ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ໃນຫຼາຍສະໄໝ, ບັນຫານີ້ຍາມໃດກໍ່ໄດ້ຮັບຖືວ່າແມ່ນເນື້ອໃນຈຸດສຸມ, ຕ້ອງໄດ້ຊາບຊຶມທັງຄວາມຮັບຮູ້ ແລະການກະທຳ. ໃນຕົວຈິງ, ຫວຽດນາມ ໄດ້ເຕົ້າໂຮມປັດໄຈຂອງພື້ນຖານເສດຖະກິດຕະຫຼາດ, ບັນລຸໄດ້ຜົນງານແຫ່ງການພັດທະນາທີ່ບໍ່ສາມາດປະຕິເສດໄດ້.

ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມແມ່ນຮູບແບບເສດຖະກິດທົ່ວໄປຂອງຫວຽດນາມ ໃນໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ. ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ການເຄື່ອນໄຫວຢ່າງຄົບຖ້ວນຕາມກົດລະບຽບຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ໂດຍພັກກອມມູນິດຫວຽດນາມ ນໍາພາ; ຮັບປະກັນການກໍານົດທິດສັງຄົມນິຍົມແມ່ນເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ທີ່ເໝາະສົມກັບແຕ່ລະໄລຍະແຫ່ງການພັດທະນາຂອງປະເທດ.

leftcenterrightdel
 ພາບປະກອບຄັດຈາກ: vtv.vn

ທັດສະນະທີ່ສະເໝີຕົ້ນສະເໝີປາຍ

ຢູ່ຫວຽດນາມ, ນິຍາມເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມໄດ້ຮັບການນຳໃຊ້ຢ່າງເປັນທາງການໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກກອມມູນິດຫວຽດນາມ (ເດືອນເມສາ ປີ 2001). ຕາມນັ້ນແລ້ວ, ພັກ ແລະລັດ ມີແຜນນະໂຍບາຍປະຕິບັດຄວາມສະເໝີຕົ້ນສະເໝີປາຍ  ແລະຍາວນານຂອງນະໂຍບາຍພັດທະນາເສດຖະກິດສິນຄ້າຫຼາຍພາກສ່ວນ ແລະເຄື່ອນໄຫວຕາມກົນໄກການຕະຫຼາດໂດຍມີການຄຸ້ມຄອງຂອງລັດ ຕາມການກຳນົດທິດສັງຄົມນິຍົມ.

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ (ເດືອນມັງກອນ ປີ 2016) ສືບຕໍ່ເພີ່ມເຕີມ, ພັດທະນາ: ພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມກົດເກນຂອງເສດຖະກິດຕະຫຼາດ, ພ້ອມທັງຮັບປະກັນການກຳນົດທິດສັງຄົມນິຍົມຢ່າງເໝາະສົມກັບແຕ່ລະໄລຍະພັດທະນາຂອງປະເທດຊາດ. ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນ; ໂດຍມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ.

ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII (ປີ 2021) ໄດ້ເນັ້ນໜັກເຖິງການປັບປຸງລະບອບລະບຽບການເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມໃຫ້ຮອບດ້ານ ແລະຄົບຊຸດ. ຕາມນັ້ນແລ້ວ, ສຸມໃສ່ເລື່ອງເປັນເອກະພາບ ແລະຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ, ສຸມໃສ່ແກ້ໄຂຈຸດອຸດຕັນ ແລະຍົກສູງຄຸນນະພາບລະບອບລະບຽບການເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

leftcenterrightdel
ທ່ານ ຫງວຽນມີງຟອງ ນັກຊ່ຽວຊານດ້ານເສດຖະກິດ. ພາບ: congthuong.vn

ທ່ານ ຫງວຽນມີງຟອງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຮູ້ວ່າ: “ເປົ້າໝາຍຂອງຫວຽດນາມ ແມ່ນທຸກສິ່ງທຸກຢ່າງລ້ວນແຕ່ເພື່ອປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ນີ້ແມ່ນເປົ້າໝາຍສູງສຸດຂອງພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ. ເວົ້າວິທີອື່ນ, ເສດຖະກິດຕະຫຼາດຂອງຫວຽດນາມ ແມ່ນເສດຖະກິດທີ່ປະຕິບັດຕາມຄວາມຮຽກຮ້ອງຕ້ອງການ, ກົດເກນ, ທຳນຽມ ແລະຄຳໝັ້ນສັນຍາສາກົນທັງໝົດເພື່ອຮັບໃຊ້ໃຫ້ມະນຸດ, ຖືມະນຸດແມ່ນເປົ້າໝາຍ, ແມ່ນກຳລັງໜູນພັດທະນາສູງສຸດ”.

