ກ່ອນນີ້ 15 ປີ, Viettel ທັງເປັນເຄືອຂ່າຍໂທລະສັບທີ່ “ໜຸ່ມນ້ອຍ” ຢູ່ ຫວຽດນາມ, ທັງເປັນວິສາຫະກິດໂທລະຄົມມະນາຄົມຫວຽດນາມ ແຫ່ງທຳອິດທີ່ ລົງທຶນຢູ່ຕະຫຼາດສາກົນ, ດ້ວຍເຫດການເປີດສະຫຼອງ ບໍລິສັດໂທລະຄົມມະນາຄົມສອງແຫ່ງ ຢູ່ລາວ ແລະ ກຳປູເຈຍ ໃນປີ 2009.

ໃນສາຍຕາຂອງຄົນສ່ວນຫຼາຍ, ຄວາມຕັດສິນໃຈນັ້ນແມ່ນທັງຍາກທັງມີຄວາມສ່ຽງ. ຍາກທີ່ຈະເຂົ້າໃຈເພາະວ່າ Viettel ຍັງບໍ່ທັນເຕີບໃຫຍ່ເຂັ້ມແຂງ, ຍັງມີຫຼາຍສິ່ງຫຼາຍຢ່າງເພື່ອພັດທະນາພາຍໃນປະເທດ, ເງິນລົງທຶນກໍ່ສ້າງເຄືອຂ່າຍຍັງຈ່າຍຊັກຊ້າ. ມີຄວາມສ່ຽງເພາະວ່າຕະຫຼາດຕ່າງປະເທດແນ່ນອນວ່າແມ່ນຫຍຸ້ງຍາກ ຍ້ອນມີສິ່ງກີດຂວາງດ້ານວັດທະນະທຳ, ກົດໝາຍ, ການເມືອງຂາດສະຖຽນລະພາບ, ເສດຖະກິດຢູ່ປະເທດປະຈໍາຖິ່ນມີຄວາມຫຍຸ້ງຍາກ.

leftcenterrightdel
ເດືອນພຶດສະພາ ປີ 2024, Movitel ໄດ້ກາຍເປັນບໍລິສັດໂທລະຄົມນາຄົມ ກວມເອົາອັດຕາສ່ວນຕະຫຼາດໃຫຍ່ທີ່ສຸດ ຢູ່ໂມຊໍາບິກ ດ້ວຍເບີໂທລະສັບມືຖືຫຼາຍກວ່າ  11,7 ລ້ານເບີ. ພາບ: qdnd.vn

Viettel ໄດ້ປະເຊີນໜ້າກັບຫຼາຍບັນຫາທີ່ຫຍຸ້ງຍາກເມື່ອເປີດກວ້າງຂອບເຂດການດຳເນີນທຸລະກິດຢູ່ຕ່າງປະເທດ. ບໍ່ພຽງແຕ່ດໍາເນີນທຸລະກິດຢູ່ສອງປະເທດບ້ານໃກ້ເຮືອນຄຽງ ເທົ່ານັ້ນ, ມາຮອດປະຈຸບັນ, ການ "ບືນຕົວອອກສູ່ຕະຫຼາດຕ່າງປະເທດ” ໄດ້ເຂົ້າເຖິງຕະຫຼາດສາກົນຫຼາຍແຫ່ງຄື: ມຽນມາ, ຕີມໍເລັສເຕ, ເປຣູ, ຮາຍຕີ, ຕານຊາເນຍ, ບູຣຸນດີ, ໂມຊຳບິກ, ກາເມຣູນ. 

ຄຳອະທິບາຍໃຫ້ແກ່ຄວາມສໍາເລັດຢູ່ເບື້ອງຫຼັງ ສາມາດສະຫຼຸບໄດ້ໃນປະໂຫຍກ: "ແບບແຜນການເຮັດວຽກຂອງທະຫານ". ໂດຍມີຕົ້ນກຳເນີດມາຈາກກອງມທັບ, ພະນັກງານ, ພາລະກອນຂອງ Viettel ມີຄຸນທາດທີ່ເປັນເອກະລັກສະເພາະຂອງທະຫານຄື: ມີລັກສະນະລະບຽບວິໄນສູງ, ຈິດໃຈເດັດດ່ຽວ, ໄດ້ອອກທັບແມ່ນໄດ້ຮັບໄຊຊະນະ.

