ທີ່ງານວາງສະແດງ ແລະກອງປະຊຸມບໍລິການປ້ອງກັນຊາດ ອາຊີ (DSA) ຄັ້ງທີ 18 ແລະງານວາງສະແດງປ້ອງກັນຄວາມສະຫງົບສາກົນ ອາຊີ (NATSEC) ຄັ້ງທີ 3 ຫາກໍ່ໄດ້ໄຂຂຶ້ນ ຢູ່ ກົວລາລຳເປີ (ມາເລເຊຍ), ຜູ້ຕາງໜ້າກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ແມ່ນບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech-VHT), ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດກັບບັນດາບໍລິສັດແຖວໜ້າຂອງມາເລເຊຍ ເພື່ອແນໃສ່ເປີດກວ້າງການດໍາເນີນທຸລະກິດຜະລິດຕະພັນອຸດສາຫະກໍາປ້ອງກັນຊາດເຕັກໂນໂລຊີສູງ.

leftcenterrightdel
ແຂກສາກົນຢ້ຽມຊົມບັນດາຜະລິດຕະພັນຂອງ Viettel High Tech ຢູ່ງານວາງສະແດງ. ພາບ: qdnd.vn

VHT ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບ MIM Defense - ເຊິ່ງແມ່ນບໍລິສັດແຖວໜ້າກ່ຽວກັບການສະໜອງລະບົບຜະລິດຕະພັນການທະຫານເຕັກໂນໂລຊີສູງ. MIM Defense, ດ້ວຍຄວາມຮູ້ທີ່ເລິກເຊິ່ງ ກວ້າງຂວາງ ແລະມີປະສົບການຢູ່ຕະຫຼາດມາເລເຊຍ, ຈະກາຍເປັນຄູ່ຮ່ວມມືຕົ້ນຕໍໃນການແນະນຳ, ຊອກຫາກາລະໂອກາດ ແລະຈຳໜ່າຍຜະລິດຕະພັນຂອງ Viettel ຢູ່ມາເລເຊຍ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, VHT ຈະກາຍເປັນຊ່ອງແນະນຳຜະລິດຕະພັນຂອງ MIM Defense ຢູ່ ຫວຽດນາມ, ອາຊີຕາເວັນອອກສ່ຽງໃຕ້ ແລະອາຊີໃຕ້. ນີ້ແມ່ນບັນດາຕະຫຼາດທີ່ Viettel ຢັ້ງຢືນເຄື່ອງໝາຍການຄ້າຂອງຕົນໄດ້ແລ້ວ. ກໍ່ໃນເຫດການດັ່ງກ່າວ, VHT ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບ Transpro - ເຊິ່ງແມ່ນບໍລິສັດປະມວນເຕັກໂນໂລຊີສູງທີ່ມີປະສົບການມາຫຼາຍກວ່າ 40 ປີໃນຂະແໜງການທະຫານ ແລະໂທລະຄົມມະນາຄົມ. Transpro ຈະກາຍເປັນຊ່ອງທາງຈຳໜ່າຍຂອງ Viettel ຢູ່ຕະຫຼາດມາເລເຊຍ, ສຸມໃສ່ບັນດາຜະລິດຕະພັນຄື: ລະບົບຈຳລອງການຝຶກແອບສູ້ຮົບ, 5G Private, ຂໍ້ມູນຕິດຕໍ່ສື່ສານ...

