ອາຍຸໜຸ່ມແຕ່ເຮັດວຽກງານໃຫຍ່

ຫງວຽນຟຸກແຄ໋ງ, ວິສະວະກອນຊອບແວ, ສະຖາບັນການບິນອະວະກາດ Viettel, ແມ່ນໜຶ່ງໃນບັນດາຄົນງານໃໝ່ໃນກຸ່ມບໍລິສັດ Viettel. ຫາກໍ່ຮຽນຈົບມະຫາວິທະຍາໄລ, ແຄ໋ງ ໄດ້ຮັບມອບໝາຍໜ້າທີ່ຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີຂັບລົດດ້ວຍຕົນເອງໃຫ້ເຮືອບິນບໍ່ມີຄົນຂັບ (UAV). ເມື່ອເຮັດວຽກງານພິເສດນີ້, ແຄ໋ງ ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ແຕ່ນີ້ແມ່ນວຽກງານທີ່ລາວເມົາມົວ ນັບແຕ່ລາວກຳລັງຮຽນ ໃນລົງເລິກຂະແໜງບັນຊາແບບອັດຕະໂນມັດ ຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ.

ຟຸກແຄ໋ງ ແບ່ງປັນວ່າ: “ນ້ອງນິຍົມ ແລະນັບຖືວຽກງານຂອງຕົນ, ເພາະວ່າ ດ້ວຍການຄົ້ນຄ້ວາ, ພັດທະນາ ແລະຜະລິດອຸປະກອນເຕັກໂນໂລຢີສູງ, Viettel ໄດ້ ແລະກໍາລັງປະກອບສ່ວນເຂົ້າໃນການພັດທະນາພື້ນຖານອຸດສາຫະກໍາປ້ອງກັນຊາດ, ປະກອບສ່ວນປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ”.

ໂດ໊ແອັງຢູງ, ເກີດປີ 2003 ແມ່ນນັກສຶກສາປີທີ 3 ທີ່ມາຈາກມະຫາວິທະຍາໄລເຕັກໂນໂລຢີ, ຂຶ້ນກັບມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພວມຝຶກງານຢູ່ບໍລິສັດຄວາມປອດໄພດ້ານໄຊເບີ Viettel (VCS) ໄດ້ຮັບແຊ໋ມໂລກໃນປີ 2023, ຢູງ ໄດ້ຮັບເລືອກເຂົ້າທີມຂອງບໍລິສັດໄປແຂ່ງຂັນ  Pwn2Own. ນີ້ແມ່ນການແຂ່ງຂັນແຊກຊຶມເຄືອຄ່າຍອິນເຕີແນັດໃຫຍ່ທີ່ສຸດຂອງໂລກ, ເຊິ່ງໄດ້ດຶງດູດຊ່ຽວຊານດ້ານການຮັກສາຄວາມລັບແຖວໜ້າ ມາແຂ່ງຂັນໂດຍກົງ ກັບກໍາລັງປ້ອງກັນຄວາມສະຫງົບ ຂອງບໍລິສັດເຕັກໂນໂລຢີໃຫຍ່ທີ່ສຸດ ເພື່ອກວດກາລະດັບຄວາມປອດໄພຂອງຜະລິດຕະພັນທົ່ວໄປ. ເປັນຄັ້ງທໍາອິດທີ່ເຂົ້າຮ່ວມ, ຢູງ ຢາກ "ເຮັດສິ່ງໃດແດ່ທີ່ແຕກຕ່າງກັນ", ດັ່ງນັ້ນລາວໄດ້ເລືອກເຟັ້ນຜະລິດຕະພັນທີ່ມີຊື່ສຽງຂອງ Oracle ເພື່ອແຊກຊຶມ. ຕໍ່ໜ້າການປ້ອງກັນຂອງທີມເຕັກນິກ  Oracle, ລະບົບຍັງຖືກ "ທໍາລາຍ" ນຳມາເຊິ່ງຄະແນນສູງໃຫ້ທີມ VCS, ປະກອບສ່ວນຍາດໄດ້ແຊ໋ມ Pwn2Own ໃນປີ 2023.

leftcenterrightdel
ກົງລິງ ຕາງໜ້າທີມຄົ້ນຄວ້າ ຮັບລາງວັນຊາວເຄວ. ພາບ: qdnd.vn

ນີ້ແມ່ນຄັ້ງທຳອິດທີ່ບໍລິສັດຄວາມໝັ້ນຄົງທາງອິນເຕີແນັດຂອງຫວຽດນາມ ໄດ້ຈັດອັນດັບໜຶ່ງໃນການແຂ່ງຂັນແຊກຊຶມເຄືອຄ່າຍອິນເຕີແນັດໃຫຍ່ທີ່ສຸດຂອງໂລກ. ທີມ Viettel ໄດ້ຮັບຄະແນນສູງສຸດດ້ວຍ 7/7 ລາຍການ, ລວມ 30 ຄະແນນ ແລະກາຍເປັນທີມຊະນະເລີດຂອງໂລກ.