ບໍ່ມີນິຍາມຄຳວ່າຖອຍ

ແບບແຜນການເຮັດວຽກຂອງທະຫານ ແມ່ນມີຈິດໃຈນຳໜ້າ, ຕັດສິນໃຈເດັດດ່ຽວ, ອົດທົນ. ສະນັ້ນ, ພະນັກງານ, ພາລະກອນຂອງ Viettel ຍາມໃດກໍ່ພ້ອມແລ້ວທີ່ຈະຮັບເອົາວຽກງານໃໝ່, ກ້າຮັບເອົາວຽກງານທີ່ຫຍຸ້ງຍາກ. ພະນັກງານ, ພາລະກອນຂອງ Viettel ທີ່ບືນຕົວອອກສູ່ໂລກ ໄດ້ຮັບມືກັບກັບສະພາບແວດລ້ອມທີ່ຫຍຸ້ງຍາກຢູ່ຫຼາຍບ່ອນຢ່າງວ່ອງໄວ ເພື່ອຫັນຄວາມຫຍຸ້ງຍາກໃຫ້ກາຍເປັນກາລະໂອກາດ.

ການບືນຕົວຂອງ Viettel ຢູ່ ຮາຍຕີ ຖືກກ່າວເຖິງແມ່ນເລື່ອງລາວ “ຈາກໄພພິບັດເຖິງຄວາມມະຫັດສະຈັນ”, ເມື່ອເຫດການແຜ່ນດິນໄຫວເກີດຂຶ້ນຢ່າງຮ້າຍແຮງຢູ່ ຮາຍຕີ ໃນປີ 2010 ບໍ່ສາມາດກີດກັ້ນ Viettel ມາລົງທຶນຢູ່ປະເທດນີ້ໄດ້.

ກ່ອນໜ້ານີ້ສອງສາມເດືອນ, Viettel ຕັດສິນໃຈສ້າງຕັ້ງບໍລິສັດໂທລະຄົມມະນາຄົມ Natcom ຢູ່ ຮາຍຕີ. ຫຼັງຈາກນັ້ນ 1 ປີ, Natcom ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ, ພາຍຫຼັງທີ່ກໍ່ສ້າງເຄືອຂ່າຍສາຍກາບໃຍແສງປົກຄຸມໃຫ້ປະຊາຊົນຮາຍຕີ 90%. ຈາກປະເທດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກໄພພິບັດ, ຮາຍຕີ ກາຍເປັນປະເທດທີ່ມີພື້ນຖານໂຄງລ່າງສາຍກາບໃຍແສງໃຫຍ່ທີ່ສຸດໃນເຂດ Caribbean.

ທ່ານ Haiti Michel Presume, ລັດຖະມົນຕີກະຊວງແຜນການຮາຍຕີ ໄດ້ສົ່ງຄໍາຮູ້ສຶກ: “ຂໍຂອບໃຈພວກເພື່ອນ ຍ້ອນໄດ້ມານະພະຍາຍາມສ້າງປະເທດຮາຍຕີ ຄືນໃໝ່.” ສ່ວນ Viettel ກາຍເປັນຄູ່ຮ່ວມມືຍຸດທະສາດຂອງລັດຖະບານຮາຍຕີ ໃນກິດຈະການສ້າງສາ ແລະພັດທະນາປະເທດຄືນໃໝ່.

leftcenterrightdel
ທີມກູ້ຂໍ້ມູນຂອງບໍລິສັດໂທລະຄົມມະນາຄົມ Natcom ຢູ່ຮາຍຕີ  ໄດ້ຊອກທຸກວິທີການເພື່ອຊ່ວຍໃຫ້ປະຊາຊົນຮັກສາການເຊື່ອມຕໍ່ກັບຍາດຕິພີ່ນ້ອງ. ພາບ: qdnd.vn

