ຍົກລະດັບພື້ນຖານໂຄງລ່າງ, ເຊື່ອມຕໍ່ຄົມມະນາຄົມ

ເດືອນກໍລະກົດຜ່ານມາ, ຂົວແບກດັ່ງ 2 ເຊື່ອມຕໍ່ເມືອງຫວິງກຶວ (ແຂວງດົ່ງນາຍ) ກັບນະຄອນເຕີນອວຽນ (ແຂວງບິ່ງເຢືອງ) ໄດ້ເປີດນຳໃຊ້ຢ່າງເປັນທາງການ. ຂົວແຫ່ງນີ້ ໄດ້ປະກອບສ່ວນສ້າງຕາໜ່າງເຊື່ອມຕໍ່ທີ່ອຳນວຍຄວາມສະດວກສຳລັບສິນຄ້າ, ພາຫະນະຈາກບັນດາແຂວງທີ່ຢູ່ເຂດໄຕງວຽນ, ທາງທິດຕາເວັນອອກພາກໃຕ້... ເຊື່ອມຕໍ່ໄປຮອດສະໜາມບິນສາກົນລອງແທັ່ງ ແລະບັນດາສະໜາມບິນໃນອະນາຄົດ. ນີ້ແມ່ນໜຶ່ງໃນຄວາມມານະພະຍາຍາມຂອງແຂວງດົ່ງນາຍ ໃນການປະຕິບັດຍຸດທະສາດພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ຄົມມະນາຄົມເພື່ອເຕີບໂຕເສດຖະກິດ.

ປະຈຸບັນ, ແຂວງດົ່ງນາຍ ມີລະບົບພື້ນຖານໂຄງລ່າງພັດທະນາຢ່າງຮອບດ້ານ, ລວມມີ: ການຄົມມະນາຄົມ, ຕົວເມືອງ, ຊົນລະປະທານ, ທ່າກຳປັ່ນ, ເຂດອຸດສາຫະກຳ, ໂທລະຄົມມະນາຄົມ, ເຂື່ອນໄຟຟ້ານ້ຳຕົກ... ໃນນັ້ນ, ແຂວງໄດ້ເອົາໃຈໃສ່ຍົກລະດັບ, ພັດທະນາຢ່າງຄົບຊຸດລະບົບພື້ນຖານໂຄງລ່າງຄົມມະນາຄົມ. ຫຼາຍກິດຈະການຄົມມະນາຄົມໄດ້ກໍ່ສ້າງສຳເລັດ ແລະກຳລັງກໍ່ສ້າງ ໄດ້ສ້າງໂສມໜ້າໃໝ່, ຫວັງວ່າຈະກາຍເປັນຈຸດພົ້ນເດັ່ນໃນການພັດທະນາພື້ນຖານໂຄງລ່າງເສດຖະກິດເພື່ອໃຫ້ແຂວງດົ່ງນາຍ ສືບຕໍ່ບຸກທະລຸ, ພົ້ນເດັ່ນແມ່ນ: ເສັ້ນທາງດ່ວນນະຄອນໂຮ່ຈີມິນ-ລອງແທັ່ງ-ເຢົາໄຢ; ເສັ້ນທາງດ່ວນເຢົ່າໄຢ-ຟານທຽດ; ໂຄງການກໍ່ສ້າງຂົວເຟືອກອານ; ໂຄງການເສັ້ນທາງດ່ວນ ເບ໊ນລຶກ-ລອງແທັ່ງ; ເສັ້ນທາງລົດໄຟເລກ 1 ເບ໊ນແທັ່ງ-ຊ໊ວຍຕຽນ (ນະຄອນໂຮ່ຈີມິນ); ໂຄງການເສັ້ນທາງດ່ວນບຽນຮວ່າ-ຫວູງເຕົ່າ; ເສັ້ນທາງອ້ອມຮອບເລກ 3... ສາມາດເວົ້າໄດ້ວ່າ ແຂວງດົ່ງນາຍແມ່ນທ້ອງຖິ່ນມີເສັ້ນທາງດ່ວນ ແລະໂຄງການກໍ່ສ້າງເສັ້ນທາງດ່ວນທີ່ນອນໃນທອັບຫຼາຍທີ່ສຸດຢູ່ພາກໃຕ້.

