ກ່ອນນີ້ 65 ປີ, ວັນທີ 25 ເມສາ ປີ 1959, ເມື່ອເຂົ້າຮ່ວມກອງປະຊຸມພະນັກງານທົ່ວອົງຄະນະພັກນະຄອນຮ່າໂນ້ຍ, ປະທານໂຮ່ຈີມິນ ໄດ້ວາງເປົ້າໝາຍກໍ່ສ້າງ “ຮ່າໂນ້ຍ ກາຍເປັນນະຄອນສັງຄົມນິຍົມ”. ເພື່ອປະຕິບັດສິ່ງດັ່ງກ່າວນັ້ນໃຫ້ໄດ້,  ເພິ່ນໄດ້ຕັກເຕືອນບອກສອນວ່າ: “ສະມາຊິກພັກ ແລະສະມາຊິກຊາວໜຸ່ມບໍ່ວ່າຢູ່ບ່ອນໃດ, ເຮັດວຽກໃດ, ຕ້ອງເປັນແບບຢ່າງ. ອົງຄະນະພັກນະຄອນຮ່າໂນ້ຍ ຕ້ອງເປັນແບບຢ່າງໃຫ້ບັນດາອົງຄະນະພັກອື່ນໆ.” ນັບແຕ່ນັ້ນມາຮອດປະຈຸບັນ, ຄຳສັ່ງສອນຂອງລຸງໂຮ່ ຍາມໃດກໍ່ແມ່ນແສງສະຫວ່າງເຍືອງທາງໃນວິວັດການປ່ຽນແປງໃໝ່ ແລະພັດທະນາຂອງຮ່າໂນ້ຍ, ກາຍເປັນຄໍາສັ່ງຈາກຫົວໃຈຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນນະຄອນຫຼວງໝົດທຸກຄົນ.

ເປັນໜ້າເອກອ້າງທະນົງໃຈເມື່ອກ່ອນນີ້ 25 ປີ, ຮ່າໂນ້ຍ ແມ່ນນະຄອນດຽວຢູ່ອາຊີ-ປາຊີຟິກ ໄດ້ຮັບນາມມະຍົດ “ນະຄອນເພື່ອສັນຕິພາບ” ຈາກ UNESCO. ຈາກນັ້ນ, ເດືອນຕຸລາ 2019, UNESCO ສືບຕໍ່ເຊີດຊູຮ່າໂນ້ຍ ເປັນນະຄອນຫຼວງແຫ່ງທຳອິດ ຂອງອາຊີຕາເວັນອອກສ່ຽງໃຕ້ ເຂົ້າເຄືອຂ່າຍ “ນະຄອນປະດິດສ້າງ” ທົ່ວໂລກ.

ແຕ່ຕົ້ນປີ 2024, ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ພ້ອມກັບທົ່ວປະເທດ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຫຼວງ ໄດ້ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຮ່າໂນ້ຍ ຄັ້ງທີ XVII   ແລະມະຕິເລກທີ 15-NQ/TW ລົງວັນທີ 5 ພຶດສະພາ 2022 ຂອງກົມການເມືອງກ່ຽວກັບ “ທິດທາງ ແລະໜ້າທີ່ພັດທະນານະຄອນຫຼວງຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045” ຢ່າງມີໄຊ.

leftcenterrightdel
ປະຊາຊົນນະຄອນຮ່າໂນ້ຍ ເຂົ້າຮ່ວມກິດຈະກໍາສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ຫວຽດຈູງ

ເປັນໜ້າຊົມເຊີຍເມື່ອເສດຖະກິດຂອງນະຄອນຫຼວງ ຍາມໃດກໍ່ຮັກສາລະດັບການເຕີບໂຕສູງ, ໃນນັ້ນ, ແຕ່ປີ 2021 ຮອດປີ 2023 ຍັງເຕີບໂຕສູງກວ່າລະດັບສະເລ່ຍຂອງທ່ົວປະເທດ. ສະເພາະປີ 2023, ຍອດລາຍຮັບງົບປະມານແຫ່ງລັດຂອງນະຄອນຫຼວງຮ່າໂນ້ຍ ບັນລຸກວ່າ 410.000 ຕື້ດົ່ງ, ລື່ນກາຍການຂຶ້ນແຜນ 16,3%, ເພີ່ມຂຶ້ນ 23% ເມື່ອທຽບໃສ່ປີ 2022. ໃນ 8 ເດືອນຕົ້ນປີ 2024, ຍອດລາຍຮັບງົບປະມານແຫ່ງລັດ ບັນລຸ 343.600 ຕື້ດົ່ງ, ບັນລຸ 84,1% ການຂຶ້ນແຜນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ໄລຍະດຽວກັນ; ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ 1,4 ຕື້ USD, ເພີ່ມຂຶ້ນ 71% ເມື່ອທຽບໃສ່ໄລຍະດຽວກັນ...