ປີ 2023, ພະນັກງານ, ພາລະກອນ Viettel ໄດ້ນຳບໍລິສັດໂທລະຄົມມະນາຄົມ Natcom ຂຶ້ນຢູ່ອັນດັບ 1 ຢູ່ ຮາຍຕີ ໃນສະພາບທີ່ປະເທດນີ້ແມ່ນຈຸດເຄັ່ງຮ້ອນກ່ຽວກັບການຂາດສະຖຽນລະພາບດ້ານການເມືອງ, ສະພາບຄວາມໝັ້ນຄົງ, ສັງຄົມອັນຕະລາຍຫຼາຍ. ອີກເທື່ອໜຶ່ງ, ພະນັກງານ, ພາລະກອນຂອງ Viettel ຢູ່ ຮາຍຕີ ຍັງຢຶດໝັ້ນຕັ້ງຫຼັກ, ກູ້ຂໍ້ມູນຢ່າງທັນການ, ຮັກສາການຂາຍສິນຄ້າໃນຫຼາຍຂົງເຂດທີ່ຂາດສະຖຽນລະພາບ, ບໍ່ໃຫ້ເຄືອຂ່າຍຖືກຕັດຂາດ ໃນຂະນະທີ່ຍັງຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານທັງໝົດ. ຄຸນທາດຂອງທະຫານ ໄດ້ສ້າງຂຶ້ນຈາກຄຸນທາດທີ່ "ແຂງກ້າ".

ຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍ

ຢູ່ໃນທຸກປະເທດທີ່ Viettel ໄປລົງທຶນ, ດ້ວຍທິດສະດີທີ່ວ່າ “ພື້ນຖານໂຄງລ່າງໄປກ່ອນ, ດຳເນີນທຸລະກິດຕາມຫຼັງ”, Viettel ໄດ້ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງຢ່າງກວ້າງຂວາງ ດ້ວຍເຕັກໂນໂລຢີທີ່ກ້າວໜ້າ. ບັນດາບໍລິສັດສັງກັດຂອງ Viettel ແມ່ນປັດໄຈສວມບົດບາດອັນສຳຄັນໃນການນຳເອົາເຕັກໂນໂລຢີທີ່ກ້າວໜ້າ ມາຊ່ວຍປະຊາຊົນທຸກຊັ້ນຄົນ ເພື່ອໃຫ້ເຂົາເຈົ້າເຂົ້າເຖິງການບໍລິການ.

ທ່ານ Roque Silva Samuel, ເລຂາທິການໃຫຍ່ພັກກຳອຳນາດ Frelimo ຂອງໂມຊໍາບິກ  ແບ່ງປັນວ່າ: “ການປະກອບສ່ວນຂອງ Movitel ຢູ່ ໂມຊຳບິກ ບໍ່ພຽງແຕ່ແມ່ນການສະໜອງພື້ນຖານໂຄງລ່າງຄົມມະນາຄົມ, ຊ່ວຍເຊື່ອມຕໍ່ປະຊາຊົນເທົ່ານັ້ນ, ຫາກຍັງສະໜອງບໍລິການເພື່ອພັດທະນາເສດຖະກິດ ແລະມະນຸດອີກດ້ວຍ”.

ພາຍຫຼັງດໍາເນີນທຸລະກິດເປັນເວລາ 12 ປີ, Movitel ແມ່ນບໍລິສັດໂທລະຄົມມະນາຄົມ ທີ່ມີພື້ນຖານໂຄງລ່າງກວ້າງຂວາງທີ່ສຸດ ແລະປົກຄຸມຫຼາຍ ແຫ່ງທີ່ສຸດ. ເດືອນພຶດສະພາ ປີ 2024, Movitel ໄດ້ກາຍເປັນບໍລິສັດໂທລະຄົມນາຄົມ ກວມເອົາອັດຕາສ່ວນຕະຫຼາດໃຫຍ່ທີ່ສຸດ ຢູ່ໂມຊໍາບິກ ດ້ວຍເບີໂທລະສັບມືຖືຫຼາຍກວ່າ  11,7 ລ້ານເບີ.

