ເປັນເຈົ້າການເລືອກເອົາວຽກງານທີ່ຫຍຸ້ງຍາກ

ຈາກວິສາຫະກິດທີ່ຕ້ອງຮັບວຽກງານທີ່ຫຍຸ້ງຍາກ, ຫຼັງຈາກນັ້ນ Viettel ໄດ້ເປັນເຈົ້າການເລືອກເອົາວຽກງານທີ່ຫຍຸ້ງຍາກ. ປີ 2006, ເມື່ອຫາກໍ່ດຳເນີນທຸລະກິດໂທລະຄົມມະນາຄົມໄດ້ພຽງ 2 ປີເທົ່ານັ້ນ, Viettel ໄດ້ເລືອກເອົາວຽກງານທີ່ຫຍຸ້ງຍາກໃຫ້ແກ່ຕົນ ນັ້ນແມ່ນລົງທຶນຢູ່ຕ່າງປະເທດ. ຫຼາຍຄົນຖືວ່າ ນັ້ນແມ່ນບາດກ້າວທີ່ສ່ຽງໄພເມື່ອຢູ່ພາຍໃນປະເທດ, Viettel ຍັງບໍ່ທັນຄົງຕົວໄດ້ຢ່າງໝັ້ນຄົງ.  ຫວຽດນາມ ມີພົນລະເມືອງກວ່າ 84 ລ້ານຄົນ, ອັດຕາຜູ້ເຂົ້າເຖິງໂທລະຄົມມະນາຄົມໃນໄລຍະນັ້ນຍັງບໍ່ທັນສູງ, ຄວາມສາມາດບົ່ມຊ້ອນໃນການພັດທະນາຍັງອຸດົມສົມບູນຢູ່ແມ່ນປະເທດທີ່ສ້າງຄວາມດຶງດູດໃຫ້ແກ່ນັກລົງທຶນເປັນຈຳນວນຫຼວງຫຼາຍ. ເປັນຫຍັງ Viettel ໄດ້ລົງທຶນຢູ່ຕ່າງປະເທດ? ເງິນລົງທຶນກໍ່ສ້າງເຄືອຂ່າຍຢູ່ ຫວຽດນາມ ຍັງຖືກຈ່າຍຊ້າຢູ່ ແຫຼ່ງທຶນ ເພື່ອໃຫ້ Viettel ສືບຕໍ່ລົງທຶນຢູ່ກຳປູເຈຍ ແລະ ລາວ ແມ່ນມາຈາກໃສ? ບຸກຄະລາກອນຂອງ Viettel ຫາກໍ່ຫັນຈາກການກໍ່ສ້າງມາດຳເນີນທຸລະກິດ, ແລະພວມຖອດຖອນບົດຮຽນຈາກການສ້າງຄ່າບໍລິການ, ເບິ່ງແຍງ ແລະຮັບໃຊ້ລູກຄ້າ, ເຮັດແນວໃດທີ່ສາມາດລົງທຶນຢູ່ຕ່າງປະເທດດ້ວຍຄວາມແຕກຕ່າງກັນທາງດ້ານພາສາ, ວັດທະນະທຳ ແລະນິຕິກໍາ?

ຈາກປະເທດບ້ານໃກ້ຮືອນຄຽງກຳປູເຈຍ ແລະລາວ, ແລ້ວຂະຫຍາຍໄປຍັງໄຮຕີ, ໂມຊຳບິກ, ຕີມໍຕາເວັນອອກ, ບູຣຸນດີ, ແທນຊາເນຍ, ເປຣູ ແລະຫວ່າງແລ້ວນີ້ແມ່ນ ມຽນມາ. Viettel ເຂົ້າສູ່ບັນດາປະເທດອາຊີ, ອາເມລິກາລາຕິນ, ອາຟະຣິກາເທື່ອລະກ້າວ, ແກ່ງແຍ້ງກັບບັນດາຄູ່ແຂ່ງແຖວໜ້າດ້ານໂທລະຄົມມະນາຄົມຢູ່ໂລກ. ດ້ວຍຈິດໃຈ, ລະບຽບວິໄນ, ເຈດຈໍານົງຄວາມຕັດສິນໃຈຂອງບັນດານັກຮົບໄດ້ພາໃຫ້ Viettel ບໍ່ຖອຍຫຼັງ. ສ້າງສິ່ງມະຫັດສະຈັນຫຼາຍຢ່າງຢູ່ບັນດາປະເທດທີ່ Viettel ລົງທຶນ.

leftcenterrightdel
ວິສະວະກອນ Viettel ຄົ້ນຄວ້າ ແລະພັດທະນາອຸປະກອນໃຫ້ແກ່ເຄືອຂ່າຍໂທລະຄົມມະນາຄົມ 5G. ພາບ: ຫວູເຮືອງ

