Viettel ໄດ້ບໍລິຈາກເງິນ 20 ຕື້ດົ່ງເຂົ້າກອງທຶນຂອງກະຊວງປ້ອງກັນປະເທດ ແລະ 80 ຕື້ດົ່ງໃຫ້ແກ່ການບໍລິການສະໜອງໃຫ້ປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກໄພພິບັດທໍາມະຊາດ.

leftcenterrightdel
Viettel  ຈັດລົດຂົນສົ່ງເຄື່ອງຊ່ວຍເຫຼືອ 3.000 ຖ້ຽວ ດ້ວຍນ້ຳໜັກປະມານ 7.500 ໂຕນ ໄປຊ່ວຍແຂວງທີ່ໄດ້ຮັບຜົນສະທ້ອນຈາກພາຍຸ. ພາບ: qdnd.vn

Viettel ໄດ້ໂອນຄ່າບໍລິການເຂົ້າບັນຊີຂອງລູກຄ້າໂດຍກົງ ຈຳນວນ 2 ລ້ານກວ່າຄົນ ແລະໄດ້ສ້າງເບີຕິດຕໍ່ສຸກເສີນໃຫ້ປະຊາຊົນ ກັບໜ່ວຍກູ້ໄພກູ້ຊີບຢູ່ເຂດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງ. Viettel ໃຫ້ບຸລິມະສິດສ້າງການຕິດຕໍ່ພົວພັນໃໝ່ ແລະສະໜອງຊິມໂທລະສັບນັບຮ້ອຍຊີມຢູ່ບັນດາຕາແສງ, ເມືອງທີ່ເກີດດິນເຊາະເຈື່ອນ ເພື່ອຮັບປະກັນການຕິດຕໍ່ກັບໜ່ວຍກູ້ໄພກູ້ຊີບ, ຄື: ຕາແສງ ຟຸກແຄ໊ງ ແລະຕາແສງ ນ້ຳລູກ (ແຂວງລາວກາຍ), ຕາແສງກາແທ່ັງ (ແຂວງກາວບັ່ງ).

leftcenterrightdel
ເຄືອຂ່າຍຂອງ Viettel  ໄດ້ຮັບການຟື້ນຟູຢ່າງສົມບູນ ຢູ່ບັນດາແຂວງເຂດພູດອຍທາງພາກເໜືອ. ພາບ: qdnd.vn

ໄປຄຽງຄູ່ກັບການໜູນຊ່ວຍເຊື່ອມຕໍ່ການຕິດຕໍ່ສື່ສານ, Viettel ໄດ້ຈັດລົດຂົນສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນ 3.000 ຖ້ຽວ ດ້ວຍນ້ຳໜັກປະມານ 7.500 ໂຕນ ໄປຊ່ວຍແຂວງທີ່ຖືກພະຍຸພັດຜ່ານ. Viettel ຮັກສາການບໍລິການໄປສະນີເພື່ອຮັບເອົາສິນຄ້າ ແລະ ເຄື່ອງຂອງທີ່ຈຳເປັນຈາກບັນດາອົງການ, ບຸກຄົນທີ່ໜູນຊ່ວຍປະຊາຊົນ. ພ້ອມກັນນັ້ນ, Viettel ຍັງໄດ້ຈັດເຂດບໍລິການສາກໂທລະສັບ 500 ຈຸດຢູ່ເຂດໄຟຟ້າມອດ.

ມາຮອດປະຈຸບັນ, ເຄືອຂ່າຍໂທລະຄົມ Viettel ໄດ້ຮັບການຟື້ນຟູຢ່າງສົບບູນຢູ່ບັນດາແຂວງເຂດພູດອຍທາງພາກເໜືອ. ຕາມສະພາບການຕົວຈິງ, Viettel ສືບຕໍ່ມີການເຄື່ອນໄຫວໜູນຊ່ວຍລູກຄ້າຢູ່ເຂດທີ່ໄດ້ຮັບຜົນສະທ້ອນຈາກພາຍຸ.

ໂດຍ: ທູຈາງ