ຈາກພື້ນຖານໂຄງລ່າງໂທລະຄົມມະນາຄົມແຫ່ງຊາດ

ຫວນຄືນກ່ອນປີ 2004, ຫວຽດນາມ ມີສະຖານີກະຈາຍສັນຍານໂທລະສັບມືຖືໃນທົ່ວປະເທດ ພຽງແຕ່ເກືອບ 2.000 ແຫ່ງ. ໂທລະສັບມືຖືແມ່ນບໍລິການທີ່ສິ້ນເປືອງດ້ວຍຄ່າບໍລິການ 1,5 ລ້ານດົ່ງ, ຮັກສາການເຄື່ອນໄຫວ 300.000 ດົ່ງ/ເດືອນ, ຄ່າໂທ 3.000-8.000 ດົ່ງ/ນາທີ.

ວັນທີ 15 ຕຸລາ 2004, Viettel Mobile ເຂົ້າຮ່ວມຕະຫຼາດຢ່າງເປັນທາງການ. ຄວາມໃຝ່ຝັນຂອງພະນັກງານ Viettel ໃນຕອນນັ້ນຂ້ອນຂ້າງສັ້ນພໍສົມຄວນ: “ຊາວຫວຽດນາມ ແຕ່ລະຄົນມີໂທລະສັບມືຖືໜ່ວຍໜຶ່ງ”. ມີຫຼາຍຄົນຖືວ່າສິ່ງເຫຼົ່ານັ້ນເປັນໄປບໍ່ໄດ້. 

leftcenterrightdel
ພິທີເປີດນໍາໃຊ້ສູນຂໍ້ມູນ Viettel-ສູນຂໍ້ມູນທີ່ມີຂະໜາດໃຫຍ່ທີ່ສຸດຂອງຫວຽດນາມ, ຈັດຕັ້ງໃນເດືອນ ເມສາ 2024. ພາບ: ຢ້ຽວລິງ

Viettel ຖືວ່ານັ້ນແມ່ນເປົ້າໝາຍສູງ ແລະຕ້ອງພິຊິດໃຫ້ໄດ້. ໃນເວລາພຽງແຕ່ 3 ປີ, ຈໍານວນສະຖານີກະຈາຍສັນຍານຂອງ Viettel ມີຫຼາຍກວ່າ ສະຖານີກະຈາຍສັນຍານຂອງບໍລິສັດໂທລະຄົມມະນາຄົມທັງໝົດຢູ່ຫວຽດນາມ, ປົກຄຸມໄປເຖິງເຂດຫ່າງໄກສອກຫຼີກ, ເຂດພູດອຍ, ໝູ່ເກາະທະເລ.

ການປະກອບສ່ວນໃຫຍ່ທີ່ສຸດຂອງ Viettel ນັ້ນແມ່ນສ້າງກໍາລັງໜູນເພື່ອໃຫ້ບັນດາວິສາຫະກິດໃນຂະແໜງພ້ອມກັນພັດທະນາ. ການແຂ່ງຂັນຍາດສ່ວນແບ່ງຕະຫຼາດຊ່ວຍໃຫ້ລາຄາຫຼຸດລົງຕາມທິດທີ່ມີປະໂຫຍດສຳລັບລູກຄ້າ. ອັດຕາສ່ວນນຳໃຊ້ໂທລະສັບມືຖືຈາກ 5% ເພີ່ມຂຶ້ນ 95% ໃນປີ 2007, ປະຈຸບັນແມ່ນ 130%, ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕໄວທີ່ສຸດໃນໂລກ.

