ກ່ຽວກັບບັນດາເປົ້າໝາຍລະອຽດ, ຮອດປີ 2025, ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 25-28 ລ້ານເທື່ອຄົນ ແລະ ຮອດປີ 2030, ຕ້ອນຮັບແຂກທ່ອງທ່ຽວ 35 ລ້ານເທື່ອຄົນ. ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ຮອດປີ 2045, ຂະແໜງທ່ອງທ່ຽວຢືນຢັນບົດບາດກຳລັງໜູນຂອງພື້ນຖານເສດຖະກິດ; ຈຸດນັດພົບພົ້ນເດັ່ນທົ່ວໂລກ, ນອນໃນກຸ່ມບັນດາປະເທດພັດທະນາການທ່ອງທ່ຽວແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ. ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ 70 ລ້ານເທື່ອຄົນ; ຍອດລາຍຮັບຈາກການທ່ອງທ່ຽວແຕ່ 17 - 18% GDP.

leftcenterrightdel
ພາບປະກອບ: baochinhphu.vn

ກ່ຽວກັບການກຳນົດທິດພັດທະນາຜະລິດຕະພັນ, ຕາມແຜນກຳນົດແລ້ວ, ຈະຂຸດຄົ້ນແຫຼ່ງຊັບພະຍາກອນທ່ອງທ່ຽວທະເລ, ໝູ່ເກາະຢ່າງສຸດຂີດ; ເສີມຂະຫຍາຍຄຸນຄ່າວັດທະນະທຳເຂດພາກ; ເຊື່ອມຕໍ່ບັນດາເຂດມໍລະດົກຫວຽດນາມ ກັບບັນດາປະເທດຢູ່ພາກພື້ນ ແລະໃນໂລກ; ປະສິດທິຜົນການທ່ອງທ່ຽວຕ້ອງຕິດພັນກັບອຸດສາຫະກຳວັດທະນະທຳ.

ແຫຼ່ງຄັດຈາກ: vovworld.vn