ຫວຽດນາມ ມີຄວາມສາມາດບົ່ມຊ້ອນຈະກາຍເປັນສະຖານທີ່ດຶງດູດທຶນທົ່ວໂລກ.
ໃນໂລກ, ທ່າອ່ຽງການລົງທຶນຜ່ານກອງທຶນນັບມື້ນັບໄດ້ຮັບຄວາມສົນໃຈຍ້ອນຄວາມສ່ຽງຕໍ່າ ແລະກຳໄລຈະສູງກວ່າລະດັບສະເລ່ຍຂອງຕະຫຼາດ. ຢູ່ຫວຽດນາມ, ເຖິງວ່າຈະຢູ່ໃນໄລຍະຕົ້ນກໍ່ຕາມ, ແຕ່ຂອບຂະໜາດຂະແໜງກອງທຶນກໍ່ມີການເຕີບໂຕຢ່າງແຂງແຮງ, ຄາດວ່າຈະບັນລຸ 10% GDP ໃນປີ 2030.
ຄວາມສາມາດບົ່ມຊ້ອນພັດທະນາຍັງມີຫຼາຍຢູ່...
ຂີດໝາຍການເຂົ້າຮ່ວມຂອງນັກລົງທຶນອາຊີບພາຍໃນປະເທດທຳອິດຢູ່ຕະຫຼາດຫຼັກຊັບ ຫວຽດນາມ, ປີ 2003, ບໍລິສັດຄຸ້ມຄອງກອງທຶນລົງທຶນຫວຽດນາມ (VFM) ໄດ້ກຳເນີດມາດ້ວຍຄວາມຄາດໝາຍອັນໃຫຍ່ຫຼວງຫຼາຍຢ່າງ.
ພາຍຫຼັງກວ່າ 21 ປີ, ມາຮອດປະຈຸບັນ, ຈຳນວນກອງທຶນອາຊີບຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 100 ກອງທຶນ. ຫວ່າງມໍ່ໆມານີ້, ເຖິງວ່າຈຳນວນນັກລົງທຶນເຂົ້າຮ່ວມການລົງທຶນ ໃບຢັ້ງຢືນກອງທຶນຢູ່ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ແຕ່ຍັງຢູ່ໃນລະດັບຕໍ່າ, ຖ້າເມື່ອ ທຽບໃສ່ຍອດຈໍານວນບັນຊີຫຼັກຊັບ.
ໃນຕົວຈິງ, ຂະແໜງຄຸ້ມຄອງກອງທຶນຢູ່ຫວຽດນາມ ພວມຢູ່ໃນໄລຍະຕົ້ນຂອງການພັດທະນາ, ຄວາມສາມາດບົ່ມຊ້ອນໃນຕໍ່ໜ້າຍັງມີຫຼາຍຢູ່. ທ່ານ ໂຮ່ເຍິ້ດກວາງ, ຜູ້ອຳນວຍການລົງທຶນ, ບໍລິສັດຄຸ້ມຄອງກອງທຶນທຽນຫວຽດ ຕີລາຄາວ່າ ຂະແໜງຄຸ້ມຄອງທຶນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
    |
 |
ຍ້ອນການພັດທະນາຂອງເຕັກໂນໂລຢີທາງດ້ານການເງິນ, ບັນດາກອງທຶນມີຫຼາຍໂອກາດເລັ່ງໃສ່ບັນດານັກລົງທຶນໜຸ່ມທີ່ມີທ່າອ່ຽງມັກລົງທຶນທາງອອນລາຍ. ພາບ: ມີງຢຸງ |
ດ້ານອື່ນ, ໃນເມື່ອກ່ອນ, ກອງທຶນຕົ້ນຕໍແມ່ນເຂົ້າເຖິງເປົ້າໝາຍແມ່ນນັກລົງທຶນທີ່ມີຊັບສິນທີ່ມີມູນຄ່າສູງ, ສຸມໃສ່ຢູ່ບັນດານະຄອນເສດຖະກິດແຖວໜ້າ, ຄື: ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ.