ການພັດທະນາຂອງເສດຖະກິດແມ່ນປະຖົມປັດໄຈ, ແມ່ນພື້ນຖານ ເພື່ອໃຫ້ທົ່ວລະບົບການເມືອງນະຄອນຮ່າໂນ້ຍ ສຸມແຫຼ່ງກໍາລັງເບິ່ງແຍງດູແລປະຊາຊົນໃຫ້ດີຂຶ້ນ ແລະຮອບດ້ານກວ່າທັງດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການຮັບປະກັນຊີວິດສັງຄົມ... ໃນນັ້ນ, ວັດທະນະທໍາ, ການສຶກສາໄດ້ຮັບການກຳນົດແມ່ນກຳລັງໜູນໃໝ່, ແມ່ນແຫຼ່ງກຳລັງໃໝ່ ເພື່ອໃຫ້ນະຄອນຫຼວງພັດທະນາແບບຍືນຍົງ. ບົນພື້ນຖານນັ້ນ, ຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ໄດ້ປະກາດໃຊ້ມະຕິສະບັບເລກທີ 09-NQ/TU ລົງວັນທີ 22 ກຸມພາ 2022 ກ່ຽວກັບ “ການພັດທະນາອຸດສາຫະກຳດ້ານວັດທະນະທໍາໃນບໍລິເວນນະຄອນຫຼວງໄລຍະ 2021-2025, ກໍານົດທິດຮອດປີ 2030, ວິໄສທັດຮອດປີ 2045”; ມະຕິສະບັບເລກທີ 23-NQ/TU ລົງວັນທີ 16 ພະຈິກ 2023 “ເພີ່ມທະວີການນຳພາຂອງພັກໃນວຽກງານສົ່ງເສີມການຮ່ຳຮຽນ, ຍ້ອງຍໍຊົມເຊີຍຜູ້ທີ່ມີຄວາມຮູ້ຄວາມສາມາດ, ກໍ່ສ້າງສັງຄົມຮ່ຳຮຽນຢູ່ບໍລິເວນນະຄອນຮ່າໂນ້ຍ ນັບແຕ່ປະຈຸບັນຮອດປີ 2030, ວິໄສທັດຮອດປີ 2045”; ຄຳສັ່ງສະບັບເລກທີ 30/CT-TU ລົງວັນທີ 19 ກຸມພາ 2024 ກ່ຽວກັບການເພີ່ມທະວີການນຳພາຂອງຄະນະພັກ ວ່າດ້ວຍການສ້າງຊາວຮ່າໂນ້ຍ ໃຫ້ສຸພາບຮຽບຮ້ອຍ, ສີວິໄລ... ບັນດາມະຕິ, ຄໍາສັ່ງດັ່ງກ່າວແມ່ນແນໃສ່ຍູ້ແຮງຂະບວນການກໍ່ສ້າງສັງຄົມຮໍ່າຮຽນຢູ່ບໍລິເວນນະຄອນຫຼວງ; ຊຸກຍູ້ການພັດທະນາພາລະກໍາວັດທະນະທຳ, ສ້າງຊາວນະຄອນຫຼວງໃນຍຸກໃໝ່.