ພາຍຫຼັງ 15 ປີແຫ່ງທີ່ຂະຫຍາຍການລົງທຶນອອກຕ່າງປະເທດ, Viettel ໄດ້ກາຍເປັນນັກລົງທຶນສາກົນອາຊີບ, ຢືນອັນດັບ 1 ໃນ 7/10 ຕະຫຼາດສາກົນ. ລາຍຮັບຈາກການເຄື່ອນໄຫວລົງທຶນຢູ່ຕ່າງປະເທດ ບັນລຸກວ່າ 3 ຕື້ໂດລາສະຫະລັດ (ປີ 2023), ຮັກສາລະດັບເຕີບໂຕສູງໃນ 7 ປີຢ່າງຕໍ່ເນື່ອງ, ທົບ 5 ເທົ່າລະດັບສະເລ່ຍຂອງຂະແໜງໃນໂລກ, ນຳມາເຊິ່ງລາຍຮັບດ້ວຍເງິນຕາຕ່າງປະເທດທີ່ສົ່ງມາຫວຽດນາມ ໃນແຕ່ລະປີຂຶ້ນເຖິງ 500 ລ້ານໂດລາສະຫະລັດ.

ຜົນສຳເລັດຂອງ Viettel ບໍ່ພຽງແຕ່ສະແດງໃຫ້ເຫັນດ້ວຍປະສິດທິຜົນດ້ານເສດຖະກິດເທົ່ານັ້ນ, ຫາກຍັງແມ່ນອາລົມຈິດຂອງເພື່ອນມິດສາກົນທີ່ສະຫງວນໃຫ້ແກ່ວິສາຫະກິດຫວຽດນາມ, ປະເທດ ແລະປະຊາຊົນຫວຽດນາມ ດ້ວຍວິທີດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ ແລະມະນຸດຊາດອີກດ້ວຍ.

ວຽກງານທີ່ຫຍຸ້ງຍາກແມ່ນກຳລັງໜູນເພື່ອມີຫົວຄິດປະດິດສ້າງຂອງ Viettel

ພວມປະສົບຜົນສຳເລັດດ້ວຍໂທລະຄົມມະນາຄົມ, Viettel ຕັດສິນໃຈຫັນເປັນຜູ້ໃຫ້ບໍລິການດີຈີຕອນ. ນັບແຕ່ນັ້ນມາ, Viettel ໄດ້ສຸມໃສ່ແຫຼ່ງກຳລັງໃຫ້ແກ່ການພັດທະນາບັນດາພື້ນຖານ ແລະຜະລິດຕະພັນເຕັກໂນໂລຢີ.

ຕະຫຼາດມີບໍລິສັດເຕັກໂນໂລຢີນັບໝື່ນແຫ່ງ, ຢາກພັດທະນາພ້ອມກັນ, Viettel ໄດ້ເລືອກເຟັ້ນເສັ້ນທາງສະເພາະໃຫ້ຕົນ, ນັ້ນແມ່ນລົງທຶນພື້ນຖານໂຄງລ່າງ, ໃຫ້ເຊົ່າບໍລິການ ແລະອີງຕາມຄວາມຕ້ອງການຂອງລູກຄ້າແຕ່ລະຄົນ. ບໍ່ເຂົ້າຮ່ວມບັນດາຜະລິດຕະພັນ, ພື້ນຖານດີຈີຕອນທີ່ໄດ້ມີທຸລະກິດເຮັດດີຢູ່ແລ້ວ, Viettel ເລືອກເອົາບັນດາສິ່ງທີ່ຫຍຸ້ງຍາກເຊິ່ງບັນດາວິສາຫະກິດສາມາດລົງທຶນໄດ້ນັ້ນບໍ່ມີຫຼາຍ. ບົດບາດຂອງກຸ່ມບໍລິສັດເສດຖະກິດຂະໜາດໃຫຍ່, Viettel ເຫັນໄດ້ຄວາມຮັບຜິດຊອບຂອງຕົນໃນການປະຈັນບານ ແລະເປັນກໍາລັງຫຼັກແຫຼ່ງກໍ່ສ້າງພື້ນຖານດີຈີຕອນແຫ່ງຊາດ.

6 ຂົງເຂດທີ່ Viettel ກຳນົດຈະສຸມໃສ່ຜັນຂະຫຍາຍ ເພື່ອຫັນຄວາມຄາດຫວັງສ້າງສັງຄົມດີຈີຕອນຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງ ນັ້ນແມ່ນ: ພື້ນຖານໂຄງລ່າງດີຈີຕອນ, ການເງິນດີຈີຕອນ, ມາດຕະການດີຈີຕອນ, ເນື້ອໃນດີຈີຕອນ, ຄວາມໝັ້ນຄົງທາງອິນເຕີແນັດ ແລະຄົ້ນຄວ້າການຜະລິດອຸດສາຫະກຳເຕັກໂນໂລຊີສູງ.

