ເຄື່ອງໝາຍການຄ້າຂອງຫວຽດນາມ ມີຂອບຂະໜາດລະດັບໂລກ
ຕອນຄ່ຳວັນທີ 15 ສິງຫາ 2023, ພາຍຫຼັງການສະເໜີຕົວໃນ Nasdaq Global Select, VinFast - ເຄື່ອງໝາຍການຄ້າໃຫຍ່ທີ່ມາຈາກຫວຽດນາມ ໄດ້ກາຍເປັນບໍລິສັດຈົດທະບຽນມີຂະໜາດລະດັບທົ່ວໂລກ. ທ້າຍປີ 2023, FPT ປະກາດວ່າ ບັນລຸຍອດລາຍຮັບການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານຈາກຕະຫຼາດຕ່າງປະເທດ 1 ຕື້ ໂດລາສະຫະລັດ, ເຮັດໃຫ້ບໍລິສັດນີ້ກາຍເປັນວິສາຫະກິດເຕັກໂນໂລຊີແຫ່ງທຳອິດຂອງຫວຽດນາມ ບັນລຸລາຍຮັບ “ຕື້ໂດລາສະຫະລັດ” ຍ້ອນການສົ່ງອອກຊອບແວ.
ໃນຂອບເຂດກວ້າງຂວາງກວ່າ, Viettel ແມ່ນວິສາຫະກິດຫວຽດນາມ ແຫ່ງດຽວລອດເຂົ້າໃນ “ຕາຕະລາງຈັດອັນດັບທອັບ 500 ເຄື່ອງໝາຍການຄ້າທີ່ມີຄ່າທີ່ສຸດໃນໂລກ 2024” (Global 500 by Brand Finance). ໃນຂະນະນັ້ນ, Vinamilk ກໍ່ລືນກາຍຫຼາຍວິສາຫະກິດທີ່ມີຊື່ສຽງໃຫຍ່ ເພື່ອກາຍເປັນຕົວແທນໜຶ່ງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ທີ່ລອດເຂົ້າໃນທອັບ 5 ເຄື່ອງໝາຍການຄ້າຜະລິດຕະພັນນໍ້ານົມທີ່ມີລັກສະນະຍືນຍົງສູງສຸດໃນໂລກ, ພ້ອມທັງຮັກສາອັນດັບທີ 6 ໃນ ທອັບ 10 ເຄື່ອງໝາຍການຄ້າທີ່ມີຄ່າທີ່ສຸດໃນທົ່ວໂລກ ແລະ ທອັບ 2 ເຄື່ອງໝາຍການຄ້າທີ່ເຂັ້ມແຂງທົ່ວໂລກໃນຂະແໜງນ້ຳນົມ.
ຕາມ Brand Finance - ອົງການກໍານົດລາຄາເຄື່ອງໝາຍການຄ້າແຫ່ງຊາດທີ່ມີສຳນັກງານຢູ່ອັງກິດ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຈຸດພົ້ນເດັ່ນໃນການກໍ່ສ້າງ, ພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ແລະແມ່ນເຄື່ອງໝາຍການຄ້າແຫ່ງຊາດທີ່ມີລະດັບການເຕີບໂຕໄວທີ່ສຸດໃນໂລກໄລຍະ 5 ປີ ນັບແຕ່ປີ 2019-2023 ແມ່ນ 102%.