leftcenterrightdel
ລະບົບຄົມມະນາຄົມ ຢູ່ນະຄອນບຽນຮວ່າ (ແຂວງດົ່ງນາຍ). ພາບ: ແທັງຮວ່ຽນ

ທ່ານ ເລກວາງບິ່ງ, ຫົວໜ້າພະແນກຄົມມະນາຄົມຂົນສົ່ງແຂວງດົ່ງນາຍ, ແບ່ງປັນວ່າ: ແຂວງມີ ທີ່ຕັ້ງສຳຄັນໃນເຂດ “ສີ່ລ່ຽມ” ເສດຖະກິດ (ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ ແລະບ່າເຣ້ຍ-ຫວູງເຕົ່າ), ແມ່ນຈຸດເຊື່ອມຕໍ່ຄົມມະນາຄົມ, ຂົນສົ່ງສິນຄ້າລະຫວ່າງທ້ອງຖິ່ນຕ່າງໆ, ສະນັ້ນການພັດທະນາພື້ນຖານໂຄງລ່າງເສດຖະກິດ, ໂດຍສະເພາະແມ່ນພື້ນຖານໂຄງ ລ່າງຄົມມະນາຄົມຈຶ່ງໄດ້ຮັບການລົງທຶນຫຼາຍ. ດ້ວຍພາລະບົດບາດ, ໜ້າທີ່ຂອງຕົນ, ພະແນກຄົມມະນາຄົມຂົນສົ່ງ ໄດ້ເປັນເຈົ້າການໃນການເປັນເສນາທິການ, ສະເໜີມາດຕະການຊ່ວຍຄະນະກຳມະການປະຊາຊົນແຂວງ ຊີ້ນຳປັບປຸງພື້ນຖານໂຄງລ່າງຄົມມະນາຄົມ; ພ້ອມທັງສົມທົບກັບພະແນກຄົມມະນາຄົມຂົນສົ່ງບັນດາທ້ອງຖິ່ນອ້ອມຂ້າງເຊື່ອມຕໍ່ຄົມມະນາຄົມ ເພື່ອສ້າງຄວາມສະດວກໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນບໍລິເວນ.

ໃນຈຳນວນໂຄງການຄົມມະນາຄົມຢູ່ແຂວງດົ່ງນາຍ ຕ້ອງເວົ້າເຖິງໂຄງການກໍ່ສ້າງສະໜາມບິນສາກົນ ລອງແທັ່ງ. ດ້ວຍຄວາມສຳຄັນ ແລະຂອບຂະໜາດທີ່ໃຫຍ່, ພາຍຫຼັງສຳເລັດ, ສະໜາມບິນສາກົນ ລອງແທັ່ງ ຈະແມ່ນກຳລັງໜູນອັນໃຫຍ່ຫຼວງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງດົ່ງນາຍ ເວົ້າສະເພາະ, ເຂດເສດຖະກິດທາງທິດຕາເວັນອອກພາກໃຕ້ເວົ້າລວມ. ເພື່ອເຊື່ອມຕໍ່ກັບສະໜາມບິນສາກົນລອງແທັ່ງ, ແຂວງດົ່ງນາຍ ໄດ້ລົງທຶນກໍ່ສ້າງໃໝ່ ແລະຍົກລະດັບເປີດກວ້າງ 4 ໂຄງການພື້ນຖານໂຄງລ່າງຄົມມະນາຄົມ... ຕາມທ່ານ ຫວໍເຕີ໊ນດຶກ, ປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ແລ້ວ, ນີ້ແມ່ນທ່າໄດ້ປຽບກ່ຽວກັບພື້ນຖານໂຄງລ່າງເສດຖະກິດຂອງແຂວງດົ່ງນາຍ. ແຂວງພວມສຸມໃສ່ພັດທະນາພື້ນຖານໂຄງລ່າງເສດຖະກິດຕາມທິດຄົບຊຸດ, ອັດສະລິຍະ ຕິດພັນກັບການເຕີບໂຕສີຂຽວ ເພື່ອພັດທະນາແບບຍືນຍົງ. ເພາະສະນັ້ນ, ການລົງທຶນປັບປຸງພື້ນຖານໂຄງລ່າງເສດຖະກິດ ເວົ້າລວມ, ພື້ນຖານໂຄງລ່າງຄົມມະນາຄົມເວົ້າສະເພາະແມ່ນແຜນນະໂຍບາຍໃຫຍ່ຂອງແຂວງ, ສ້າງກຳລັງໜູນຮ່ວມສຳພັນເຂດ, ພັດທະນາເສດຖະກິດ-ສັງຄົມ ແລະຮຽກຮ້ອງການລົງທຶນ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ດຶງດູດການລົງທຶນ, ເລືອກເຟັ້ນໂຄງການ

