leftcenterrightdel
ທ່ານພົນຈັດຕະວາ ຕ່າວດຶກຖັງ ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.
leftcenterrightdel
ການນໍາບໍລິສັດກິລາ Viettel ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn. 

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຕ່າວດຶກຖັງ ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຢັ້ງຢືນວ່າ Viettel ໃຫ້ຄໍາໝັ້ນສັນຍາລົງທຶນໃສ່ແຫຼ່ງກໍາລັງໃຫ້ແກ່ບານເຕະ ເພື່ອການພັດທະນາຂອງບານເຕະຫວຽດນາມ, ຮັກສາຈິດໃຈ, ຄຸນນຄ່າຂອງທີມບານເຕະກອງທັບວິລະຊົນ”.

ເພື່ອມຸ່ງໄປເຖິງລະດູການ 2024-2025, ເຖກົງ - Viettel ວາງເປົ້າໝາຍໃຫ້ໄດ້ຢູ່ໃນທອັບ 3, ຍາດຊີງໃຫ້ໄດ້ແຊ້ມ V-League ແລະໃຫ້ໄດ້ເຂົ້າເຕະໃນນັດຊີງຊະນະເລີດຂອງການແຂ່ງຂັນເຕະບານລະດັບຊາດ. ທີ່ພິທີ, ສະໂມສອນບານເຕະ Viettel ໄດ້ບໍລິຈາກເງິນ 100 ລ້ານດົ່ງ ເພື່ອສະໜັບສະໜູນປະຊາຊົນທີ່ພວມໄດ້ຮັບຜົນສະທ້ອນຈາກພາຍຸນໍ້າຖ້ວມ.

ໂອກາດນີ້, ບໍລິສັດກິລາ Viettel - ເຊິ່ງແມ່ນຫົວໜ່ວຍຄຸ້ມຄອງສະໂມສອນບານເຕະ ເຖກົງ - Viettel ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຍ້ອນ “ມີຜົນງານດີເດັ່ນໃນວຽກງານກໍ່ສ້າງ, ສະໜອງນັກເຕະບານອາຊີບໃຫ້ແກ່ທີມຊາດ, ເຂົ້າຮ່ວມການແຂ່ງຂັນປະສົບຜົນສໍາເລັດທີ່ການແຂ່ງຂັນບານເຕະລະດັບຊາດ, ປະກອບສ່ວນຍົກສູງຄຸນທາດ, ຮູບພາບທະຫານລຸງໂຮ່ ຢູ່ພາຍໃນ ແລະໃນເວທີບານເຕະສາກົນ.

ໂດຍ: ໄຊຊະນະ