ທຸກຂັ້ນໃນລະບົບການເມືອງນະຄອນຫຼວງ ຍາມໃດກໍ່ເອົາໃຈໃສ່ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມເປັນຢ່າງດີ, ພິເສດແມ່ນບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ເອົາໃຈໃສ່ວຽກງານຫຼຸດຜ່ອນຄວາມທຸກຍາກ ແລະການອຸປະກະລະສັງຄົມ. ໄລຍະຕົ້ນອາຍຸການ 2020-2025, ຄະນະພັກນະຄອນຮ່າໂນ້ຍ ໄດ້ປະກາດໂຄງການສະບັບເລກທີ 08-CTr/TU ກ່ຽວກັບການ “ພັດທະນາລະບົບຮັບປະກັນຊີວິດສັງຄົມ, ປັບປຸງສະຫວັດດີການສັງຄົມ ແລະຄຸນນະພາບຊີວິດຂອງປະຊາຊົນນະຄອນຫຼວງ ໄລຍະ 2021-2025”.  ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ແທດຈິງ, ມີປະສິດທິຜົນ ແລະມີຜົນກະທົບຢ່າງຕັ້ງໜ້າກວ້າງຂວາງ. ຫຼາຍກົນໄກ ແລະນະໂຍບາຍສະເພາະໄດ້ຮັບການປະກາດໃຊ້, ສົ່ງຜົນກະທົບທີ່ດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະໄດ້ຮັບຄວາມເຫັນດີເຫັນພ້ອມ, ຕອບສະໜອງຈາກປະຊາຊົນ.

leftcenterrightdel
ປະຊາຊົນນະຄອນຮ່າໂນ້ຍ ເຂົ້າຮ່ວມກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ຫວຽດຈູງ

ໝາກຜົນຮອບດ້ານໃນທຸກຂົງເຂດແມ່ນພະຍານຫຼັກຖານເປັນການຢັ້ງຢືນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຫຼວງໄດ້ ແລະພວມອອກແຮງແຂ່ງຂັນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອກໍ່ສ້າງຮ່າໂນ້ຍ ໃຫ້ກາຍເປັນ “ນະຄອນຫຼວງສັງຄົມນິຍົມ” ໂດຍໄວຄືດັ່ງຄວາມມຸ່ງມາດປາດຖະໜາຂອງລຸງໂຮ່. ໂດຍປະຕິບັດຄຳສັ່ງສອນຂອງລຸງໂຮ່, ພະນັກງານ, ສະມາຊິກພັກໃນທົ່ວອົງຄະນະພັກນະຄອນຮ່າໂນ້ຍ ຍາມໃດກໍ່ຍົກສູງຄວາມຮັບຜິດຊອບໃນການເປັນແບບຢ່າງ.  ໃນນັ້ນ, ຄະນະພັກນະຄອນ, ຄະນະປະຈຳຄະນະພັກນະຄອນ ແລະຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່ວິທີການນຳພາຕາມທິດວິທະຍາສາດ, ຂ້ຽວຂາດ, ຮີບດ່ວນ, ໃກ້ຊິດຕິດແທດກັບຮາກຖານ, ຍົກສູງປະສິດທິຜົນການແກ້ໄຂວຽກງານ ຢ່າງເປັນປະຈໍາ. ລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ຕິດພັນກັບຄວາມຮັບຜິດຊອບຂອງການນໍາ ແລະເສີມຂະຫຍາຍສະຕິປັນຍາລວມໝູ່ໃນການປະຕິບັດໜ້າທີ່ການເມືອງຂອງນະຄອນ.

ພິເສດ, ໃນໄລຍະ 4 ປີ (2021-2024), ຮ່າໂນ້ຍ ໄດ້ຖືເອົາຫົວຂໍ້ວຽກງານປະຈຳປີຂອງທົ່ວນະຄອນແມ່ນ: “ມີລະບຽບວິໄນ, ມີຄວາມຮັບຜິດຊອບ, ການກະທຳ, ປະດິດຄິດສ້າງ, ພັດທະນາ”. ຍ້ອນເຫດນັ້ນ, ລະບຽບວິໄນ, ຄວາມຮັບຜິດຊອບໃນການແກ້ໄຂວຽກງານໃນລະບົບການເມືອງຂອງນະຄອນ ຈຶ່ງໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ສ້າງການຫັນປ່ຽນໂດຍພື້ນຖານຈາກຄວາມຮັບຮູ້ເຖິງການເຄື່ອນໄຫວຂອງຄະນະພັກທຸກຂັ້ນ, ອໍານາດການປົກຄອງ ແລະພະນັກງານ, ສະມາຊິກພັກແຕ່ລະຄົນ.

ໂດຍ: ທູຈາງ