ບັນດາຜະລິດຕະພັນຈຸດສຸມຂອງ Viettel ລວມມີໃນຂົງເຂດຕິດຕໍ່ສື່ສານ,  ເຄື່ອງຈັກລຸ້ນຕ່າງໆທີ່ Viettel ໄດ້ພັດທະນາຢູ່ໃນລະບົບເຕັກໂນໂລຊີດຽວກັນ ເຊິ່ງມີຄວາມທັນສະໄໝທີ່ສຸດ  ເພື່ອຮັບປະກັນຄວາມເຊື່ອຖືໃນການເຄື່ອນໄຫວຂອງອຸປະກອນ ໃນສະພາບສົງຄາມທັນສະໄໝ. ບັນດາເຕັກໂນໂລຍີສ້າງຕັ້ງສາຍສົ່ງສັນຍານສັ້ນແບບອັດສະລິຍະກ້າວໜ້າທີ່ສຸດໃນປະຈຸບັນ ໄດ້ຊ່ວຍໃຫ້ລະບົບຄັດເລືອກຄວາມຖີ່, ຄວາມໄວ ແລະຄວາມຖີ່ກວ້າງເໝາະສົມທີ່ສຸດໄດ້ຢ່າງວ່ອງໄວ ແລະອັດຕະໂນມັດ ເພື່ອຮັບປະກັນ ໃຫ້ຂໍ້ມູນຂ່າວສານມີສະຖຽນລະພາບ, ມີຄວາມເຊື່ອໝັ້ນ ໃນໄລຍະທາງຕິດຕໍ່ສື່ສານໂດຍກົງເປັນພັນກິໂລແມັດ. ໃນຂົງເຂດ radar, ປະຈຸບັນ Viettel ໄດ້ພັດທະນາບັນດາຜະລິດຕະພັນ radar ຕິດຕາມມກວດກາທະເລໃນໄລຍະໃກ້ ແລະໄລຍະກາງໃຫ້ແກ່ທະຫານເຮືອ. ໃນຂົງເຂດສູ້ຮົບທາງເອເລັກໂຕນິກ, Viettel ພັດທະນາລະບົບເຕືອນໄພແຕ່ຫົວທີ, ການສືບຂ່າວ, ສອດແນມທາງເອເລັກໂຕນິກ ສາມາດກວດພົບ, ວິເຄາະ, ກຳນົດທິດ, ກຳນົດທີ່ຕັ້ງ, ຈັບໄດ້, ລະບຸເປົ້າໝາຍທີ່ສົ່ງສັນຍານໂທລະພາບຢ່າງອັດຕະໂນມັດ, ໄດ້ຮັບການອອກແບບຕາມເຕັກໂນໂລຊີໃໝ່ສຸດທີ່ສາມາດອັບເດດ ແລະຍົກລະດັບໄດ້ງ່າຍ...

leftcenterrightdel
Viettel High Tech ລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດກັບບໍລິສັດແຖວໜ້າຢູ່ມາເລເຊຍ. ພາບ: qdnd.vn

ທ່ານ Rear Admiral Dato Alias, ປະທານບໍລິສັດ MIM Defense ໃຫ້ຂໍ້ສັງເກດວ່າ: “ຜ່ານການຮ່ວມມືກັບ Viettel, ຂ້າພະເຈົ້າເຊື່ອໝັ້ນວ່າ MIM Defense ສາມາດສະໜອງບັນດາມາດຕະການດີທີ່ສຸດໃຫ້ແກ່ລັດຖະບານມາເລເຊຍ. ຕໍ່ແຕ່ນີ້ພວກເຮົາກໍ່ສາມາດແບ່ງປັນແຫຼ່ງຊັບພະຍາກອນ, ວິຊາສະເພາະ ແລະເຕັກໂນໂລຊີລະຫວ່າງຂະແໜງອຸດສາຫະກໍາປ້ອງກັນຊາດສອງປະເທດ, ປະກອບສ່ວນຍົກສູງກຳລັງຄວາມສາມາດໃນຂົງເຂດປົກປັກຮັກສາຜົນປະໂຫຍດດ້ານຄວາມໝັ້ນຄົງແຫ່ງຊາດ. ພິເສດ, ພວກຂ້າພະເຈົ້າມີທ່າແຮງໃນການປະມວນ, ສະໜອງຜະລິດຕະພັນເຖິງກໍາລັງທະຫານເຮືອ, ໃນສະພາບການປົກປັກຮັກສາຄວາມໝັ້ນຄົງທາງທະເລແມ່ນສຳຄັນທີ່ສຸດສໍາລັບມາເລເຊຍ ແລະບັນດາຜະລິດຕະພັນ Viettel ສາມາດຕອບສະໜອງໄດ້ຕາມຄວາມປາດຖະໜາຂອງພວກຂ້າພະເຈົ້າ".

ທ່ານ ຫງວຽນຫວູຮ່າ, ຜູ້ອຳນວຍການໃຫຍ່ VHT ເນັ້ນໜັກວ່າ: “ການດັດແກ້ຜະລິດຕະພັນຕາມຄວາມຕ້ອງການຂອງບັນດາຄູ່ຮ່ວມມືແມ່ນທ່າແຮງຕົ້ນຕໍຂອງ VHT, ພວກຂ້າພະເຈົ້າ ໝັ້ນໃຈວ່າ ຈະສາມາດຕອບສະໜອງ ບໍ່ວ່າຄວາມຮຽກຮ້ອງຕ້ອງການລະອຽດແບບໃດຈາກລູກຄ້າ. ດ້ວຍການຮ່ວມມືນີ້, ພວກຂ້າພະເຈົ້າຫວັງວ່າ MIM Defense ແລະບັນດາຄູ່ຮ່ວມມືຈະສາມາດຊ່ວຍບັນດາມາດຕະການຂອງ Viettel ນຳເອົາຄຸນຄ່າທີ່ດີກວ່າມາໃຫ້ລູກຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ພວກຂ້າພະເຈົ້າ, ພິເສດແມ່ນກອງທັບມາເລເຊຍ ໃນໄລຍະຈະມາເຖິງ”.

ໂດຍ: ທະນາພອນ