ຍຸດທະສາດແຫ່ງຊາດ ເພື່ອພັດທະນາເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນຮອດປີ 2025, ການກໍານົດທິດຮອດປີ 2030 ທີ່ນາຍົກລັດຖະມົນຕີໄດ້ອະນຸມັດ, ເຊິ່ງໄດ້ກຳນົດບັນດາໜ້າທີ່ຕົ້ນຕໍເພື່ອພັດທະນາເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ; ໃນນັ້ນໄດ້ວາງອອກເປົ້າໝາຍ ຮອດປີ 2025, ອັດຕາສ່ວນເສດຖະກິດດີຈີຕອນຈະບັນລຸຢ່າງໜ້ອຍ 20% ຂອງງົບປະມານພາຍໃນປະເທດ (GDP) ແລະຮອດປີ 2030 ຈະບັນລຸຢ່າງໜ້ອຍ 30%.

ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ພຶດຕິກໍາຕົວຈິງຂອງການພັດທະນາຂອງຂະແໜງການຄ້າເອເລັກໂຕນິກ ໄດ້ຢືນຢັນບົດບາດ ແລະທີ່ຕັ້ງນໍາໜ້າຂອງຂະແໜງການນີ້ໃນພື້ນຖານເສດຖະກິດດີຈີຕອນ. ເຖິງວ່າເສດຖະກິດໂລກ ແລະພາກພື້ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ການຄ້າເອເລັກໂຕນິກຂອງຫວຽດນາມ ຍາມໃດກໍ່ຮັກສາທ່າເຕີບໂຕທີ່ເປັນໜ້າປະທັບໃຈ, ຮັກສາຄວາມໄວເຕີບໂຕສູງ ແລະຫວຽດນາມ ໄດ້ຮັບການຮັບຮູ້ວ່າ ມີຄວາມໄວພັດທະນາການຄ້າເອເລັກໂຕນິກນໍາໜ້າຂອງອາຊີຕາເວັນອອກສ່ຽງໃຕ້.

ບົດລາຍງານດັດສະນີການຄ້າເອເລັກໂຕນິກຫວຽດນາມ (EBI 2024) ຂອງສະມາຄົມການຄ້າເອເລັກໂຕນິກຫວຽດນາມ ສະແດງໃຫ້ເຫັນວ່າ, ຄາດຄະເນຄວາມໄວເຕີບໂຕຂອງການຄ້າເອເລັກໂຕນິກຫວຽດນາມ ປີ 2023 ຈະເພີ່ມຂຶ້ນກວ່າ 25% ເມື່ອທຽບໃສ່ປີກ່ອນ ແລະບັນລຸ 25 ຕື້ໂດລາສະຫະລັດ, ໃນນັ້ນ, ຂະໜາດການຂາຍຍ່ອຍອອນໄລ ບັນລຸ 17,3 ຕື້ໂດລາສະຫະລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ກ້າວເດີນໄປເກືອບສຸດທາງໃນການປະຕິບັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກແຫ່ງຊາດໄລຍະ 2021 – 2025, ເຊິ່ງແມ່ນໄລຍະທຳອິດ ຂອງຍຸດທະສາດແຫ່ງຊາດພັດທະນາເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ທ່ານ ເຈີ່ນມິງຕ໊ວນ, ຫົວໜ້າກົມເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ (ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ) ໃຫ້ຮູ້ວ່າ ຮອດທ້າຍປີ 2023, ຂົງເຂດການຄ້າເອເລັກໂຕນິກ ໄດ້ປະກອບສ່ວນປະມານ 15 - 17% ຂອງຍອດມູນຄ່າເສດຖະກິດດີຈີຕອນແຫ່ງຊາດ. ປະຈຸບັນ, ຫວຽດນາມ ມີຮ້ານຄ້າ 14 ລ້ານກວ່າຮ້ານ ແລະຕະຫຼາດ 9.000 ແຫ່ງ, ແຕ່ທ່າອ່ຽງການຄ້າເອເລັກໂຕນິກພວມພັດທະນາຢ່າງແຂງແຮງ, ພິເສດແມ່ນພາຍຫຼັງພະຍາດໂຄວິດ-19.