ໂດ໊ແອັງຢູງ ແບ່ງປັນວ່າ "ຍ້ອນເຂົ້າຮ່ວມເປັນຄັ້ງທໍາອິດ, ນ້ອງຈຶ່ງແຂ່ງຂັນຈົນສຸດຄວາມສາມາດ ຖ້າບໍ່ໄດ້ກໍ່ບໍ່ເປັນຫຍັງ, ແຕ່ໂຊກດີທີມງານໄດ້ຮັບຊະນະເລີດ. ໃນທີມຂອງ ຢູງ ມີຜູ້ຊາຍ13 ຄົນ, ສ່ວນຫຼາຍໃນເກີນອາຍຸ GenZ. ອາຍຸສູງສຸດແມ່ນ 34 ປີ, ອາຍຸນ້ອຍສຸດແມ່ນ 20 ປີ.

ເຂົ້າຮ່ວມ Viettel ແຕ່ເດືອນພຶດສະພາ 2022 ເມື່ອຍັງເປັນນັກສຶກສາ, ເຈິ່ນຮຸຍຮວ່າງ ໄດ້ເປັນສະມາຊິກຂອງທີມພັດທະນາຜະລິດຕະພັນ Viettel Social Digital Twin (VSDT). ປະເຊີນໜ້າກັບສິ່ງທ້າທາຍດ້ານເຕັກໂນໂລຢີຟື້ນຟູສໍາເນົາດີຈີຕອນທີ່ສັບສົນແຖວໜ້າຂອງໂລກ. ແຕ່ລະມື້, ຮວ່າງ ນອນຫຼັບພຽງ 3-4 ຊົ່ວໂມງ, ເວລາຍັງເຫຼືອແມ່ນເມົາມົວກັບການຄົ້ນຄ້ວາເຕັກໂນໂລຢີ. ພາຍຫຼັງ 9 ເດືອນ, ວິສະວະກອນ ຊອບແວທີ່ເກີດປີ 1999 ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ກາຍເປັນຜູ້ຕາງໜ້າ Viettel ແນະນຳຜະລິດຕະພັນດັ່ງກ່າວທີ່ກອງປະຊຸມ Mobile World Congress (MWC) 2023.

ໂອກາດໄດ້ພິສູດໃຫ້ເຫັນຄວາມສາມາດ, ໄດ້ເຮັດວຽກໃນສະພາບແວດລ້ອມທີ່ມີຫົວຄິດປະດິດສ້າງ, ໄດ້ຮັບການຕີລາຄາ ແລະຮັບຮູ້ຢ່າງຖືກຕ້ອງ... ແມ່ນປັດໄຈທີ່ພະນັກງານໜຸ່ມຫຼາຍຄົນ ຢູ່ Viettel ນິຍົມ.

ເມື່ອມີຄວາມເມົາມົວ, ມີໂຄງການໂດຍພວກເພື່ອນໜຸ່ມຄົ້ນຄ້ວາ ແລະສະເໜີ. ເຄື່ອງມືຮັບຮູ້ຄວາມຮູ້ສຶກຂອງລູກຄ້າ Call Monitor ໂດຍກຸ່ມຄົນໜຸ່ມ GenZ, ເກີດແຕ່ປີ 1995 - 1999 ພັດທະນາ. ຫົວໜ້າທີມແມ່ນ ຫງວຽນວັນກົງລິງ, ເກີດປີ 1997, ເຂົ້າເປັນສະມາຊິກ Viettel Telecom ນັບແຕ່ປີ 2020. ແອັບພຼີເຄຊັນເຕັກໂນໂລຢີ Deep Learning ແລະ Machine Learning ວິເຄາະນ້ຳສຽງ, Call Monitoring  ຄວບຄຸມ ການໂທຫານັບເປັນແສນແບບອັດຕະໂນມັດ ໃນແຕ່ລະມື້, ອັນໄດ້ປະຢັດກຳລັງເຫື່ອແຮງໃຫ້ພາລະກອນ.

ຄວາມປາດຖະໜາ ແລະກາລະໂອກາດ

ເພື່ອກະກຽມກຳລັງທີ່ໜຸ່ມແໜ້ນ, Viettel ໄດ້ມີໂຄງການຮ່ວມມືກັບມະຫາວິທະຍາໄລຫຼາຍແຫ່ງ, ໜູນຊ່ວຍດ້ວຍການຝຶກງານ ຫຼືມອບທຶນສຶກສາປະລິນຍາໂທ. ບັນດາເພື່ອນໜຸ່ມມາຝຶກງານຈະໄດ້ຮັບການແນະນຳ, ໃຫ້ຄຳປຶກສາໂດຍກົງ ແລະ ຝຶກອົບຮົມຈາກບັນດານັກຊ່ຽວຊານ ແຖວໜ້າຂອງ Viettel, ຄ່ອຍໆເຂົ້າຮ່ວມບັນດາໂຄງການໃຫຍ່ຂອງ Viettel.