ຢືນຢ່າງໝັ້ນແກ່ນໃນທ່າມກາງຂາດສະຖຽນລະພາບ

ລັກສະນະມີລະບຽບວິໄນ, ກ້າປະເຊີນໜ້າກັບວຽກຍາກ ແມ່ນຈິດໃຈຂອງພະນັກງານ, ພາລະກອນໃນ Viettel ນັບແຕ່ເມື່ອລົງທຶນອອກສູ່ຕ່າງປະເທດ. ນັ້ນແມ່ນປັດໄຈສຳຄັນພາໃຫ້ຄວາມສຳເລັດຂອງ Viettel ໃນຕະຫຼາດສາກົນ. ທ່ານນາງ ຟ້າມຈີລານ, ນັກຊ່ຽວຊານດ້ານເສດຖະກິດ ເຄີຍໃຫ້ຂໍ້ສັງເກດວ່າ: “Viettel ແມ່ນກຸ່ມບໍລິສັດເຮັດທຸລະກິດ ແຕ່ມີຕົ້ນກຳເນີດມາຈາກກອງມທັບ, ສະນັ້ນເຂົາເຈົ້າຈຶ່ງມີຄວາມອົດທົນ,  ຜ່ານຜ່າສິ່ງທ້າທາຍຢ່າງໃຫຍ່ຫຼວງ”.

ໃນຕະຫຼອດເວລາ 15 ປີ, ການຜັນແປດ້ານການເມືອງ, ເສດຖະກິດຂາດສະຖຽນລະພາບ, ໂລກພະຍາດ, ໄພທຳມະຊາດ ເກີດຂຶ້ນເປັນປະຈຳ, ແຕ່ Viettel ຍັງຄົງໝັ້ນທ່ຽງ, ຊ້ຳບໍ່ໜຳແມ່ນບືນໄປໄກກວ່າ, ບໍ່ພຽງແຕ່ຢູ່ຕະຫຼາດ ຮາຍຕີ ຫຼື ໂມຊໍາບິກ.

ຢູ່ ບູຣຸນດີ, ເຊິ່ງແມ່ນປະເທດທຸກຍາກທີ່ສຸດໃນໂລກ, ບໍລິສັດ Lumitel ຂອງ Viettel ຍັງບືນຕົວຂຶ້ນກວມເອົາອັດຕາສ່ວນຕະຫຼາດອັນດັບ 1 ພາຍຫຼັງດຳເນີນທຸລະກິດພຽງແຕ່ 6 ເດືອນ. ຢູ່ມຽນມາ, ພາຍຫຼັງໄດ້ສ້າງສະຖິຕິກ່ຽວກັບການເຕີບໂຕຈໍານວນເບີໂທລະສັບມືຖື ໃນຕະຫຼາດສາກົນໃຫຍ່ທີ່ສຸດຂອງ Viettel, ບໍລິສັດໂທລະຄົມມະນາຄົມ Mytel ກໍ່ບືນຕົວຂຶ້ນຢູ່ອັນດັບ 1 ໃນປະເທດນີ້ ເມື່ອຜ່ານຜ່າການຂາດສະຖຽນລະພາບດ້ານການເມືອງ ແລະ ໂລກພະຍາດ.

ຄືດັ່ງຄໍາເວົ້າຂອງທ່ານ ເລດັງຢູງ, ອະດີດປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ເຄີຍເວົ້າວ່າ: “ຖ້າມີຈິດໃຈອົດທົນຕໍ່ຄວາມຫຍຸ້ງຍາກ, ເມື່ອທຸກສິ່ງທຸກຢ່າງຜ່ານໄປ, ແນ່ນອນພວກເຮົາຈະປະສົບຜົນສໍາເລັດທີ່ສຸດ, Viettel ໄດ້ຫັນທຸກຄວາມຫຍຸ້ງຍາກມາເປັນທ່າໄດ້ປຽບ”.

ໂດຍ: ທູຈາງ