ປີ 2009, ເຕັກໂນໂລຢີ ອິນເຕີແນັດ ຄວາມຖີ່ກວ້າງ 3G ຂຶ້ນໄປໄດ້ສະໜອງຢູ່ຫວຽດນາມ. ເຖິງວ່າຄໍາໝັ້ນສັນຍາໃນເອກະສານຮັບສະໝັກ 3G ຈະຕິດຕັ້ງສະຖານີກະຈາຍສັນຍານ 5.000 ແຫ່ງ, Viettel ໄດ້ສໍາເລັດ 8.000 ແຫ່ງກ່ອນການເປີດນຳໃຊ້, ທົບກວ່າ 1,5 ເທົ່າເມື່ອທຽບໃສ່ກັບຄຳໝັ້ນສັນຍາ. ຈຳນວນສະຖານີກະຈາຍສັນຍານພັດທະນາໂດຍໄວ, Viettel ກະຈາຍສັນຍານໄປເຖິງໃຈກາງເມືອງ ແລະບັນດາຕາແສງອ້ອມຂ້າງຂອງ 63 ແຂວງ, ນະຄອນ ແລະ 90% ພົນລະເມືອງໃນທົ່ວປະເທດເຖິງປີ 2011.

ໄປຄຽງຄູ່ກັບພື້ນຖານໂຄງລ່າງເຂດປົກຄຸມສັນຍານ, ບັນດາເຕັກໂນໂລຢີຂໍ້ມູນຂ່າວສານກໍ່ໄດ້ຮັບການພັດທະນາ. ດ້ວຍທິດນຳທີ່ວ່າ “ນຳເຕັກໂນໂລຢີຂໍ້ມູນຂ່າວສານ-ໂທລະຄົມເຂົ້າສູ່ທຸກສອກທຸກມູມຂອງການດຳລົງຊີວິດ”, ບັນດາແອັບພິເຄເຊິນ ໃນຂົງເຂດການສຶກສາ, ການແພດ, ການຄຸ້ມຄອງ, ໜູນຊ່ວຍອຳນາດການປົກຄອງທ້ອງຖິ່ນ... ຄ່ອຍໆພັດທະນາ. ໂທລະສັບມືຖືກາຍເປັນເຄື່ອງມືສຳລັບການບໍລິການທີ່ຈຳເປັນຕໍ່ກັບຄົນ.

ຈົນຮອດພື້ນຖານໂຄງລ່າງດີຈີຕອນແຫ່ງຊາດ

10 ປີກ່ອນນີ້, ພື້ນຖານໂຄງລ່າງໂທລະຄົມມະນາຄົມທີ່ເປັນມູນເຊື້ອແມ່ນມີຄວາມຈໍາເປັນຕໍ່ສັງຄົມ, ແຕ່ວ່າມາຮອດປະຈຸບັນ, ພື້ນຖານໂຄງລ່າງດີຈີຕອນແມ່ນປັດໄຈທີ່ມີຄວາມເປັນຕາຍຂອງປະເທດ. ໃນນັ້ນ, ບັນດາບໍລິສັດໂທລະຄົມມະນາຄົມດ້ວຍຄວາມສາມາດດ້ານການເງິນ, ຊັບພະຍາກອນມະນຸດ ແລະເຕັກໂນໂລຢີໄດ້ສວມບົດບາດສຳຄັນໃນການສ້າງພື້ນຖານໂຄງລ່າງດີຈີຕອນຫວຽດນາມ.

leftcenterrightdel
ສູນຂໍ້ມູນ Viettel ມີເຕັກໂນໂລຢີໃໝ່ຫຼ້າສຸດ. ພາບ: ຢ້ຽວລິງ

ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ເນັ້ນໜັກກ່ຽວກັບບົດບາດຂອງວິສາຫະກິດໂທລະຄົມມະນາຄົມ ທີ່ກອງປະຊຸມການທະຫານ-ການເມືອງຂອງ Viettel ຕົ້ນປີ 2024 ດ້ວຍເນື້ອໃນວ່າ “ຍັງບໍເຄີຍມີມາກ່ອນທີ່ບໍລິສັດໂທລະຄົມມະນາຄົມມີການຫັນປ່ຽນສຳຄັນຄືແນວນີ້, ມີພາລະກຳທີ່ໃຫຍ່ຫຼວງຕໍ່ກັບການພັດທະນາຂອງປະເທດຄືແນວນີ້”.

