້ຄວາມສາມາດຮັບມືຕໍ່ການແຜ່ລະບາດຂອງພະຍາດ ແລະໄພທຳມະຊາດ, ເມື່ອເປັນເຈົ້າການຕັ້ງໜ້າ,  ມີຫົວຄິດປະດິດສ້າງໃນວຽກງານເປັນເສນາທິການໃຫ້ລັດຖະບານ, ນາຍົກລັດຖະມົນຕີ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອປະຕິບັດບັນດາໜ້າທີ່, ມາດຕະການທີ່ໄດ້ວາງອອກຢ່າງຂ້ຽວຂາດ. ການຫັນປ່ຽນໃນຈິນຕະນາການ, ຈາກການຜະລິດກະສິກຳສູ່ເສດຖະກິດກະສິກຳ, ຈາກການພັດທະນາຂະແໜງດຽວມາເປັນການຮ່ວມມື, ພັດທະນາຫຼາຍຂະແໜງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້.

ສັງກາດໃໝ່ຂອງປະເທດພວມເປີດກາລະໂອກາດໃໝ່ໃຫ້ຂະແໜງກະສິກຳ, ແຕ່ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ປີ 2025, ຫຼາຍປະເທດຈະປະຕິບັດນະໂຍບາຍປົກປ້ອງສິນຄ້າຜະລິດພາຍໃນປະເທດ; ຍູ້ແຮງການຜະລິດກະສິກຳ ເພື່ອເປັນເຈົ້າການແຫຼ່ງສະໜອງ. ຂະແໜງກະສິກຳ, ຊົນນະບົດ ແລະບັນດາທ້ອງຖິ່ນພາກເໜືອສືບຕໍ່ສຸມໃສ່ຟື້ນຟູການຜະລິດກະສິກຳພາຍຫຼັງພາຍຸຫົວທີ 3. ສະພາບດິນຟ້າອາກາດມີການຜັນແປຜິດປົກກະຕິ, ໃນນັ້ນເປັນໜ້າສົນໃຈແມ່ນໄພນໍ້າຖ້ວມ ແລະດິນເຊາະເຈື່ອນຢູ່ບັນດາແຂວງພາກເໜືອ; ນ້ຳເຄັມຊຶມເຂົ້າຢູ່ບັນດາແຂວງທົ່ງພຽງແມ່ນ້ຳຂອງ…

ສະນັ້ນ, ຄຽງຄູ່ກັບການຜັນຂະຫຍາຍມາດຕະການໃນແຕ່ລະຂົງເຂດເປັນຢ່າງດີ, ພວກເຮົາຕ້ອງສືບຕໍ່ຍູ້ແຮງການຮ່ວມມືສາກົນ, ພັດທະນາຕະຫຼາດຊຸກຍູ້ການບໍລິໂພກຜະລິດຕະພັນກະເສດພາຍໃນ ແລະສົ່ງອອກ. ພ້ອມກັນນັ້ນ, ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ແກ້ໄຂບັນຫາຕະຫຼາດເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ-ເຄື່ອງປ່າຂອງດົງ-ສິ້ນໃນນໍ້າ; ຜັນຂະຫຍາຍບັນດາໂຄງການຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິ້ນໃນນໍ້າໄປຍັງຕະຫຼາດ: ຈີນ, ອາເມລິກາ, ຍີ່ປຸ່ນ ແລະອື່ນໆ.

ໃນຂົງເຂດຊົນລະປະທານ, ການສະກັດກັ້ນ ແລະຕ້ານໄພທຳມະຊາດ ພ້ອມກັບການຕິດຕາມສະພາບດິນຟ້າອາກາດ, ຊັບພະຍາກອນນ້ຳ, ຝົນຕົກ, ໄພນ້ຳຖ້ວມ, ນ້ຳເຄັມຊຶມເຂົ້າຢ່າງແໜ້ນແຟ້ນ ເພື່ອຊີ້ນໍາຮັບມືຢ່າງທັນການ, ໜູນຊ່ວຍອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນເປັນເຈົ້າການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢ່າງທັນການ ແລະມີປະສິດທິຜົນ, ຕ້ອງສຸມໃສ່ຜັນຂະຫຍາຍບັນດາກຸ່ມໜ້າທີ່, ມາດຕະການຟື້ນຟູການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິຕາມການຊີ້ນຳຂອງລັດຖະບານ ແລະນາຍົກລັດຖະມົນຕີ.

ໂດຍ: ຈາງຫງວຽນ