ແຕ່ໃນປະຈຸບັນ, ຍ້ອນການພັດທະນາຂອງເຕັກໂນໂລຢີທາງດ້ານການເງິນ, ໄດ້ປະກົດມີຫຼາຍກຸ່ມນັກລົງທຶນທີ່ແຕກຕ່າງກັນ, ເປັນໜ້າເອົາໃຈໃສ່ແມ່ນກຸ່ມນັກລົງທຶນໜຸ່ມ, ມີເງິນຫຼາຍພໍສົມຄວນ, ເວລາບໍ່ຫຼາຍ ແລະມັກລົງທຶນທາງອອນລາຍ. ກໍາໄດ້ທ່າອ່ຽງນີ້, ບັນດາກອງທຶນໄດ້ເປີດກວ້າງເປົ້າໝາຍລູກຄ້າ, ຍ້ອນຄວາມສາມາດບົ່ມຊ້ອນໃນອະນາຄົດແມ່ນໃຫຍ່ຫຼວງ.
ທ່ານ ຫງວຽນກວາງທວນ ປະທານສະພາບໍລິຫານ FiinGroup ໃຫ້ຂໍ້ສັງເກດວ່າ, ດ້ວຍເປົ້າໝາຍຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ, GDP ຄາດວ່າ ບັນລຸ 1.300-1.400 ຕື້ໂດລາສະຫະລັດ,ຂະແໜງກອງທຶນສາມາດບັນລຸ 130-140 ຕື້ໂດລາສະຫະລັດ, ກາຍເປັນພາກສ່ວນສໍາຄັນເຂົ້າຮ່ວມຕະຫຼາດຫຼັກຊັບ.
ບໍ່ພຽງແຕ່ດຶງດູດນັກລົງທຶນພາຍໃນປະເທດເທົ່ານັ້ນ, ບັນດາບໍລິສັດຄຸ້ມຄອງກອງທຶນໄດ້ຕັ້ງໜ້າດຶງດູດທຶນຈາກນັກລົງທຶນຕ່າງປະເທດ, ສ້າງຊ່ອງລົງທຶນທາງອ້ອມເຂົ້າບັນດາວິສາຫະກິດຫວຽດນາມ. ຄວາມຈິງສະແດງໃຫ້ເຫັນວ່າ ຂະແໜງກອງທຶນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ແຕ່ຄວນມີກົນໄກສົ່ງເສີມເພື່ອພັດທະນາໃນໄລຍະເວລາທີ່ຈະມາເຖິງ.
ຮ່ວມເດີນທາງພ້ອມກັບການພັດທະນາລວມຂອງປະເທດ
ເຖິງວ່າເສດຖະກິດ ແລະການເມືອງທົ່ວໂລກຍັງຄົງມີຫຼາຍປັດໄຈຂາດສະຖຽນລະພາບ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ຫວຽດນາມ ຍັງຄົງຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໝັ້ນຄົງທີ່ສຸດໃນໂລກ. ລັດຖະບານໄດ້ວາງເປົ້າໝາຍແກ້ໄຂສິ່ງກີດຂວາງ ແລະຊຸກຍູ້ການປ່ອຍເງິນລົງທຶນພາກລັດນັບແຕ່ຕົ້ນປີ 2025, ພິເສດແມ່ນໂຄງການແຫ່ງຊາດ ແລະກິດຈະກໍາຈຸດສຸມ.
ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໃຫ້ຂໍ້ສັງເກດວ່າ, ດ້ວຍການຄາດຄະເນ, ເສດຖະກິດຫວຽດນາມໃນປີ 2025 ຈະສືບຕໍ່ເຕີບໂຕຢ່າງຕັ້ງໜ້າ, GDP ຍັງຄົງຮັກສາລະດັບເຕີບໂຕຄາດວ່າບັນລຸໄດ້ 7% ແລະກຳໄລຂອງວິສາຫະກິດອາດຈະເພີ່ມຂຶ້ນ 15-18% ສິ່ງດັ່ວກ່າວສະແດງໃຫ້ເຫັນພື້ນຖານພັດທະນາໄລຍະຍາວຂອງປະເທດຍັງໝັ້ນຄົງເຂັ້ມແຂງທີ່ສຸດ.