ພື້ນຖານໂຄງລ່າງດີຈີຕອນທີ່ດ້ວຍສາຍກາບໃຍແສງນັບຫຼາຍແສນກິໂລແມັດ. ການເງິນດີຈີຕອນ ພາຍຫຼັງການເປີດຕົວພຽງແຕ່ 2 ປີ ລະບົບນິເວດ Viettel Money ດ້ວຍຜູ້ໃຊ້ຫຼາຍກວ່າ 24 ລ້ານຄົນ, ກວມເອົາ 32% ຂອງສ່ວນແບ່ງຕະຫຼາດ e-wallet, 60% ຂອງສ່ວນແບ່ງຕະຫຼາດເງິນຕາມືຖື. ພື້ນຖານ, ມາດຕະການດີຈີຕອນໃຫ້ລັດຖະບານ, ການສຶກສາ, ສາທາລະນະສຸກ... ໄດ້ນຳເຂົ້າການເຄື່ອນໄຫວ. ກໍາລັງຮັກສາຄວາມໝັ້ນຄົງທາງອິນເຕີເນັດແມ່ນຍອດຢ້ຽມ ເພື່ອປົກປ້ອງຄວາມໝັ້ນຄົງທາງອິນເຕີເນັດ. ທຸກສິ່ງທຸກຢ່າງພວມຫັນຄວາມຄາດຫວັງສ້າງສັງຄົມດີຈີຕອນຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ວຽກງານທີ່ຫຍຸ້ງຍາກໄດ້ກາຍເປັນກໍາລັງໜູນເພື່ອມີຫົວຄິດປະດິດສ້າງຂອງ Viettel. ຍ້ອນເຫດນັ້ນ, ພ້ອມກັບການລົງທຶນຢູ່ຕ່າງປະເທດ, Viettel ໄດ້ເລີ່ມປະຕິບັດວຽກງານທີ່ຫຍຸ້ງຍາກອື່ນອີກ, ນັ້ນແມ່ນຄົ້ນຄວ້າການຜະລິດ - ຄວາມໃຝ່ຝັນມາແຕ່ດົນນານແລ້ວ.

ປະເຊີນໜ້າກັບຄວາມສົງໄສທີ່ວ່າຊາວຫວຽດນາມ ສາມາດເປັນເຈົ້າການຄົ້ນຄວ້າ ແລະ ຜະລິດເຕັກໂນໂລຊີສູງໄດ້ບໍ່, Viettel ໄດ້ເລືອກເອົາຂົງເຂດທີ່ຕົນມີຄວາມຮູ້ຫຼາຍທີ່ສຸດ ນັ້ນແມ່ນ ອຸປະກອນຂໍ້ມູນຂ່າວສານການທະຫານ. ຈາກນັ້ນສືບຕໍ່ເປີດກວ້າງອອກບັນດາອາວຸດຍຸດໂທປະກອນ ອຸປະກອນການທະຫານອື່ນໆ, ຄື: ລະບົບຄຸ້ມຄອງເຂດນ່ານຟ້າແຫ່ງຊາດ, radar, drone... ໝາກຜົນໃນເບື້ອງຕົ້ນໄດ້ສົ່ງເສີມເຮັດໃຫ້ Viettel ຕັດສິນໃຈຜະລິດອາວຸດຍຸດທະສາດເຕັກໂນໂລຊີສູງ ເພື່ອປົກປັກຮັກສາພື້ນຖານສັນຕິພາບຂອງປະເທດ.

ການຄົ້ນຄວ້າ ແລະຜະລິດອາວຸດຍຸດໂທປະກອນແມ່ນຄວາມລັບຂອງແຕ່ລະປະເທດ. ສະນັ້ນ, Viettel ເຂົ້າໃຈວ່າ ບໍ່ສາມາດລໍຖ້າການຖ່າຍທອດເຕັກໂນໂລຊີ, ກໍ່ຄືບໍ່ສາມາດການຮ່ວມມື ຫຼືຮ່ວມທຸລະກິດໄດ້. ບໍ່ພຽງແຕ່ສໍາລັບການທະຫານ, ນັບທັງຕໍ່ບັນດາອຸປະກອນພົນລະເຮືອນເຊັ່ນ ອຸປະກອນເຄືອຂ່າຍໂທລະຄົມນາຄົມ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ... ບັນຫາຕ້ອງເຮັດເອົາເອງສືບຕໍ່ໄດ້ວາງອອກ. ສິ່ງທ້າທາຍແມ່ນຍັງຫຼາຍກວ່າເມື່ອໂລກຜ່ານສອງປີຮັບມືກັບພະຍາດໂຄວິດ-19 ແລະການປະທະກັນລະຫວ່າງລັດເຊຍ - ຢູເກຼນ. ຕ່ອງໂສ້ການສະໜອງຖືກຂາດຫັກໃນທົ່ວໂລກ ແລະວັດຖຸດິບຍັງຂາດເຂີນແຕ່ບໍ່ສາມາດເຮັດໃຫ້ທະຫານ Viettel ເບື່ອໜ່າຍ ແລະທໍ້ຖອຍເຈດຈໍານົງໄດ້.