ບັນດາຜົນງານທີ່ບໍ່ສາມາດປະຕິເສດໄດ້

ຕາມທ່ານ ປອ ຫງວຽນດຶ໊ກກຽນ, ໜຶ່ງໃນບັນດາຜົນສຳເລັດຂອງຫວຽດນາມ ນັ້ນແມ່ນໄດ້ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຄົບຊຸດ ເພື່ອໃຫ້ພື້ນຖານເສດຖະກິດໄດ້ເຄື່ອນໄຫວຢ່າງລຸລ່ວງ. ລະບົບກົດໝາຍຂອງຫວຽດນາມ ມາຮອດປະຈຸບັນ, ພິເສດພາຍຫຼັງທີ່ລັດຖະທຳມະນູນປີ 2013 ໄດ້ຮັບການສ້າງຂຶ້ນນັ້ນ, ບັນດາກົດໝາຍທີ່ໄດ້ປະກາດໃຊ້ເກືອບທັງໝົດນັ້ນລ້ວນແຕ່ສອດຄ່ອງກັບລະບົບກົດໝາຍສາກົນ ແລະສົນທິສັນຍາສາກົນເຊິ່ງລັດຖະບານຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ. ມາຮອດປະຈຸບັນຍັງບໍ່ທັນມີອົງການຈັດຕັ້ງໃດໃນໂລກໃນການຮ່ວມມືຫຼາຍຝ່າຍ ແລະສອງຝ່າຍສ່ອງແສງວ່າ ຫວຽດນາມ ຍັງບໍ່ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ.

ຫວຽດນາມ ກໍ່ແມ່ນປະເທດທີ່ສຳເລັດໄວໃນການປະຕິບັດເປົ້າໝາຍລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ທັດສະນະຂອງຫວຽດນາມ ກ່ຽວກັບການຮັບປະກັນຊີວິດສັງຄົມ, ກໍານົດທິດສັງຄົມນິຍົມຂອງພື້ນຖານເສດຖະກິດຕະຫຼາດໄດ້ຮັບການຮັບຮູ້ຈາກໂລກຜ່ານການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ທ່ານ ປອ ກົງຟ້າມ, ອາຈານຂັ້ນສູງລົງເລິກຂະແໜງເສດຖະກິດຢູ່ມະຫາວິທະຍາໄລ Deakin (ອົດສະຕາລີ) ໄດ້ຢັ້ງຢືນວ່າ ຫວຽດນາມ ມີພື້ນຖານເສດຖະກິດຕະຫຼາດ. ຫວຽດນາມ ເຂົ້າຮ່ວມອົງການການຄ້າໂລກ (WTO) ແຕ່ປີ 2007 ແລະປະຈຸບັນໄດ້ລົງນາມສັນຍາການຄ້າເສລີ (FTA) ຫຼາຍຝ່າຍ ແລະສອງຝ່າຍຫຼາຍສະບັບ, ໃນນັ້ນມີສັນຍາການຄ້າເສລີລຸ້ນໃໝ່, ທີ່ມີມາດຕະຖານສູງ, ຄື: ສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA), ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTTP)… ບັນດາສັນຍາ FTA ທີ່ໄດ້ລົງນາມເຮັດໃຫ້ຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ, ພ້ອມທັງຊຸກຍູ້ຫວຽດນາມ ມີການແກ່ງແຍ່ງແຂ່ງຂັນຢ່າງເສລີ.

ອີກຈຸດໜຶ່ງທີ່ສະແດງໃຫ້ເຫັນວ່າຫວຽດນາມ ໄດ້ພັດທະນາໄວທີ່ສຸດຈາກພື້ນຖານເສດຖະກິດລວມສູນໄປສູ່ພື້ນຖານເສດຖະກິດຕະຫຼາດ, ນັ້ນແມ່ນການປະກົດຕົວຂອງບໍລິສັດພາກເອກະຊົນ ແລະບໍລິສັດເລີ່ມທຸລະກິດ.

ຕີລາຄາກ່ຽວກັບການປະກອບສ່ວນຂອງເສດຖະກິດພາກເອກະຊົນ, ທ່ານ ປອ ເກີ໊ນວັນລຶກ, ສະມາຊິກສະພາທີ່ປຶກສາດ້ານນະໂຍບາຍການເງິນ-ເງິນຕາແຫ່ງຊາດ, ຖືວ່າ: “ໄລຍະ 2016-2021, ເສດຖະກິດພາກເອກະຊົນກວມເອົາສະເລ່ຍ 46% GDP ແລະຕັ້ງຄວາມຫວັງໄວ້ວ່າຮອດປີ 2025 ຕ້ອງໃຫ້ບັນລຸ 55%. ປະຈຸບັນເສດຖະກິດພາກເອກະຊົນພວມນຳໃຊ້ປະມານ 85% ແຮງງານໃນທົ່ວປະເທດ, ປະກອບສ່ວນເຂົ້າງົບປະມານແຫ່ງລັດປະມານ 1/3”.

ຮອດເດືອນສິງຫາ ປີ 2024, ໄດ້ມີ 73 ປະເທດຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງຫວຽດນາມ, ໃນນັ້ນມີພື້ນຖານເສດຖະກິດໃຫຍ່, ຄື: ອັງກິດ, ການາດາ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ... ສິ່ງດັ່ງກ່າວໄດ້ສ່ອງແສງຖືກຄວາມຈິງກ່ຽວກັບຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນວິວັດການພັດທະນາປະເທດຊາດ ແລະເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ.

ໂດຍ: ເຈິ່ນຮວ່ຽນ