ຕາມທ່ານ ເຈີ່ນມິງຕ໊ວນ ແລ້ວ, ຈາກຄວາມໄວເຕີບໂຕຂອງການເຄື່ອນໄຫວການຄ້າເອເລັກໂຕນິກ, ເປົ້າໝາຍລາຍຮັບການຄ້າເອເລັກໂຕນິກ ກວມເອົາ 10% ຂອງຍອດລາຍຮັບຂາຍຍ່ອຍທັງໝົດໃນປີ 2025 ແມ່ນສາມາດບັນລຸໄດ້.

ໃນຂະນະນັ້ນ, ທ່ານ ຫວໍຈີແທງ ນັກຊ່ຽວຊານດ້ານເສດຖະກິດ ເນັ້ນໜັກວ່າ ການຄ້າເອເລັກໂຕນິກໄດ້ຮັບການສະເໜີມາແຕ່ດົນແລ້ວ, ແຕ່ເສດຖະກິດດີຈີຕອນຂອງຫວຽດນາມ ພຽງແຕ່ພັດທະນາໃນ 10 ປີມານີ້. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນມີຍາມໃດກໍ່ມີພື້ນຖານເສດຖະກິດດີຈີຕອນ, ໝາຍຄວາມວ່າເສດຖະກິດທີ່ອີງໃສ່ພື້ນຖານເຕັກໂນໂລຢີດີຈີຕອນ ບວກກັບການຄ້າເອເລັກໂຕນິກທີ່ເລັດລອດເຂົ້າໄປໃນທຸກແຈທຸກມຸມຂອງຊີວິດ, ນັບແຕ່ການຜະລິດດໍາເນີນທຸລະກິດ, ການບໍລິໂພກຄືກັບປະຈຸບັນ.

ຄຽງຄູ່ກັບກຳລັງດຶງດູດຂອງຫວຽດນາມ ແລ້ວ, ປະຊາກອນໜຸ່ມ, ການຊົມໃຊ້ຢ່າງແຂງແຮງ, ຄວາມມັກໃນການເຮັດທຸລະກິດອອນໄລທີ່ຕິດພັນກັບ Gen Z, ການຄ້າເອເລັກໂຕນິກ ໄດ້ສ້າງການພັດທະນາທີ່ເປັນເອກະພາບກວ່າ, ຫຼຸດຜ່ອນຊ່ອງຫວ່າງລາຍຮັບ. ພ້ອມດຽວກັນນັ້ນ ການຄ້າເອເລັກໂຕນິກ ຢູ່ເຂດຊົນນະບົດກໍ່ເຂັ້ມແຂງທີ່ສຸດ, ຢູ່ໃກ້ຕົວເມືອງ.

ທ່ານ ຫວໍຈີແທງ ກໍ່ຊີ້ແຈ້ງວ່າ ຫວຽດນາມ ໄດ້ກ້າວເດີນໄປເກືອບສຸດທາງໃນການປະຕິບັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025, ເຊິ່ງແມ່ນໄລຍະທຳອິດ ຂອງຍຸດທະສາດແຫ່ງຊາດພັດທະນາເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ. ເຖິງຢ່າງໃດກໍ່ຕາມ, ບັນຫາທີ່ວາງອອກໃຫ້ໄລຍະ 5 ປີ, 10 ປີຕໍ່ໄປແມ່ນວິໄສທັດໃຫ້ແກ່ການກໍານົດທິດພັດທະນາການຄ້າເອເລັກໂຕນິກແບບຍືນຍົງ, ສວຍໃຊ້ກາລະໂອກາດຈາກການສົ່ງອອກອອນໄລ, ກໍ່ຄື ການສ້າງກໍາລັງໜູນການພັດທະນາໃໝ່ໃຫ້ແກ່ເສດຖະກິດດີຈີຕອນ.