ເລີ່ມແຕ່ປີ 2007, ພາຍຫຼັງ 17 ປີ, Viettel ມີຜະລິດຕະພັນ 50 ກວ່າປະເພດ ໃນ 10 ຂະແໜງອາວຸດຍຸດໂທປະກອນ, ເຕັກນິກເຕັກໂນໂລຊີສູງ ຕາມຮູບແບບການສູ້ຮົບທີ່ທັນສະໄໝທີ່ສຸດໃນໂລກ, ເໝາະສົມກັບຄວາມຕ້ອງການຂອງຜູ້ນຳໃຊ້ ແລະເງື່ອນໄຂສູ້ຮົບຂອງກອງທັບປະຊາຊົນຫວຽດນາມ, ໃນນັ້ນບາງປະເພດມີລັກສະນະສູ້ຮົບ-ເຕັກນິກທີ່ກ້າວໜ້າ ແລະທັນສະໄໝກວ່າບັນດາຜະລິດຕະພັນປະເພດດ່ຽວກັນໃນໂລກ, ຮັບປະກັນຄວາມລັບ ແລະເປັນເຈົ້າໃນການຜະລິດ, ປະກອບສ່ວນຍົກສູງທ່າແຮງບົ່ມຊ້ອນດ້ານການທະຫານ ແລະປ້ອງກັນຊາດ.

Viettel ກໍ່ເຮັດໃຫ້ໂລກຕົກໃຈເມື່ອໄດ້ປະກາດແຜງວົງຈອນ ແລະ ຊິບ 5G ຢູ່ງານວາງສະແດງໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ MWC. ສິ່ງທີ່ແປກປະຫຼາດກວ່ານັ້ນແມ່ນ Viettel ພວມແມ່ນວິສາຫະກິດໜຶ່ງດຽວໃນໂລກຜະລິດອຸປະກອນໂທລະຄົມມະນາຄົມໄດ້. Viettel ກໍ່ພາໃຫ້ຫວຽດນາມ ກາຍເປັນໜຶ່ງໃນ 6 ປະເທດທຳອິດໃນໂລກເປັນເຈົ້າເຕັກໂນໂລຊີ 5G.

ຈາກກອງທະຫານຜະລິດຂອງກອງທັບ, ປະຈຸບັນ Viettel ໄດ້ກາຍເປັນກຸ່ມບໍລິສັດເຕັກໂນໂລຊີທົ່ວໂລກດ້ວຍພາລະກໍາຂອງຊາດ. ການເຕີບໃຫຍ່ຂອງ Viettel ແມ່ນເລີ່ມມາຈາກຄວາມຄາດຫວັງ, ເມົາມົວ,  ຄວາມມານະພະຍາຍາມ ແລະຄວາມກ້າເຮັດກ້າທຳ.

ຫວນຄືນໄລຍະທາງທີ່ໄດ້ຜ່ານໄປ, ໃນແຕ່ລະ 10 ປີ, Viettel ກໍ່ມີຫັນປ່ຽນທັງດ້ານຄຸນນະພາບ ແລະປະລິມານ. ການຫັນປ່ຽນນັ້ນແມ່ນມາຈາກການເລືອກເອົາວຽກງານທີ່ຫຍຸ້ງຍາກ, ຜ່ານຜ່າໄດ້ຍາກ. ເພື່ອພັດທະນາ, Viettel ຈະສືບຕໍ່ມີຄວາມຄາດຫວັງໃໝ່, ຮັບປະຕິບັດໜ້າທີ່ໃໝ່, ຫຍຸ້ງຍາກກວ່າ, ທ້າທາຍກວ່າ, ສູງກວ່າຄວາມສາມາດຂອງຕົນ. ມອງກວ້າງເຫັນໄກ, ວາງຄາດໝາຍໃຫ້ໄລຍະຍາວ, ຮັບຜິດຊອບໜ້າທີຂອງຊາດດ້ວຍຈີນຕະນາການທົ່ວໂລກ, ນັ້ນແມ່ນເສັ້ນທາງທີ່ Viettel ເລືອກເຟັ້ນ, ດ້ວຍຫົວໃຈ ແລະມັນສະໝອງຂອງຕົນ.

ໂດຍ: ທະນາພອນ