ໃນ 9 ເດືອນທີ່ຍັງເຫຼືອ, ຫວຽດນາມ ຕ້ອງບັນລຸລະດັບເຕີບໂຕ 6,75%

GDP ໃນໄຕມາດທີ 1 ປີ 2024 ເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ເຖິງວ່າບັນລຸໄດ້ສັນຍານຕັ້ງໜ້າ, ແຕ່ຕາມຂໍ້ສັງເກດຂອງນັກຊ່ຽວຊານດ້ານເສດຖະກິດແລ້ວ, ກາລະໂອກາດເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍເຕີບໂຕ 6,5% ຍັງຍາກຫຼາຍ. ເພາະວ່າຕາມຂໍ້ສັງເກດຂອງກົມໃຫຍ່ສະຖິຕິແລ້ວ, ເພື່ອບັນລຸເປົ້າໝາຍເຕີບໂຕ 6,5% ໃນປີ 2024, ໃນ 9 ເດືອນທີ່ຍັງເຫຼືອ GDP ຂອງຫວຽດນາມ ຕ້ອງບັນລຸລະດັບເຕີບໂຕ 6,75%, ລະອຽດໃນໄຕມາດທີ 2 ປີ 2024 ເຕີບໂຕປະມານ 6,32%; ໄຕມາດທີ 3 ປີ 2024 ຈະເພີ່ມຂຶ້ນປະມານ 6,79%; ໄຕມາດທີ 4 ຂອງປີ 2024 ຈະເພີ່ມຂຶ້ນປະມານ 7,08%.

ຕາມຕົວເລກສະຖິຕິແລ້ວ, ປະຈຸບັນ ຫວຽດນາມ ໄດ້ລົງນາມໃນ 16 FTA, ໃນນັ້ນພວມປະຕິບັດ 15 FTA, ການປະຕິບັດ FTA ໃນໄລຍະຜ່ານມາໄດ້ເປີດກາລະໂອກາດໃຫຍ່ໃຫ້ແກ່ຫວຽດນາມ ໃນການເປີດກວ້າງຕະຫຼາດ, ເຕີບໂຕດ້ານການຄ້າ, ການສົ່ງອອກ, ນໍາເຂົ້າ ແລະການລົງທຶນ, ປະກອບສ່ວນນໍາພື້ນຖານເສດຖະກິດຫວຽດນາມ ຮັກສາລະດັບເຕີບໂຕສູງແຕ່ 6-7%/ປີ; ເສດຖະກິດມະຫາພາກມີຄວາມໝັ້ນຄົງເພີ່ມຂຶ້ນ; ອັດຕາເງິນເຟີ້ຖືກຄວບຄຸມ, ຄວາມດຸນດ່ຽງໄດ້ຮັບປະກັນ.

ເຖິງຢ່າງນັ້ນກໍ່ຕາມ, ປີ 2024 ການເຕີບໂຕ GDP ຂອງພາກພື້ນ ແລະໂລກ ຄາດວ່າຍັງມີຄວາມສ່ຽງ ແລະການຜັນປ່ຽນທີ່ຄາດຄະເນລ່ວງໜ້າໄດ້ຍາກດ້ວຍກາລະໂອກາດ ແລະສິ່ງທ້າທາຍຫຼາຍຢ່າງ. ຕາມນັ້ນແລ້ວ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 6,5% ເຊິ່ງສະພາແຫ່ງຊາດໄດ້ວາງອອກແມ່ນບໍ່ງ່າຍດາຍ, ເປັນຕົ້ນແມ່ນໃນສະພາບຕະຫຼາດຫຼາຍແຫ່ງນັບມື້ນັບຍົກສູງມາດຕະຖານທີ່ກ່ຽວຂ້ອງເຖິງບັນຫາຄວາມປອດໄພໃຫ້ຜູ້ບໍລິໂພກ ແລະການພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່າອ່ຽງປົກປ້ອງການຄ້າປະກົດຫຼາຍກວ່າເກົ່າ, ຫຼາຍປະເທດມີມາດຕະການລົງທຶນພາຍໃນປະເທດ, ສ້າງຮົ້ວກີດຂວາງດ້ານການຄ້າເພື່ອປົກປັກຮັກສາ, ຊຸກຍູ້ການຜະລິດພາຍໃນປະເທດ.

leftcenterrightdel
ພາບປະກອບຄັດຈາກ: congthuong.vn

ການເຄື່ອນໄຫວດ້ານການຄ້າ, ການສົ່ງອອກ, ນໍາເຂົ້າ ແລະການລົງທຶນໃນປີ 2024 ມີຫຼາຍກາລະໂອກາດເພື່ອຟື້ນຟູ ແລະເຕີບໂຕເມື່ອບັນຫາສິນຄ້າຄ້າງໄວ້ໃນສາງຢູ່ຫຼາຍປະເທດພວມຄ່ອຍໆໄດ້ຮັບການແກ້ໄຂ. ຄວາມມານະພະຍາຍາມຍູ້ແຮງການເຈລະຈາ, ຫັນຕະຫຼາດສົ່ງອອກ, ນໍາເຂົ້າຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ຈະນຳມາເຊິ່ງທ່າໄດ້ປຽບໃນການແກ່ງແຍ່ງໃຫ້ສິນຄ້າສົ່ງອອກໃນໄລຍະຈະມາເຖິງ.