ສະນັ້ນ, ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ທ່ານ ຫວໍຈີແທ່ງ ຖືວ່າ ບັນດາສິ່ງທ້າທາຍ ແລະຂໍ້ຄົງຄ້າງຕ້ອງໄດ້ແກ້ໄຂເພື່ອຄວາມໂລ່ງລ່ຽນໃຫ້ການເຄື່ອນໄຫວການຄ້າເອເລັກໂຕນິກ ກໍ່ຄືສິນຄ້າ. ໜຶ່ງໃນການແກ້ໄຂຕົ້ນຕໍແມ່ນຕ້ອງມີກົນໄກ, ນະໂຍບາຍທີ່ສ້າງຄວາມສະດວກໃນການດໍາເນີນງານຂອງຂະແໜງການນີ້. ພິເສດແມ່ນຕ້ອງສຸມໃສ່ກໍ່ສ້າງ, ປະກາດໃຊ້ບັນດາກົນໄກແກ້ໄຂຂໍ້ຂັດແຍ່ງ, ກໍ່ຄືສົ່ງເສີມການປະດິດຄິດສ້າງ, ຮູບແບບດໍາເນີນທຸລະກິດໃໝ່...

ໃນໄລຍະຜ່ານມາ, ດ້ວຍການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຊ່ວຍຍົກສູງຄວາມຮັບຮູ້, ກໍາລັງຄວາມສາມາດໃນການນຳໃຊ້, ຕ່ອງໂສ້ຮ່ວມສຳພັນເພື່ອຮັດແຄບຊ່ອງຫວ່າງດ້ານດີຈີຕອນລະຫວ່າງບັນດາເຂດ, ສູນເສດຖະກິດໃຫຍ່ກັບເຂດຫ່າງໄກສອກຫຼີກ. ພິເສດ, ລັດຖະບານ, ບັນດາກະຊວງ, ຂະແໜງການຍາມໃດກໍ່ມານະພະຍາຍາມ ແລະມຸ່ງໄປເຖິງການກໍ່ສ້າງກອບນິຕິກໍາໃຫ້ຕະຫຼາດການຄ້າເອເລັກໂຕນິກພັດທະນາຢ່າງວ່ອງໄວ ແຕ່ປອດໃສ ແລະຍືນຍົງ.

ການກໍານົດທິດແຜນການພັດທະນາການຄ້າເອເລັກໂຕນິກໃນ 5 ປີຕໍ່ໜ້າ ທີ່ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ພວມເປັນເສນາທິການໃຫ້ລັດຖະບານນັ້ນ ແມ່ນມຸ່ງໄປເຖິງການສົ່ງອອກເພື່ອນຳບັນດາຜະລິດຕະພັນ “Made in Vietnam” ອອກສູ່ຕະຫຼາດສາກົນ; ໃນນັ້ນແມ່ນການສ້າງມາດຕະການເພື່ອຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາຍແດນ ແລະການສົ່ງອອກເວົ້າລວມ.

ການເຄື່ອນໄຫວການຄ້າເອເລັກໂຕນິກ ໄດ້ປະກົດຕົວຂຶ້ນນັບແຕ່ປີ 2006 ເປັນຕົ້ນມາ, ນັບແຕ່ເລີ່ມຕົ້ນ, ມາຮອດປີ 2013, ໄດ້ມີດຳລັດທີ່ຄົບຖ້ວນພໍສົມຄວນ ນັ້ນແມ່ນກອບນິຕິກຳທີ່ໄດ້ຮັບການຕີລາຄາສູງທີ່ສຸດໃຫ້ແກ່ການຄ້າເອເລັກໂຕນິກຢູ່ຫວຽດນາມ. ນີ້ກໍ່ແມ່ນປັດໄຈ ເພື່ອໃຫ້ການຄ້າເອເລັກໂຕນິກຫວຽດນາມ ບັນລຸການພັດທະນາໄວ ຄືໃນໄລຍະຜ່ານມາ.

ໂດຍ: ຈາງຫງວຽນ