ຍອດວົງເງິນສົ່ງອອກ-ນໍາເຂົ້າເພີ່ມຂຶ້ນ 14%

ລາຍລະອຽດ, ການສົ່ງອອກຂອງຫວຽດນາມ ໄປຍັງ ອີຕາລີ ໃນ 4 ເດືອນຕົ້ນປີ 2024 ບັນລຸ 1,75 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະການນຳເຂົ້າຈາກ ອີຕາລີ ບັນລຸ 554 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ອີຕາລີ ຍັງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ ໃນສະຫະພາບເອີລົບ (ອີຢູ), ຖັດຈາກໂຮນລັງ, ເຢຍລະມັນ ແລະ ຝຣັ່ງ. ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ອີຕາລີ ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ດ້ວຍວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງລຽນຕິດໃນຊຸມປີມໍ່ໆມານີ້.

ອີຕາລີ ແມ່ນປະເທດຢືນອັນດັບທີ 20 ໃນບັນດາປະເທດທີ່ຫວຽດນາມ ມີວົງເງິນສົ່ງອອກ-ນຳເຂົ້າໃຫຍ່ທີ່ສຸດ. ໃນຂະນະນັ້ນ, ຫວຽດນາມ ແມ່ນໜຶ່ງໃນ 20 ປະເທດທີ່ລັດຖະບານອີຕາລີ ໃຫ້ບຸລິມະສິດຮ່ວມມືຊຸກຍູ້ດ້ານການຄ້າ ແລະການລົງທຶນ.

ກ່ຽວກັບການລົງທຶນໂດຍກົງຂອງອີຕາລີ ຢູ່ຫວຽດນາມ, ຮອດທ້າຍເດືອນເມສາ ປີ 2024, ອີຕາລີ ຢືນອັນດັບ 33 ໃນຈຳນວນ 146 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍ 151 ໂຄງການລົງທຶນທີ່ຍັງມີຜົນສັດສິດ, ດ້ວຍຍອດທຶນຈົດທະບຽນກວ່າ 535,8 ລ້ານໂດລາສະຫະລັດ.

leftcenterrightdel
4 ເດືອນຕົ້ນປີ 2024, ຍອດວົງເງິນສົ່ງອອກ-ນໍາເຂົ້າລະຫວ່າງ ຫວຽດນາມ ແລະອີຕາລີ ບັນລຸ 2,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ພາບ: congthuong.vn

ກ່ຽວກັບການສົ່ງອອກຜະລິດຕະພັນກະເສດຕາມລະດູການຂອງຫວຽດນາມ ໄປຍັງ ອີຕາລີ, ຕາມຕົວເລກສະຖິຕິຂອງສູນການຄ້າສາກົນ (ITC), ໃນປີ 2023 ຫວຽດນາມ ໄດ້ສົ່ງອອກໝາກໄມ້ ແລະໝາກແອວມ້ອນ ໄປຍັງອີຕາລີ  ມີມູນຄ່າ 39,9 ລ້ານໂດລາສະຫະລັດ, ກວມພຽງ 1,2% ອັດຕາສ່ວນຕະຫຼາດນຳເຂົ້າໝາກໄມ້ຂອງອີຕາລີ ຈາກບັນດາປະເທດໃນໂລກ.

ດ້ວຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ (EVFTA ເຊິ່ງມີຜົນສັກສິດນັບແຕ່ເດືອນສິງຫາ ປີ 2020),  ພາສີອາກອນສໍາລັບໝາກໄມ້ສົ່ງອອກໄປຍັງ ອີຢູ 84% ໄດ້ຮັບບູລິມະສິດດ້ານພາສີແມ່ນ 0% ນັບແຕ່ວັນທີ 1 ສິງຫາ 2020, ເມື່ອທຽບໃສ່ອັດຕາພາສີ MFN ສະເລ່ຍກ່ອນໜ້ານີ້ 10% ແມ່ນທ່າໄດ້ປຽບອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດທັງສອງຝ່າຍໃນການຄ້າຜະລິດຕະພັນໝາກໄມ້.

ຂໍ້ສະເໜີແນະໃຫ້ວິສາຫະກິດສົ່ງອອກ

ຕາມຫ້ອງການຄ້າຫວຽດນາມ ປະຈຳ ອີຕາລີ ແລ້ວ, ຕະຫຼາດອີຕາລີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່, ເຖິງຢ່າງໃດກໍ່ຕາມ, ມີຫຼາຍສາຍເຫດທີ່ເຮັດໃຫ້ວິສາຫະກິດຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກໃນການເຂົ້າເຖິງ.