ກາລະໂອກາດຈາກການປະຕິບັດ FTA ຢ່າງມີປະສິດທິຜົນ

ຕາມທ່ານ ຈີ້ງມີງແອັງ ຫົວໜ້າຫ້ອງວ່າການຄະນະຊີ້ນໍາລະຫວ່າງຂະແໜງການເຊື່ອມໂຍງສາກົນກ່ຽວກັບເສດຖະກິດ (ກະຊວງອຸດສາຫະກຳ ແລະການຄ້າ) ແລ້ວ, ການປະຕິບັດ FTA ຢ່າງມີປະສິດທິຜົນ ຈະນຳມາເຊິ່ງກາລະໂອກາດໃຫຍ່ໃຫ້ຫວຽດນາມ ໃນການບັນລຸເປົ້າໝາຍເຕີບໂຕ. ໃນຕົວຈິງ, ເພື່ອເພີ່ມປະສິດທິຜົນການປະຕິບັດ FTA, ຄະນະຊີ້ນຳລະຫວ່າງຂະແໜງການເຊື່ອມໂຍງສາກົນກ່ຽວກັບເສດຖະກິດ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ຈັດຕັ້ງການປຶກສາຫາລືກັບບັນດາວິສາຫະກິດ, ສະມາຄົມ, ຂະແໜງສິນຄ້າ ແລະລາຍງານຕໍ່ລັດຖະບານກ່ຽວກັບບາງຂໍ້ສະເໜີກ່ຽວກັບນະໂຍບາຍແນໃສ່ຍົກສູງປະສິດທິຜົນການປະຕິບັດ FTA, ຈາກນັ້ນຍົກສູງຄວາມສາມາດປັບຕົວຂອງວິສາຫະກິດ, ຂະແໜງສິນຄ້າ ແລະຜະລິດຕະພັນໃນການເຊື່ອມໂຍງເສດຖະກິດສາກົນ.

ເຖິງຢ່າງໃດກໍ່ຕາມ, ເພື່ອໝູນໃຊ້ FTA ຢ່າງສຸດຂີດ, ສິ່ງສຳຄັນທີ່ສຸດສໍາລັບຫວຽດນາມ ແມ່ນຕ້ອງປັບປຸງລະບອບລະບຽບການ, ນະໂຍບາຍກົດໝາຍໃຫ້ສໍາເລັດບໍລິບູນ, ແນໃສ່ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍ, ຄົບຊຸດ, ຍຸຕິທຳ, ໂປ່ງໃສ, ບໍ່ຈໍາແນກການປະພືດ, ຖືກຕ້ອງຕາມລະບຽບການແນໃສ່ຈໍາກັດການຂັດແຍ້ງກັບນັກລົງທຶນຕ່າງປະເທດ ແລະແກ້ໄຂການຂັດແຍ້ງຖ້າມີຢ່າງມີປະສິດທິຜົນ.

ພ້ອມທັງສືບຕໍ່ກໍ່ສ້າງ ແລະປັບປຸງກົນໄກກ່າວເຕືອນລ່ວງໜ້າໃຫ້ສົມບູນແບບເພື່ອສະກັດກັ້ນການຂັດແຍ້ງກັນ. ພ້ອມກັນນັ້ນ, ຄວນມີການສົມທົບກັນຢ່າງຄົບຊຸດຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດ. ກວດກາ, ຕິດຕາມກວດກາການຜັນຂະຫຍາຍ ແລະປະຕິບັດ FTA ທີ່ມີຜົນສັກສິດບົນພື້ນຖານເສີມຂະຫຍາຍກຳລັງແຮງພາຍໃນ, ສະໜິດຕິດພັນຢ່າງແໜ້ນແຟ້ນ ແລະຊຸກຍູ້ວິວັດການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຫັນພື້ນຖານໂຄງລ່າງເປັນທັນສະໄໝ, ຍົກສູງກຳລັງແຮງສັງລວມ ແລະຄວາມສາມາດແກ່ງແຍ້ງເປັນປະຈຳ.

ຕາມຕາມທ່ານ ຈີ້ງມີງແອັງ ແລ້ວ, ເພື່ອບັນລຸເປົ້າໝາຍປະຕິບັດຢ່າງມີປະສິດທິຜົນ ແລະໝູນໃຊ້ກາລະໂອກາດເຊິ່ງ FTA ນຳມາໃຫ້, ຫວຽດນາມ ຄວນມີຍຸດທະສາດ, ຈິດໃຈຕັ້ງໜ້າ, ເປັນເຈົ້າການ, ມີການປ່ຽນແປງໃໝ່ຢ່າງແຮງທັງຈິນຕະນາການ ແລະການກະທໍາ.

ໂດຍ: ເຈິ່ນຮວ່ຽນ