ການບໍລິການ 5G ແມ່ນການເລີ່ມຕົ້ນໄລຍະໃໝ່, ແມ່ນການປະຕິວັດໃໝ່ຂອງຂະແໜງໂທລະຄົມມະນາຄົມຫວຽດນາມ, ສ້າງຄວາມດຶງດູດການລົງທຶນຈາກຕ່າງປະເທດ; ແມ່ນກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາເສດຖະກິດຂອງຫວຽດນາມ. ຍ້ອນມີ 5G, ເຕັກໂນໂລຊີໃໝ່ສຸດ, ດີເລີດທີ່ສຸດຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຈະເຂົ້າສູ່ຊີວິດ.

ຕ່າງກັບເຄືອຂ່າຍໂທລະຄົມມະນາຄົມລຸ້ນກ່ອນ, ຫວຽດນາມ ຍາມໃດກໍ່ຕົກຖອຍຫຼັງ, ແຕ່ມາຮອດປັດຈຸບັນ, ດ້ວຍການກໍາເນີດຂອງເຄືອຂ່າຍ Viettel 5G, ຫວຽດນາມ ພວມທຽບທັນກັບເຕັກໂນໂລຊີຂອງໂລກ. ບໍ່ຍອມຊື້ອຸປະກອນ, ເຕັກໂນໂລຊີທັງໝົດຈາກຕ່າງປະເທດມາໃຊ້, Viettel ໄດ້ເປັນເຈົ້າການຄົ້ນຄວ້າ ແລະນຳຫວຽດນາມ ເຂົ້າທອບ 5 ປະເທດທຳອິດໃນໂລກສາມາດຜະລິດອຸປະກອນ 5G.

leftcenterrightdel
ລູກຄ້ານຳໃຊ້ແອັບພລິເຄຊັນ 5G. ພາບ: qdnd.vn

ເມື່ອ 20 ປີກ່ອນ, ວັນທີ 15 ຕຸລາ 2004, ການເປີດຕົວເຄືອຂ່າຍມືຖື 2G ຂອງ Viettel ກໍ່ໄດ້ສ້າງການປະຕິວັດໃນຂະແໜງໂທລະຄົມມະນາຄົມຂອງຫວຽດນາມ. ພາຍຫຼັງໄລຍະເວລາບໍ່ດົນ, ເຖິງວ່າຈະແມ່ນບໍລິສັດຂະໜາດນ້ອຍມີທຶນນ້ອຍ, ແຕ່ດ້ວຍປັນຍາ, ຈິດໃຈ, ວິທີເຮັດວຽກຂອງທະຫານ, Viettel ໄດ້ສ້າງເຄືອຂ່າຍໂທລະຄົມມະນາຄົມຢ່າງກວ້າງຂວາງ. ຈາກການບໍລິການໂທລະຄົມມະນາຄົມມືຖືພຽງແຕ່ຢູ່ນະຄອນ, ສຳລັບຄົນຮັ່ງມີ, ດ້ວຍລາຄາສູງສຸດ Viettel ໄດ້ຫັນເປັນບໍລິການດ້ວຍລາຄາຖືກ, ສົ່ງສັນຍານໄປທົ່ວປະເທດ, ເຖິງເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລ ແລະໝູ່ເກາະ. ຊ້ຳບໍ່ໜຳ, ການບໍລິການໂທລະຄົມມະນາຄົມ Viettel ໄດ້ກາຍເປັນຂີດໝາຍອະທິປະໄຕຂອງຫວຽດນາມ.

ອາດເວົ້າໄດ້ວ່າ Viettel ພ້ອມກັບບັນດາວິສາຫະກິດກອງທັບແມ່ນຮູບພາບທີ່ດີເດັ່ນ, ສ້າງບັນດາຂີດໝາຍພົ້ນເດັ່ນຂອງທະຫານລຸງໂຮ່ ໃນສະໄໝສັນຕິພາບ. Viettel ສະແດງໃຫ້ເຫັນບົດບາດນໍາໜ້າໃນຫຼາຍດ້ານ ຄື: ເຄື່ອງໝາຍການຄ້າວິສາຫະກິດທີ່ມີຄຸນຄ່າທີ່ສຸດຂອງຫວຽດນາມ; ແມ່ນວິສາຫະກິດທີ່ເສຍພາສີລາຍຮັບໃຫຍ່ທີ່ສຸດຢູ່ຫວຽດນາມ ໃນຫຼາຍປີຢ່າງລຽນຕິດ; ນໍາໜ້າໃນການຄົ້ນຄວ້າ, ພັດທະນາເຕັກໂນໂລຊີສູງ, ລວມທັງອຸດສາຫະກໍາປ້ອງກັນຊາດ, ອາວຸດເຕັກໂນໂລຊີສູງ; ນໍາໜ້າໃນການຫັນເປັນດີຈີຕອນ; ນໍາໜ້າໃນຫຼາຍລາຍການສະຫວັດດີການສັງຄົມເພື່ອຊີວິດທີ່ດີງາມກວ່າ...