ຕາມທ່ານລັດຖະມົນຕີ ຫງວຽນແມັ້ງຮຸ່ງ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ນຳເອົາຄຳນິຍາມພື້ນຖານໂຄງລ່າງດີຈີຕອນເຂົ້າໃນກົດໝາຍ, ຈາກນັ້ນເຫັນໄດ້ຄວາມສຳຄັນຕໍ່ກັບການພັດທະນາຂອງປະເທດ. ພື້ນຖານໂຄງລ່າງດີຈີຕອນຫວຽດນາມ ລວມມີພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງ IoT, ພື້ນຖານໂຄງລ່າງຂໍ້ມູນຂ່າວສານ. ພື້ນຖານດີຈີຕອນຕ້ອງມີບຸລິມະສິດລົງທຶນ, ຫັນເປັນທັນສະໄໝ ແລະໄປກ່ອນບາດກ້າວໜຶ່ງ ເພື່ອຊຸກຍູ້ການຫັນປ່ຽນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

ທ່ານພົນຈັດຕະວາ ຕ່າວດຶກຖັ໊ງ ປະທານທັງເປັນຜູ້ອຳນວຍການໃຫຍ່ Viettel ໃຫ້ຮູ້ວ່າ Viettel ພ້ອມແລ້ວທີ່ຈະປະກອບສ່ວນສໍາຄັນເຂົ້າໃນຂະບວນການພິຊິດຄວາມຄາດຫວັງພື້ນຖານດີຈີຕອນແຫ່ງຊາດ ແລະ Viettel ກໍ່ກຽມພ້ອມທຸກເງື່ອນໄຂເພື່ອພ້ອມກັບບັນດາວິສາຫະກິດຫວຽດນາມ ຫັນຄວາມຄາດຫວັງຂອງປະຊາຊົນທຸກຄົນ, ທຸກຄອບຄົວ, ທຸກອົງການຈັດຕັ້ງ, ວິສາຫະກິດໃຫ້ປະກົດຜົນເປັນຈິງຈະມີບ່ອນຄິດໄລ່, ເກັບຮັກສາຢູ່ cloud computing ຢ່າງປອດໄພ, ມີໄຫວພິບ ແລະມີປະສິດທິຜົນ.

ດ້ວຍການເປີດນຳໃຊ້ສູນຂໍ້ມູນ Viettel ຢູ່ຮວ່າລາກ (ຮ່າໂນ້ຍ), Viettel ເປັນກົມກອງທີ່ມີພື້ນຖານໂຄງລ່າງ DC ໃຫຍ່ທີ່ສຸດຢູ່ຫວຽດນາມ, ດ້ວຍ 14 DC ທີ່ມີກໍາລັງຕິດຕັ້ງ 87MW, ໃນຈຳນວນ 32 DC ຢູ່ຫວຽດນາມ. ສະເພາະສູນຂໍ້ມູນ Viettel ຢູ່ຮວ່າລາກ ທີ່ຫາກໍ່ເປີດຕົວມີກຳລັງຕິດຕັ້ງຂຶ້ນເຖິງ 30MW. ທ່ານພົນຈັດຕະວາ ຕ່າວດຶກຖັ໊ງ ຢັ້ງຢືນວ່າ ກຸ່ມບໍລິສັດມີແຜນການສືບຕໍ່ລົງທຶນ 40.000 ຕື້ດົ່ງເຖິງປີ 2030, ເປີດກວ້າງຂະໜາດ DC ໃຫ້ທົບ 3 ເທົ່າໃນປະຈຸບັນ, ບັນລຸ 34.000 rack.

ທ່ານພົນຈັດຕະວາ ຕ່າວດຶກຖັ໊ງ ເວົ້າວ່າ: “35 ປີແຫ່ງການກໍາເນີດ ແລະພັດທະນາ, Viettel ໄດ້ປະກອບສ່ວນສ້າງການປະຕິວັດກ່ຽວກັບໂທລະສັບມືຖື, ອິນເຕີແນັດຄວາມຖີ່ກວ້າງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດີຈີຕອນຂອງປະເທດຊາດ”.

ໂດຍ: ແສງເດືອນ