ເດືອນກໍລະກົດ ຜ່ານມາ, ຢູ່ຮ່າໂນ້ຍ, ກອງປະຊຸມໄລຍະກະທໍາລວມ 2023-2024 ແລະກອງປະຊຸມປະຈຳປີຂອງກຸ່ມປະຕິບັດງານທຳລາຍເຄືອຂ່າຍນໍາຄົນໄປອົບພະຍົບຢ່າງຜິດກົດໝາຍ, ການຄ້າມະນຸດ (ກຸ່ມປະຕິບັດງານ) ໄດ້ດຳເນີນໃນຂອບເຂດວິວັດການ Bali ວ່າດ້ວຍການຕ້ານການນໍາຄົນໄປອົບພະຍົບຢ່າງຜິດກົດໝາຍ, ການຄ້າມະນຸດ ແລະອາດຊະຍາກຳຂ້າມຊາດ.

ໂດຍແມ່ນຜູ້ເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງ ນິວຊີແລນ ແລະຫວຽດນາມ ໃນຂົງເຂດອົບພະຍົບໃນຕະຫຼອດປີທີ່ຜ່ານມາ, ທ່ານ Ben Quinn, ນາຍທະຫານຕິດຕໍ່ສື່ສານກ່ຽວກັບການອົບພະຍົບຜິດກົດໝາຍຂອງອົງການຄຸ້ມຄອງຄົນເຂົ້າອອກເມືອງນິວຊີແລນ ໄດ້ແບ່ງປັນກັບນັກຂ່າວກ່ຽວກັບຄວາມປະທັບໃຈຂອງທ່ານໃນຄວາມມານະພະຍາຍາມຕ້ານການອົບພະຍົບຜິດກົດໝາຍ ແລະການຄ້າມະນຸດຂອງຫວຽດນາມ.

leftcenterrightdel
ນາຍທະຫານຕິດຕໍ່ສື່ສານກ່ຽວກັບການອົບພະຍົບຜິດກົດໝາຍຂອງອົງການຄຸ້ມຄອງຄົນເຂົ້າອອກເມືອງນິວຊີແລນ. ພາບ: ສະຖານທູດນຸວຊີແລນ ປະຈຳ ຫວຽດນາມ

ນັກຂ່າວ: ທ່ານສາມາດໃຫ້ຮູ້ກ່ຽວກັບໝາກຜົນທີ່ພົ້ນເດັ່ນຂອງການກະທໍາຮ່ວມ ໄລຍະ 2023-2024 ຂອງກຸ່ມປະຕິບັດງານໃນຂອບເຂດຂອງວິວັດການ Bali?

ທ່ານ Ben Quinn: ການເພີ່ມທະວີການຮ່ວມມືລະຫວ່າງຂະແໜງການແມ່ນໝາກຜົນຕົ້ນຕໍໃນຄວາມພະຍາຍາມລວມຂອງພວກເຮົາ. ຖ້າບໍ່ມີການແບ່ງປັນຂໍ້ມູນຂ່າວສານທີ່ເໝາະສົມ, ນິວຊີແລນ ແລະ ຫວຽດນາມ ຈະບໍ່ສາມາດກຳນົດໄດ້ຕົວການທີ່ສ້າງເງື່ອນໄຂໃຫ້ແກ່ການອົບພະຍົບໄປນິວຊີແລນ ຢ່າງຜິດກົດໝາຍ.

ນິວຊີແລນ ພວມມານະພະຍາຍາມເພື່ອຮັບປະກັນຄວາມປອດໄພໃຫ້ພົນລະເມືອງຫວຽດນາມ ເມື່ອເຂົາເຈົ້າດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ປະເທດພວກຂ້າພະເຈົ້າ. ພວກຂ້າພະເຈົ້າຫວັງວ່າ ຜູ້ອົບພະຍົບເຂົ້ານິວຊີແລນ ຕ້ອງຖືກຕ້ອງຕາມກົດໝາຍເພື່ອໃຫ້ເຂົາເຈົ້າສາມາດປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ປະເທດພວກຂ້າພະເຈົ້າ.

ນັກຂ່າວ: ຂໍຮຽນທ່ານຍຸດທະສາດໃດແດ່ທີ່ໄດ້ຜັນຂະຫຍາຍເພື່ອໃຫ້ການຮ່ວມມືລະຫວ່າງຂະແໜງບັນລຸປະສິດຕິຜົນນັ້ນ?

ທ່ານ Ben Quinn: ການແບ່ງປັນຂໍ້ມູນຂ່າວສານ, ກອງປະຊຸມໂດຍກົງ ແລະຂໍ້ຕົກລົງຮ່ວມມືແມ່ນກະແຈເພື່ອບັນລຸໄດ້ໝາກຜົນເຫຼົ່ານັ້ນ.

ເດືອນມີນາປີນີ້, ທ່ານພົນໂທ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດ, ຄາວນັ້ນແມ່ນຮອງລັດຖະມົນຕີກະຊວງຕໍາຫຼວດ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ນິວຊີແລນ (ໃນການຮ່ວມເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ ໄປຢ້ຽມຢາມນິວຊີແລນ ຢ່າງເປັນທາງການ) ແລະບັນຫາຮ່ວມມືໃນວິວັດການ Bali ໄດ້ຍົກອອກມາເພື່ອປຶກສາຫາລື.

leftcenterrightdel
ທ່ານ ເລືອງຕາມກວາງ ແລະທ່ານ Andrew Coste ຜູ້ບັນຊາການຕຳຫຼວດນິວຊີແລນ ທີ່ການເຮັດວຽກໃນເດືອນ ມີນາ ປີ 2024. ພາບ: ກະຊວງຕໍາຫຼວດຫວຽດນາມ.

