ຕາມເນື້ອໃນທີ່ໄດ້ລົງນາມ, ກຸ່ມບໍລິສັດ Viettel ແລະສໍານັກພິມຈໍາໜ່າຍກອງທັບປະຊາຊົນ ຈະເພີ່ມທະວີການສົມທົບກັນ, ຊຸກຍູ້ການຫັນເປັນດີຈີຕອນເຂົ້າໃນການເຄື່ອນໄຫວຈັດພິມຈຳໜ່າຍດ້ານການທະຫານ ແລະການຈັດພິມຈໍາໜ່າຍເອເລັກໂຕນິກ ຂອງສໍານັກພິມຈໍາໜ່າຍກອງທັບປະຊາຊົນ, ໄລຍະ 2024-2025, ກຳນົດທິດຮອດປີ 2030; ແບ່ງປັນ, ເສີມຂະຫຍາຍທ່າແຮງ ແລະຄວາມສາມາດບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ກຳລັງຄວາມສາມາດດ້ານເຕັກໂນໂລຢີ, ປະສົບການ ແລະ ແຫຼ່ງກຳລັງອື່ນໆຂອງສອງຝ່າຍ ເພື່ອສົມທົບກັນປະຕິບັດໃຫ້ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ຍູ້ແຮງການໝູນໃຊ້ຜົນສໍາເລັດທາງດ້ານວິທະຍາສາດ, ເຕັກນິກ ແລະເຕັກໂນໂລຢີເຂົ້າໃນການຄົ້ນຄວ້າ, ພັດທະນາ ແລະການນໍາໃຊ້ຜະລິດຕະພັນ, ຊອບແວ, ເຄື່ອງມື ແລະອຸປະກອນເຂົ້າໃນການເຄື່ອນໄຫວຈັດພິມຈໍາໜ່າຍດ້ານການທະຫານ ແລະການຈັດພິມຈໍາໜ່າຍເອເລັກໂຕນິກ, ຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພຂອງລະບົບຂໍ້ມູນຂ່າວສານ.

leftcenterrightdel
ກຸ່ມບໍລິສັດ Viettel ແລະສໍານັກພິມຈໍາໜ່າຍກອງທັບປະຊາຊົນ ລົງນາມໃນຂໍ້ຕົກລົງການຮ່ວມມື. ພາບ: qdnd.vn

ທ່ານພັນເອກພິເສດ ຟ້າມວັນເຈື່ອງ, ຜູ້ອໍານວຍການ,  ຫົວໜ້າບັນນາທິການສໍານັກພິມຈໍາໜ່າຍກອງທັບປະຊາຊົນຫວຽດນາມ ແບ່ງປັນວ່າ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຈັດພິມຈໍາໜ່າຍດ້ານການທະຫານ ກໍ່ຄືຕອບສະໜອງຄວາມຕ້ອງການຂອງຜູ້ອ່ານຢ່າງກວ້າງຂວາງນັ້ນ, ສໍານັກພິມຈໍາໜ່າຍກອງທັບປະຊາຊົນ ຄວນມີຍຸດທະສາດພັດທະນາ, ຍູ້ແຮງການຫັນເປັນດີຈີຕອນຢ່າງຮອບດ້ານ, ຈາກການຂຸດຄົ້ນ, ນໍາໃຊ້ລະບົບການຈັດພິມຈຳໜ່າຍເອເລັກໂຕນິກ ຢ່າງມີປະສິດທິຜົນ, ຫັນເປັນດີຈີຕອນ ນັບແຕ່ຂອດການຈັດຕັ້ງຜູ້ຮ່ວມງານ, ການບັນນາທິການຈັດພິມຈໍາໜ່າຍ,  ຄຸ້ມຄອງຖານຂໍ້ມູນການຈັດພິມຈໍາໜ່າຍ ຈົນຮອດການຫັນເປັນດີຈີຕອນ ໃນວຽກງານຄຸ້ມຄອງ, ບໍລິຫານການເຄື່ອນໄຫວຈັດພິມຈໍາໜ່າຍ, ດ້ວຍການກໍານົດທິດທາງ, ວິໄສທັດ ໃຫ້ກາຍເປັນສໍານັກພິມຈໍາໜ່າຍແບບອັດສະລິຍະ, ທັນສະໄໝ, ສົມກັບພາລະບົດບາດ, ໜ້າທີ່ ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ມອບໝາຍໃຫ້, ນັບມື້ນັບຕອບສະໜອງຄວາມຕ້ອງການຂອງຜູ້ອ່ານທັງພາຍໃນ ແລະນອກກອງທັບ ໄດ້ດີກວ່າເກົ່າ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຕ່າວດຶກຖັງ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ, ພາຍຫຼັງພິທີລົງນາມ, ກຸ່ມບໍລິສັດ Viettel ຈະເພີ່ມທະວີການສົມທົບກັນ, ໜູນຊ່ວຍສໍານັກພິມຈໍາໜ່າຍກອງທັບປະຊາຊົນ ປະຕິບັດການຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຢີ, ຊອບແວເຂົ້າໃນການເຄື່ອນໄຫວຂອງກົມກອງ ຢ່າງມີປະສິດທິຜົນ. ກຸ່ມບໍລິສັດ Viettel ແລະສໍານັກພິມຈໍາໜ່າຍກອງທັບປະຊາຊົນ ຈະຕິດແທດກັບເນື້ອໃນທີ່ໄດ້ລົງນາມ, ສ້າງແຜນການສັງລວມ, ມີລັກສະນະກວມລວມ  ເພື່ອປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

ໂດຍ: ທູຈາງ