    |
 |
Viettel ເປັນວິສາຫະກິດຫວຽດນາມແຫ່ງດຽວລອດເຂົ້າໃນ “ຕາຕະລາງຈັດອັນດັບ ທອັບ 500 ເຄື່ອງໝາຍການຄ້າທີ່ມີຄ່າທີ່ສຸດໃນໂລກ 2024”. ພາບ: ມາຍຫງອກ |
ປ່ຽນແປງເພື່ອປັບຕົວກັບສັງກາດຂຽວ
ຕາມນັກຊ່ຽວຊານຫຼາຍທ່ານ, ການສ້າງເຄື່ອງໝາຍການຄ້າແຫ່ງຊາດແມ່ນຮີບດ່ວນກວ່າອີກເມື່ອມີຫຼາຍປະຕູອອກສູ່ຕະຫຼາດໂລກໄດ້ຮັບການເປີດກວ້າງຜ່ານບັນດາສັນຍາການຄ້າເສລີ (FTA). ໃນສະພາບການທີ່ຕະຫຼາດພັດທະນາຫຼາຍແຫ່ງນັບມື້ນັບມີຄວາມສົນໃຈເຖິງການຊຸກຍູ້ການພັດທະນາເຄື່ອງໝາຍການຄ້າຕິດພັນກັບການພັດທະນາສີຂຽວ ແລະ ພັດທະນາແບບຍືນຍົງໂດຍຜ່ານບັນດານະໂຍບາຍບຸລິມະສິດ ແລະ ໜູນຊ່ວຍວິສາຫະກິດ, ຫວຽດນາມ ກໍ່ຕ້ອງມີຍຸດທະສາດປັບຕົວທີ່ເໝາະສົມ.
ຕາມທ່ານ ຫວູບາຟູ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ແລ້ວ, ກ່ອນອື່ນໝົດ, ບັນດາວິສາຫະກິດຕ້ອງເປັນເຈົ້າການປະຕິບັດການພັດທະນາສີຂຽວ ແລະຍືນຍົງ, ຈາກນັ້ນແມ່ນຍົກສູງຄວາມສາມາດແກ່ງແຍ້ງ, ເປີດກວ້າງຕະຫຼາດສົ່ງອອກ, ຕອບສະໜອງບັນດາມາດຕະຖານ ແລະ ຂໍ້ກຳນົດຢ່າງເຂັ້ມງວດ ກ່ຽວກັບສິ່ງແວດລ້ອມພິເສດຕາມບັນດາ AFTA ລຸ່ນໃຫມ່.
ໃນສະພາບການຕົວຈິງ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງທີ່ມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ ໄດ້ຢືນຢັນບົດບາດ ປະຈັນບານມຸ່ງໄປເຖິງສັງກາດຂຽວ. ສິ່ງທໍາອິດທີ່ອາດຈະເວົ້າເຖິງ ນັ້ນ ແມ່ນລົດໄຟຟ້າ VinFast ເມື່ອປະຈັນບານໃນການຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະ ຫຼຸດຜ່ອນມົນລະພິດຈາກການຈະລາຈອນ. VinFast ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການນຳໃຊ້ພາຫະນະແບບຍືນຍົງເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຜູ້ບໍລິໂພກ ຫວຽດນາມ ເຂົ້າເຖິງບັນດາມາດຕະການຈະລາຈອນຂຽວຕາມມາດຕະຖານສາກົນ.
ກຳລັງໜູນໃຫຍ່ຈາກນະໂຍບາຍ ແລະ ການສື່ສານ
ໃນໄລຍະຜ່ານມາ, ລັດຖະບານ, ກະຊວງອຸດສາຫະກຳ ແລະຫຼາຍອົງການ, ຄະນະ, ຂະແໜງການຕ່າງໆໄດ້ວາງອອກຫຼາຍນະໂຍບາຍ ເພື່ອໜູນຊ່ວຍ, ຊຸກຍູ້ວິສາຫະກິດ “ມຸ່ງໄປເຖິງສັງກາດຂຽວ”. ບັນດາລາຍການໜູນຊ່ວຍວິສາຫະກິດ ຍາມໃດກໍ່ໃກ້ຊິດຕິດແທດແຜນນະໂຍບາຍຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ ແລະຮອດປີ 2050 ຈະບັນລຸການປ່ອຍອາຍພິດລົງເປັນ 0.