ໃນລາຍການເຮັດວຽກ, ທ່ານພົນໂທ ເລືອງຕາມກວາງ ໄດ້ມີການພົບປະກັບຫົວໜ້າອົງການຕຳຫຼວດນິວຊີແລນ ແລະອົງການຄຸ້ມຄອງຄົນເຂົ້າອອກເມືອງນິວຊີແລນ. ທີ່ບັນດາການພົບປະ, ສອງຝ່າຍໄດ້ປຶກສາຫາລືຢ່າງເປີດອົກເປີດໃຈກ່ຽວກັບບັນດາມາດຕະການເພີ່ມທະວີການສົມທົບ ແລະເຫັນດີເປັນເອກະພາບຕໍ່ບົດບັນທຶກຊ່ວຍຈຳຢ່າງເປັນທາງການລະຫວ່າງອົງການຄຸ້ມຄອງຄົນເຂົ້າອອກເມືອງນິວຊີແລນ ແລະກົມຄຸ້ມຄອງຄົນເຂົ້າອອກເມືອງ, ກະຊວງຕໍາຫຼວດຫວຽດນາມ.

ນອກນັ້ນ, ແມ່ນກອງປະຊຸມ ແລະການເຄື່ອນໄຫວໂຄສະນາສື່ສານຂອງບັນດາອົງການທີ່ກ່ຽວຂ້ອງໄດ້ຮັບການຜັນຂະຫຍາຍເພື່ອແບ່ງປັນ ແລະແລກປ່ຽນຂໍ້ມູນຂ່າວສານຢ່າງສະດວກ.

ນັກຂ່າວ: ທ່ານຮູ້ສຶກຄືແນວໃດກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານການຄ້າມະນຸດ ແລະການຕ້ານນໍາຄົນໄປອົບພະຍົບຢ່າງຜິດກົດໝາຍ?

ທ່ານ Ben Quinn: ຫວຽດນາມ ມີສະພາບແວດລ້ອມແຫ່ງການຄ້າມະນຸດ ແລະການນໍາຄົນໄປອົບພະຍົບຢ່າງຜິດກົດໝາຍແຕກຕ່າງກັນຫຼາຍເມື່ອທຽບໃສ່ນິວຊີແລນ.

ເຖິງວ່າສະພາບແວດລ້ອມ ແລະຄວາມສ່ຽງໂດຍອາດຊະຍາກຳປະເພດນີ້ນຳມາໃຫ້ສອງປະເທດມີຄວາມແຕກຕ່າງກັນ, ແຕ່ພວກຂ້າພະເຈົ້າໄດ້ ແລະກໍາລັງມານະພະຍາຍາມຫຼຸດຜ່ອນຄວາມສ່ຽງເຫຼົ່ານີ້ເພື່ອມຸ່ງໄປເຖິງອະນາຄົດລວມ, ແມ່ນແຫ່ງທີ່ທຸກຄົນສາມາດອົບພະຍົບຢ່າງປອດໄພບໍ່ຢ້ານຕົກໃສ່ແຮ້ວການຄ້າມະນຸດ ແລະການຂູດຮີດ.

ຫວຽດນາມ ແລະ ນິວຊີແລນ ຕ້ອງເຮັດຫຍັງແດ່ເພື່ອຊຸກຍູ້ບັນດາໝາກຜົນໃນໄລຍະກະທໍາລວມ 2023-2024 ແລະຊຸກຍູ້ການຮ່ວມມືຕື່ມອີກເພື່ອແນໃສ່ສະກັດກັ້ນການຄ້າມະນຸດ ແລະນໍາຄົນໄປອົບພະຍົບຜິດກົດໝາຍໃນພາກພື້ນ?

ການປະຕິບັດງານໃນໄລຍະກະທໍາລວມພຽງແຕ່ແມ່ນບາດກ້າວເລີ່ມຕົ້ນໃຫ້ທຸກສິ່ງທຸກຢ່າງທີ່ພວກເຮົາສາມາດບັນລຸໄດ້ໃນຂົງເຂດຕ້ານການນໍາຄົນໄປອົບພະຍົບຜິດກົດໝາຍ, ການຄ້າມະນຸດ ແລະອາດຊະຍາກໍາຂ້າມຊາດ.

ສອງປະເທດພວກເຮົາຈະສືບຕໍ່ມານະພະຍາຍາມເພື່ອແບ່ງປັນຂໍ້ມູນຂ່າວສານລະຫວ່າງອົງການຄຸ້ມຄອງເຂົ້າອອກເມືອງນິວຊີແລນ ແລະກະຊວງຕຳຫຼວດຫວຽດນາມ ຢ່າງເປັນທາງການເພື່ອໃຫ້ອາດຊະຍາກໍາຕ້ອງຮັບຜິດຊອບຕໍ່ກົດໝາຍ, ຜູ້ອອກແຮງງານສາມາດໄປມາຢ່າງປອດໄພ,  ອົບພະຍົບຖືກຕ້ອງຕາມກົດໝາຍຈາກນິວຊີແລນ ເຂົ້າຫວຽດນາມ ແລະຮູ້ສຶກປອດໄພເມື່ອເຮັດວຽກຢູ່ຕ່າງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ຈາງຫງວຽນ