ຢູ່ບັນດາປະເທດໃນທົ່ວໂລກ, ກອງທັບພຽງແຕ່ສະແດງບົດບາດຂອງຕົນໃນໄລຍະສົງຄາມເທົ່ານັ້ນ. ເວົ້າເຖິງກອງທັບ, ເຂົາເຈົ້າເລີຍຄິດເຖິງອາວຸດ, ປືນ, ລູກລະເບີດ. ແຕ່ຢູ່ຫວຽດນາມ, ໃນໄລຍະສັນຕິພາບ, ພ້ອມກັບໜ້າທີ່ກຽມພ້ອມສູ້ຮົບ, ປົກປັກຮັກສາຄວາມສະຫງົບໃຫ້ປະຊາຊົນ, ກອງທັບຂອງພວກເຮົາຍັງແມ່ນກຳລັງສ້າງເປັນສິ່ງທີ່ລ້ຳຄ່າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດ. ພວກເຮົາໄດ້ເຫັນທະຫານເປັນຄູສອນໃນຫ້ອງຮຽນ, ນຳເອົາ “ຄວາມຮູ້ດ້ານວັດທະນະທຳ” ມາໃຫ້ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ. ພວກເຮົາໄດ້ເຫັນທະຫານກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ໂຮງໝໍຕ່າງໆ. ແລະມີໜ້າຢູ່ບັນດາກິດຈະກຳຈຸດສຸມຂອງຊາດ... ຢູ່ບັນດາຈຸດຮ້ອນ, ເຂດສະດຸ້ງໄວ, ໃນບັນດາໜ້າທີ່, ສະຖານະການຫຍຸ້ງຍາກ ແລະອັນຕະລາຍທີ່ສຸດຂອງພາຍຸ, ນໍ້າຖ້ວນ, ໄພທຳມະຊາດ, ໂລກລະບາດ, ໄພພິບັດ... ຍາມໃດກອງທັບກໍ່ແມ່ນບ່ອນອີງທີ່ໜ້າເຊື່ອໝັ້ນທີ່ສຸດຂອງພັກ, ລັດ ແລະປະຊາຊົນ.

ພາລະກິດນໍາໜ້າກ່ອນອື່ນໝົດແມ່ນມາຈາກຄວາມຮັບຜິດຊອບ ແລະຫົວໃຈຂອງທະຫານລຸງໂຮ່ ທີ່ມີຕໍ່ພັກ, ລັດ ແລະປະຊາຊົນ. ພາລະກິດນັ້ນແມ່ນຄວາມສະໝັກໃຈຢ່າງຄົບຖ້ວນ, ປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ວຽກໃດທີ່ມີປະໂຫຍດໃຫ້ປະຊາຊົນ, ແມ່ນຕ້ອງເຮັດຈົນສຸດຄວາມສາມາດ” ໂດຍບໍ່ຄິດເຖິງໄດ້ ຫຼືເສຍ.

ບໍ່ແມ່ນເລື່ອງບັງເອີນທີ່ປະຊາຊົນເຮົາຍາມໃດກໍ່ຮັກແພງ ແລະເອີ້ນທະຫານເຮົາວ່າ ທະຫານລຸງໂຮ່. ຊື່ເອີ້ນນັ້ນແມ່ນລວບລວມຄຸນທາດ, ຂອງມູນເຊື້ອອັນລ້ຳຄ່າຂອງ 80 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ; ແມ່ນຜົນແຫ່ງຄວາມມານະພະຍາຍາມ, ການເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ, ທັງໃນສະໄໝສົງຄາມ ແລະໃນໄລຍະສັນຕິພາບທຸກວັນນີ້.

ໂດຍ: ຈາງຫງວຽນ