ໃນສະພາບທີ່ມີການແກ່ງແຍ້ງກັນຫຼາຍຢ່າງ, ເຂົ້າໃຈໄດ້ຄວາມຕ້ອງການຂອງຕະຫຼາດ, ໃນຊຸມປີມໍ່ໆມານີ້, ຫ້ອງການຄ້າຫວຽດນາມ ປະຈຳອີຕາລີ ສືບຕໍ່ມານະພະຍາຍາມຈັດຕັ້ງການເຄື່ອນໄວຫຼາຍຢ່າງ, ຊອກຫາບັນດາຄູ່ຮ່ວມມືຢູ່ອີຕາລີ ເພື່ອຊອກຮູ້ຄວາມຕ້ອງການຂອງປະເທດເພື່ອນ, ສ້າງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ ສໍາລັບຜະລິດຕະພັນຂອງຫວຽດນາມ, ເພື່ອເຊື່ອມຕໍ່ວິສາຫະກິດສອງຝ່າຍ.

ຫ້ອງການຄ້າຫວຽດນາມ ປະຈໍາອີຕາລີ ຍັງຍົກສະເໜີແນະບັນດາວິສາຫະກິດຄວນຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ນອກຈາກໝາກໄມ້ສົດ, ສາມາດຍູ້ແຮງການຜະລິດ ແລະໂຄສະນາກ່ຽວກັບໝາກໄມ້ແຫ້ງ, ນ້ໍາໝາກໄມ້ສະກັດ ຫຼືຝຸ່ນຫມາກໄມ້.

ນອກຈາກນັ້ນ, ໃນຕໍ່ໜ້າ, ຫ້ອງການຄ້າຫວຽດນາມ ປະຈໍາອີຕາລີ ຈະເຂົ້າຮ່ວມບາງງານຕະຫຼາດນັດ ທີ່ວາງສະແດງຜະລິດຕະພັນກະເສດອື່ນໆ ຄື: ງານຕະຫຼາດນັດໝາກເຜັດ ແລະເຄື່ອງເທດຢູ່ນະຄອນ  (ທີ່ຈະດໍາເນີນແຕ່ວັນທີ  28 ສິງຫາ ຫາວັນທີ  1 ກັນຍາ): ຫ້ອງການຄ້າ ຈະມີຮ້ານວາງສະແດງສິນຄ້າຄື: ກາເຟ, ໝາກພິກໄທ, ເຄື່ອງເທດປະເພດຕ່າງ ແລະບັນດາຜະລິດຕະພັນກະເສດທີ່ພົ້ນເດັ່ນຂອງຫວຽດນາມ; ເຫດການວັນກາເຟຫວຽດນາມ ໃນເດືອນຕຸລາ 2024, ສົມທົບກັບ Lavazza ແລະຄູ່ຮ່ວມມືຕ່າງໆ ເຊື້ອເຊີນຜູ້ຕາງໜ້າບັນດາວິສາຫະກິດກາເຟ ຢູ່ ອີຕາລີ ເຂົ້າຮ່ວມ.

ມີຫຼາຍອົງການສິນເຊື່ອແຖວໜ້າຂອງອີຕາລີ ຄື CDP/Simest ແລະ Sace ພວມເພີ່ມທະວີການເຄືອນໄຫວຢູ່ຫວຽດນາມ ແລະຖືຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີລະດັບເຕີບໂຕສູງ. ວິສາຫະກິດຂະໜາດໃຫຍ່ຂອງຫວຽດນາມຫຼາຍແຫ່ງເຊັ່ນ Nutrifood ແລະ PVgas ໄດ້ເຂົ້າເຖິງແຫຼ່ງທຶນດ້ວຍການຮັບປະກັນຂອງ Sace. ສ່ວນ Simest ໄດ້ສ້າງຕັ້ງ Platform ເພື່ອເຊື່ອມຕໍ່ວິສາຫະກິດອີຕາລີ ກັບຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ. ບັນດາການກະທໍາດັ່ງກ່າວສວມບົດບາດໃຫຍ່ຫຼວງໃນການໜູນຊ່ວຍບັນດາວິສາຫະກິດຂອງຫວຽດນາມ ເຂົ້າເຖິງເຕັກໂນໂລຢີ, ກົນຈັກເຄື່ອງອຸປະກອນ, ສິນຄ້າຮັບໃຊ້ການຜະລິດຂອງອີຕາລີ.

ໂດຍ: ທູຈາງ