ຕາມບົດລາຍງານຂອງກົມສະຖິຕິແຂວງດົ່ງນາຍ ແລ້ວ, ໄລ່ຮອດທ້າຍເດືອນກໍລະກົດ 2024, ທົ່ວແຂວງດຶງດູດທຶນ FDI ບັນລຸປະມານ 981,98 ລ້ານໂດລາສະຫະລັດ (ເພີ່ມ 39,73% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023); ຍອດເງິນລົງທຶນໃນປະເທດຈົດທະບຽນອອກໃບຢັ້ງຢືນການລົງທຶນ ແລະດັດປັບເພີ່ມທຶນເກືອບ 11.672 ຕື້ດົ່ງ (ທົບກວ່າ 1,7 ເທົ່າ ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ)... ຄືແນວນັ້ນ, ພຽງແຕ່ 7 ເດືອນ, ການດຶງດູດເງິນທຶນລົງທຶນໃນເຂດອຸດສາຫະກຳຂອງແຂວງດົ່ງນາຍ ໄດ້ລືນຄາດໝາຍຕາມແຜນການປີ 2024 (ແຜນການກຳນົດດຶງດູດທຶນ FDI ແມ່ນ 700 ລ້ານໂດລາສະຫະລັດ, ທຶນພາຍໃນປະເທດແມ່ນ 2.000 ຕື້ດົ່ງ). ທ່ານ ຫງວຽນຫຶວງວຽນ, ຫົວໜ້າພະແນກແຜນການ ແລະການລົງທຶນແຂວງດົ່ງນາຍ ໃຫ້ຮູ້ວ່າ: “ພ້ອມກັບບັນດາກົນໄກສະດວກ, ປະຕິຮູບລະບຽບການບໍລິຫານ ແລະໜູນຊ່ວຍວິສາຫະກິດ, ການຍົກລະດັບ, ພັດທະນາພື້ນຖານໂຄງລ່າງ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການດຶງດູດວິສາຫະກິດ, ນັກລົງທຶນມາແຂວງດົ່ງນາຍ. ສິ່ງສຳຄັນແມ່ນບັນດາໂຄງການລົງທຶນເຂົ້າແຂວງດົ່ງນາຍ ສ່ວນຫຼາຍແມ່ນຂະແໜງຜະລິດທີ່ມີເຕັກໂນໂລຢີ ກ້າວໜ້າ, ບໍ່ນອນໃນບັນຊີລາຍຊື່ຂະແໜງອາຊີບທີ່ມີປັດໄຈກໍ່ມົນລະພິດຕໍ່ກັບສິ່ງແວດລ້ອມ, ສອດຄ່ອງກັບແຜນນະໂຍບາຍເລືອກເຟັ້ນໂຄງການ, ເຕີບໂຕສີຂຽວຂອງແຂວງ”.

leftcenterrightdel
ແຂວງດົ່ງນາຍ ເອົາໃຈໃສ່ດຶງດູດວິສາຫະກິດ FDI ທີ່ມີເຕັກໂນໂລຢີຜະລິດກ້າວໜ້າ. ພາບ: ແທັງຮວ່ຽນ

ສະພາບຕົວຈິງໃຫ້ເຫັນວ່າ ຢາກດຶງດູດນັກລົງທຶນ, ບັນດາບໍລິສັດດຳເນີນທຸລະກິດ, ພື້ນຖານໂຄງລ່າງຕ້ອງໄດ້ຮັບການຍົກລະດັບການບໍລິການທີ່ສະດວກຢູ່ສະເໝີ, ສ້າງການບໍລິການພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ວິທີການຮັບໃຊ້ເປັນມືອາຊີບ. ແຂວງດົ່ງນາຍ ກໍ່ກຳລັງສຸມໃສ່ດຶງດູດການລົງທຶນ. ຕາມທ່ານນາງ ຫງວຽນທິຮວ່າງ, ຮອງປະທານຄະນະກຳມະການແຂວງດົ່ງນາຍ ແລ້ວ, ປະຈຸບັນ, ແຂວງຕັ້ງໜ້າຮຽກຮ້ອງນັກລົງທຶນເຂົ້າຮ່ວມໂຄງການໃນຂົງເຂດໃໝ່, ຄື: ຕາໜ່າງຕົວເມືອງ-ການບໍລິການ- ການທ່ອງທ່ຽວແຄມແມ່ນ້ຳ, ປ່ຽນແປງໃໝ່ປະດິດສ້າງ... ຢາກເຮັດໄດ້ຄືແນວນັ້ນ, ທຸກຂັ້ນ, ທຸກຂະແໜງການຕ້ອງສືບຕໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ແກ້ໄຂຂໍ້ຕິດຂັດໃຫ້ແກ່ວິສາຫະກິດເພື່ອຮັບເອົາກະແສເງິນລົງທຶນ FDI ທີ່ມີຄຸນນະພາບສູງ.

