ການເຈລະຈາໄດ້ຈັດຕັ້ງຕາມຮູບການໂດຍກົງ ແລະຜ່ານທາງອອນລາຍ, ແມ່ນກິດຈະກຳນອນໃນຂອບເຂດເວທີປາໄສອະນາຄົດອາຊຽນ 2024 ທີ່ດຳເນີນໃນວັນທີ 23 ເມສາ ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງເວທີປາໄສອະນາຄົດອາຊຽນ 2024 ເມື່ອຜູ້ຕາງໜ້າຊາວໜຸ່ມທີ່ມາຈາກບັນດາປະເທດສະມາຊິກອາຊຽນ ມີກາລະໂອກາດແບ່ງປັນ, ປະກອບຄຳຄິດຄຳເຫັນເຂົ້າໃນການພັດທະນາບັນດາຍຸດທະສາດ, ນະໂຍບາຍທີ່ມີລັກສະນະຕັດສິນໃຫ້ແກ່ການພັດທະນາ, ການເຕີບໂຕຂອງອາຊຽນ ໃນອະນາຄົດ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ຮວ່າງຫວູ

ກ່າວຄຳເຫັນທີ່ການເຈລະຈາ, ທ່ານເລຂາທິການໃຫຍ່ອາຊຽນ Kao Kim Hourn ເນັ້ນໜັກເຖິງບົດບາດທີ່ຂາດບໍ່ໄດ້ຂອງຊາວໜຸ່ມໃນບັນດາຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ; ຊີ້ແຈ້ງວ່າ ຊາວໜຸ່ມອາຊຽນ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການສ້າງສະຖານະການເສດຖະກິດ-ສັງຄົມຂອງພາກພື້ນ; ຢັ້ງຢືນຄຳໝັ້ນສັນຍາຂອງອາຊຽນ ໃນການມອບສິດໃຫ້ຊາວໜຸ່ມໃນພາກພື້ນ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ເຂົາເຈົ້າເສີມຂະຫຍາຍຄວາມສາມາດຂອງຕົນ.

ໂດຍ: ແສງເດືອນ