ຫວນຄືນໄລຍະ 20 ກວ່າປີແຫ່ງການເຄື່ອນໄຫວຢູ່ຫວຽດນາມ, ທ່ານ ດົນລາມ, ຜູ້ອໍານວຍການໃຫຍ່, ຜູ້ກໍ່ຕັ້ງກຸ່ມບໍລິສັດ VinaCapital ແບ່ງປັນວ່າ, VinaCapital ຍາມໃດກໍ່ຕິດແທດກັບບັນດາທິດທາງ, ນະໂຍບາຍຂອງພັກ ແລະລັດຫວຽດນາມ, ປັບປຸງຍຸດທະສາດການລົງທຶນແນໃສ່ຫັນຜົນປະໂຫຍດຍາວນານໃຫ້ດີທີ່ສຸດ.
ທ່ານ ດົນລາມ ເນັ້ນໜັກວ່າ: “ຄວາມມານະພະຍາຍາມປະຕິຮູບຂອງລັດ, ພ້ອມກັບລະບົບນະໂຍບາຍຄົບຊຸດ, ມີໄຫວພິບ ແລະຮູ້ສຶກໄວນັ້ນ, ຈະຕັ້ງໜ້າໜູນຊ່ວຍໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ ແລະຊ່ວຍຫວຽດນາມ ຂຸດຄົ້ນບັນດາກາລະໂອກາດໃນສັງກາດບືນຕົວຂຶ້ນຂອງຊາດ”.
ດ້ວຍກະສິກຳ, ຂົງເຂດສໍາຄັນຂອງພື້ນຖານເສດຖະກິດຫວຽດນາມ, VinaCapital ລົງທຶນເຂົ້າໃນເຕັກໂນໂລຢີພື້ນຖານແນໃສ່ປັບປຸງລະບົບຕ່ອງໂສ້ການສະໜອງ, ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ ແລະນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຄົມ.
ທ່ານ ດົນລາມ ເຊື່ອໝັ້ນວ່າ, ດ້ວຍບົດບາດສຳຄັນໃນເວທີປາໄສການເຕີບໂຕສີຂຽວທົ່ວໂລກ, ຫວຽດນາມ ພວມນັບມື້ນັບກາຍເປັນສະຖານທີ່ດຶງດູດນັກລົງທຶນສາກົນໃນຂົງເຂດເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະເສດຖະກິດດີຈີຕອນ. ລັດຖະບານໄດ້ນຳໃຊ້ນະໂຍບາຍໜູນຊ່ວຍ ແລະສ້າງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດ, ກຸ່ມບໍລິສັດຫຼາຍປະເທດ ແລະບັນດາກອງທຶນໃຫຍ່ລົງທຶນເຂົ້າໃນຂົງເຂດດັ່ງກ່າວ ແນໃສ່ຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາພື້ນຖານໂຄງລ່າງ ແລະປະຕິບັດເປົ້າໝາຍເຕີບໂຕແບບຍືນຍົງ.
ເມື່ອແບ່ງປັນກ່ຽວກັບທິດທາງລົງທຶນ, ທ່ານນາງ ເລຮ່ານເຕົ້າເລິມ, ຜູ້ອໍານວຍການບໍລິຫານກອງທຶນ VinVentures ໃຫ້ຮູ້ວ່າ ການດຶງດູດທຶນເຂົ້າບັນດາ startup ເຕັກໂນໂລຢີແມ່ນຍຸດທະສາດສະເໝີຕົ້ນສະເໝີປາຍຂອງ Vingroup ໃນວິວັດການຫັນປ່ຽນສ້າງຕັ້ງກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຫວຽດນາມ. VinVentures ພ້ອມແລ້ວທີ່ຈະໜູນຊ່ວຍບັນດາ startup ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໃຫຍ່ໃນຕະຫຼາດ ແລະເປັນ “ຖານສົ່ງ” ໃຫ້ບັນດາ startup ທີ່ມີຄວາມສາມາດບົ່ມຊ້ອນໃນອະນາຄົດ.
ໂດຍ: ເຈິ່ນຮວ່ຽນ