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄດ້ເນັ້ນໜັກເຖິງ 3 ກຸ່ມມາດຕະການ ເພື່ອພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຮອດປີ 2030.
    |
 |
ໜ້າເວັບໄຊ “ເຄື່ອງໝາຍການຄ້າແຫ່ງຊາດ” ຂອງໜັງສືພິມປະຊາຊົນ (ເຍິນເຢີນ) ແມ່ນໜ້າເວັບໄຊທຳອິດຢູ່ຫວຽດນາມ ທີ່ສະໜອງລະບົບຂໍ້ມູນຢ່າງຮອບດ້ານ, ເປັນທາງການ, ໄດ້ສະແດງໃຫ້ເຫັນຄວາມເປັນທັນສະໄໝ ແລະໄດ້ເຫັນກັບຕາ ກ່ຽວກັບເຄື່ອງໝາຍການຄ້າຂອງຜະລິດຕະພັນ, ວິສາຫະກິດແຖວໜ້າຂອງຫວຽດນາມ. ພາບ: nhandan.vn |
ທີໜຶ່ງ, ສົມທົບກັບບັນດາກະຊວງ, ຂະແໜງການທ້ອງຖິ່ນ ເພື່ອປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍໃຫ້ປະຊາຄົມວິສາຫະກິດໃນການອອກແບບ, ພັດທະນາຜະລິດຕະພັນ, ປ່ຽນແປງໃໝ່ເຕັກໂນໂລຢີ, ຍົກສູງຄຸນນະພາບຜະລິດຕະພັນໃຫ້ຫຼາຍກວ່າອີກ ເພື່ອເຂົ້າເຖິງບັນດາຄຸນຄ່າແກ່ນສານຂອງລາຍການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ແມ່ນ: ຄຸນນະພາບ - ປ່ຽນແປງໃໝ່ປະດິດຄິດສ້າງ - ກໍາລັງຄວາມສາມາດປະຈັນບານ.
ທີສອງ, ສະໜອງຂໍ້ມູນຂ່າວສານໃຫ້ປະຊາຄົມວິສາຫະກິດບັນດາທ່າອ່ຽງການຜະລິດ, ດຳເນີນທຸລະກິດ ແລະການລົງທຶນໃໝ່ຂອງໂລກ ເຊັ່ນ ທ່າອ່ຽງສີຂຽວ, ການພັດທະນາແບບຍືນຍົງ, ຈາກນັ້ນ ມີແຜນການ, ຍຸດທະສາດຕອບສະໜອງ ແລະ ບັນດາລະບຽບກົດໝາຍສາກົນ ເພື່ອປະຕິບັດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສັງຄົມ.
ທີສາມ, ຄຽງຂ້າງບັນດາການເຄື່ອນໄຫວສື່ສານ, ໂຄສະນາໃຫ້ລາຍການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ບັນລຸໄດ້ເຄື່ອງໝາຍການຄ້າແຫ່ງຊາດ ຈະດຳເນີນຢູ່ພາຍໃນ ແລະ ສາກົນ, ພິເສດແມ່ນສຸມໃສ່ການສື່ສານດີຈີຕອນ.
ຕາມທ່ານ ເລຫວຽດຫາຍ, ປະທານສະພາບໍລິຫານກຸ່ມບໍລິສັດກໍ່ສ້າງຮວ່າບິ່ງ ຢືນຢັນວ່າ ຈະນຳມາມູນຄ່າແທດຈິງຫຼາຍຢ່າງ, ໂຄສະນາພາບພົດ ແລະ ຍົກສູງຖານະທີ່ຕັ້ງຂອງວິສາຫະກິດຫວຽດນາມ ເມື່ອໄດ້ກາຍເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງບັນດາວິສາຫະກິດທີ່ບັນລຸໄດ້ເຄື່ອງໝາຍການຄ້າແຫ່ງຊາດກັບປະຊາຄົມພາຍໃນ ແລະຕ່າງປະເທດ; ພ້ອມກັນນັ້ນ, ກໍ່ຊ່ວຍເຜີຍແຜ່ບັນດາມູນຄ່າແກ່ນສານຂອງລາຍການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ.
ໂດຍ: ທະນາພອນ