ກ່າວຄຳເຫັນນະທີ່ນີ້, ທ່ານ ຮີ່ງແທັ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ເນັ້ນໜັກວ່າ: ນັບແຕ່ປີ 2017, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 21 ເມສາ ປະຈໍາປີ ເປັນວັນປະດິດສ້າງ ແລະນະວັດຕະກຳໂລກ ດ້ວຍເປົ້າໝາຍຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງການປະດິດສ້າງ ແລະນະວັດຕະກຳ ໃນການພັດທະນາເສດຖະກິດ, ສັງຄົມ ແລະ ການພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ຮີ່ງແທັ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້, ທ່ານ ຮີ່ງແທັ່ງດາດ ກໍ່ຖືວ່າ, ກໍາລັງຄວາມສາມາດດ້ານນະວັດຕະກຳຂອງຫວຽດນາມ ຕ້ອງສືບຕໍ່ໄດ້ຮັບການປັບປຸງຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ, ເພື່ອແນໃສ່ປະກອບສ່ວນໂດຍກົງເຂົ້າໃນການຍົກສູງສະມັດຕະພາບການແຮງງານ, ຄຸນນະພາບຂອງຜະລິດຕະພັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ຫວຽດນາມ ພວມຫັນປ່ຽນຮູບແບບການເຕີບໂຕຈາກການອີງໃສ່ແຫຼ່ງທຶນ ແລະການອອກແຮງງານ ໄປສູ່ຮູບແບບການເຕີບໂຕບົນພື້ນຖານວິທະຍາສາດ ແລະນະວັດຕະກຳ.

ເມື່ອແບ່ງປັນທີ່ເຫດການ, ທ່ານນາງ Pauline Tamesis, ຜູ້ປະສານງານຂອງ ສປຊ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ນະວັດຕະກຳມີຄວາມສາມາດບ່ົມຊ້ອນ ເພື່ອຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະໂຄງການດໍາເນີນງານ 2030 ຂອງສະຫະປະຊາຊາດ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: qdnd.vn

ຕາມບົດລາຍງານອາສາສະໝັກແຫ່ງຊາດກ່ຽວກັບ SDGs ປີ 2023, ຫວຽດນາມ ບັນລຸໄດ້ 5/17 ຄາດໝາຍພັດທະນາແບບຍືນຍົງ. ໃນຊຸມປີຕໍ່ໜ້າ, ຫວຽດນາມ ຕ້ອງຍູ້ແຮງວິວັດການເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວໂດຍຜ່ານນະວັດຕະກຳ, ການສ້າງແຮງບັນດານໃຈໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍເຕັກໂນໂລຢີສີຂຽວ, ມາດຕະການຮັບມືກັບບັນດາສິ່ງທ້າທາຍໃໝ່, ປະກອບສ່ວນຫຼຸດຜ່ອນການປ່ອຍອາຍພິດກາກບອນ ກໍຄືເພີ່ມທະວີລັກສະນະຍືນຍົງຂອງສິ່ງແວດລ້ອມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,  ນຳມາເຊິ່ງກາລະໂອກາດທາງດ້ານເສດຖະກິດ...

ໃນໂອກາດນີ້, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ໄດ້ປຸກລະດົມ, ແນະນໍາໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ; ສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ວິສາຫະກິດ ແລະບຸກຄົນ ຈັດກິດຈະກໍາເຄື່ອນໄຫວເພື່ອຕອບສະໜອງວັນປະດິດສ້າງ ແລະນະວັດຕະກຳ 2024.

ໂດຍ: ທູຈາງ