ຈຸດພົ້ນເດັ່ນທີ 2 ແມ່ນໄດ້ສະແດງໃຫ້ເຫັນຜ່ານບັນດາເລື່ອງລາວຂອງ ແຄ໋ງ, ຢູງ, ຮວ່າງ, ລີງ ລ້ວນແຕ່ມີຈຸດລວມນັ້ນແມ່ນ: “ໄດ້ຮັບການຊີ້ບອກ, ແນະນຳຢ່າງສຸດຈິດສຸດໃຈຈາກອ້າຍເອື້ອຍໃນ Viettel, ສະນັ້ນໄດ້ກຳແໜ້ນວຽກງານຢ່າງວ່ອງໄວ”. ຍ້ອນໄດ້ຮັບການແນະນໍາ, ແບ່ງປັນ, ແລະການຕິດຕາມຢ່າງທັນການຈາກບັນດານັກຊ່ຽວຊານທີ່ມີປະສົບການນັ້ນ ໄດ້ຊ່ວຍໃຫ້ພວກເພື່ອນຫນຸ່ມຊອກໄດ້ເປົ້າໝາຍ ຜ່ານຄວາມມານະພະຍາຍາມດ້ວຍຕົນເອງ.

leftcenterrightdel
ເຈິ່ນຮຸຍຮວ່າງ (ຜູ້ຊາຍ) ແນະນໍາຜະລິດຕະພັນ Viettel Social Digital Twin (VSDT) ທີ່ກອງປະຊຸມ Mobile World Congress (MWC) 2023. ພາບ: qdnd.vn

ການລົງທຶນໃຫ້ມະນຸດແມ່ນມາດຕະການແຖວໜ້າທີ່ສ້າງເປັນຄວາມແຕກຕ່າງກັນຂອງ Viettel. ໂອກາດໄດ້ຮັບການກໍ່ສ້າງຜ່ານການເຂົ້າຮ່ວມ ຄົ້ນຄວ້າລົງເລິກ ແລະໄດ້ເຮັດວຽກຮ່ວມກັບຜູ້ຊ່ຽວຊານກ່ຽວກັບຄວາມປອດໄພດ້ານໄຊເບີ ທີ່ຫາກໍ່ໄດ້ຮັບລາງວັນທີໜຶ່ງທີ່ການແຂ່ງຂັນ Pwn2Own ນັ້ນແມ່ນສາຍເຫດທີ່ພາໃຫ້ VCS ກາຍເປັນບ່ອນເຮັດວຽກດຶງດູດທີ່ສຸດ. ເມື່ອຖືກຖາມວ່າ ເປັນຫຍັງນ້ອງຈຶ່ງເລືອກ Viettel,  ໂງແອັງຮຸຍ, ສະມາຊິກໃນທີມ Pwn2Own Viettel ເວົ້າວ່າ: “ຈາກປະສົບການຂອງຂ້າພະເຈົ້າ, ບໍລິສັດ ທີ່ລົງທຶນໄລຍະຍາວໃຫ້ແກ່ການຄົ້ນຄວ້າກ່ຽວກັບຄວາມປອດໄພດ້ານໄຊເບີ  ແລະບັນດາກຸ່ມຄົ້ນຄວ້າຄື Viettelແມ່ນມີໜ້ອຍ”.

Viettel ຍາມໃດກໍ່ມີການເຄື່ອນໄຫວເພື່ອໃຫ້ພວກເພື່ອນໜຸ່ມສະແດງໃຫ້ເຫັນຄວາມສາມາດປະດິດຄິດສ້າງຂອງຕົນ. Innovative Me ເພື່ອແບ່ງປັນແນວຄວາມຄິດປະດິດສ້າງຜະລິດຕະພັນ ແລະການບໍລິການໃໝ່ທີ່ບໍ່ເຄີຍມີຢູ່ Viettel ແລະ ຫວຽດນາມ.

ແບ່ງປັນກ່ຽວກັບວຽກງານຂອງຕົນ, ພວກເພື່ອນໜຸ່ມ ໃນຂົງເຂດຄົ້ນຄວ້າເຕັກໂນໂລຢີຢູ່ Viettel ສ່ວນຫຼາຍຮູ້ສຶກດີໃຈ ເພາະວ່າ ຢາກສະແດງຄວາມສາມາດຂອງຕົນເອງ, ຕ້ອງການມີຄວາມມຸ່ງຫວັງ ແລະກາລະໂອກາດ. ຢູ່ Viettel, ມີທັງ 2 ສິ່ງດັ່ງກ່າວ. ນອກຈາກກາລະໂອກາດ, ຍັງມີຜູ້ພາທາງ ແລະເພື່ອນຮ່ວມອາຊີບເດີນທາງນຳກັບ. ແລະວຽກງານຂອງພວກເພື່ອນໜຸ່ມແມ່ນ ອຸທິດທຸກຄວາມສາມາດຂອງຕົນ. ດ້ວຍສາຍເຫດນັ້ນ, Viettel ໄດ້ກາຍເປັນບໍລິສັດດຶງດູດ ທີ່ສຸດສຳລັບໄວໜຸ່ມທີ່ເມົາມົວກັບເຕັກໂນໂລຢີໃນຊຸມປີມໍ່ໆມານີ້.

ໂດຍ: ທູຈາງ