ໃນໄລຍະຜ່ານມາ, ແຂວງ ດົ່ງນາຍ ໄດ້ເອົາໃຈໃສ່ຮຽກຮ້ອງນັກລົງທຶນຂະໜາດໃຫຍ່ທີ່ມາຈາກ ຍີ່ປຸ່ນ, ສ. ເກົາຫຼີ, ສິງກະໂປ, ອາເມລິກາ, ໄຕຫວັນ (ຈີນ)... ແລະຕາມສະພາບຕົວຈິງ, ໄດ້ມີຫຼາຍວິສາຫະກິດທີ່ມາຈາກບັນດາປະເທດ, ເຂດແຄ້ວນເຫຼົ່ານີ້ ມາລົງທຶນຢູ່ແຂວງດົ່ງນາຍ ດ້ວຍຫຼາຍໂຄງການຂະໜາດໃຫຍ່. ທ່ານ Peter Wu, ຮອງປະທານ VPIC Group- ກຸ່ມບໍລິສັດທີ່ມີບໍລິສັດຫຸ້ນສ່ວນອຸດສາຫະກຳຊັດເຈນຫວຽດນາມ, ພວມເຄື່ອນໄຫວຢູ່ເມືອງ ຈາງບອມ, ຕີລາຄາວ່າ: ທິດເດີນຂອງແຂວງດົ່ງນາຍ ໃນການດຶງດູດການລົງທຶນຈາກຕ່າງປະເທດແມ່ນມີຫົວຄິດປະດິດສ້າງ, ມີປະສິດທິຜົນພໍສົມຄວນ.

ດ້ວຍເປົ້າໝາຍເຖິງປີ 2025, ກວ່າ 80% ວິສາຫະກິດຈະນຳໃຊ້ເຕັກໂນໂລຢີກ້າວໜ້າ, ບໍລິຫານທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ພັດທະນາເຂດອຸດສາຫະກຳໃໝ່, ມີລັກສະນະລົງເລິກ, ບັນລຸປະສິດທິຜົນສູງກວ່າທາງດ້ານເສດຖະກິດ, ສິ່ງແວດລ້ອມ, ສັງຄົມ... ແຂວງ ດົ່ງນາຍ ພວມມານະພະຍາຍາມຊຸກຍູ້ການເຕີບໂຕສີຂຽວ, ປະຕິບັດຕາມເປົ້າໝາຍ "Net zero", ເລືອກເຟັ້ນໃນການດຶງດູດການລົງທຶນດ້ວຍບັນດາໂຄງການທີ່ມີເຕັກໂນໂລຢີດີ, ບັນດາໂຄງການເປັນມິດກັບສິ່ງແວດລ້ອມ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ. ທ່ານ ຫງວຽນຈິ໊ເຟຶອງ, ຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳຢູ່ແຂວງດົ່ງນາຍ, ແບ່ງປັນວ່າ: “ໂດຍປະຕິບັດຕາມການຊີ້ນຳຂອງຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ເປັນປະທານສົມທົບກັບບັນດາພະແນກ, ຄະນະ, ຂະແໜງການສ້າງບົດລາຍງານລະອຽດກ່ຽວກັບການຫັນປ່ຽນສີຂຽວໃນການພັດທະນາເຂດອຸດສາຫະກຳຕາມທິດບັນລຸເປົ້າໝາຍປ່ອຍອາຍພິດລົງລະດັບ "Net zero" ປີ 2050; ສ້າງຂັ້ນຕອນຫັນປ່ຽນສີຂຽວໃນເຂດອຸດສາຫະກຳ ແລະສູນ logistics. ເປົ້າໝາຍດັ່ງກ່າວຍິ່ງຮຽກຮ້ອງໃຫ້ແຂວງ ດົ່ງນາຍ ດຶງດູດການລົງທຶນທີ່ມີການຄັດເລືອກເພື່ອພັດທະນາທັນສະໄໝ, ຍືນຍົງ”.

ໂດຍ: ແສງເດືອນ